ຕະຫຼາດໜອງຈັນ ຖືເອົາຜົນກະທົບຈາກໂຄວິດ-19 ເລັ່ງປັບປຸງວຽກງານຈໍານວນໜຶ່ງໃຫ້ໄດ້ມາດຕະຖານ

    ທ່ານ ແສງຈັນ ບຸນນະວົງ ຫົວໜ້າຫ້ອງການຈັດສັນຕະຫຼາດໜອງຈັນ ໃຫ້ສໍາພາດວັນທີ 14 ຕຸລາວ່າ: ການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ລະບາດເປັນວົງກວ້າງພາຍໃນນະຄອນຫຼວງວຽງຈັນ ແລະ ມີຕົວເລກຜູ້ຕິດເຊື້ອເປັນຈໍານວນຫຼາຍໃນແຕ່ລະມື້ ເຮັດໃຫ້ການການຊື້-ຂາຍ ພາຍໃນຕະຫຼາດຂົວດິນຫຼຸດລົງ ເຊິ່ງນັບແຕ່ວັນທີ 19 ກັນຍາຜ່ານມານີ້ ນະຄອນຫຼວງວຽງຈັນໄດ້ມີແຈ້ງການປິດເມືອງ ປິດນະຄອນຫຼວງ ຈຶ່ງເຮັດໃຫ້ການຊື້-ຂາຍໃນຕະຫຼາດມີຜົນກະທົບຫຼາຍ ເມື່ອທຽບໃສ່ໄລຍະທີ່ບໍ່ມີການລະບາດພະຍາດດັ່ງກ່າວ ການຊື້-ຂາຍແມ່ນມີຄວາມຄຶກຄື້ນ ແລະ ຖືວ່າເປັນຕະຫຼາດອັນດັບ 1 ຂອງນະຄອນຫຼວງວຽງຈັນ ດ້ານການບໍລິການ ດ້ານຕາຊັ່ງ-ຕາຊິງໄດ້ມີການກວດກາຢ່າງເຂັ້ມງວດ ການຂາຍໄດ້ໃສ່ປ້າຍຕິດລາຄາ ທີ່ຖືເປັນມາດຕະຖານຂອງຕະຫຼາດ ເພື່ອຮັບປະກັນຄວາມສະອາດ ປອດໄພ ແລະ ມີຄວາມໂປ່ງໃສຕໍ່ຜູ້ຊົມໃຊ້ (ບໍ່ເອົາປຽບລູກຄ້າ) ຜູ້ທີ່ມາຊື້ເຄື່ອງທີ່ຕະຫຼາດຕ້ອງນໍາໃຊ້ຖົງຜ້າຖືມາແຕ່ເຮືອນ ຖ້າຫາກວ່າແມ່ຄ້າໃຊ້ຖົງຕ້ອງເປັນຖົງທີ່ລະລາຍໄດ້ງ່າຍ ພ້ອມທັງເປັນມິດຕໍ່ກັບສິ່ງແວດລ້ອມ.

    ປັດຈຸບັນ ການຊື້-ຂາຍໃນຕະຫຼາດບໍ່ຮອດ 20% ເຫດຜົນຕົ້ນຕໍຍ້ອນໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19 ເຊິ່ງອາດຈະມາຈາກຜູ້ບໍລິໂພກເອງ ການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານທາງການແພດ ທາງອອນລາຍຂອງຄະນະສະເພາະກິດຢ່າງກວ້າງຂວາງທີ່ໄດ້ລາຍງານການຕິດເຊື້ອ ແລະ ລາຍງານຈໍານວນຜູ້ຕິດເຊື້ອທີ່ຕາຍໄປແລ້ວນັບມື້ເພີ່ມຂຶ້ນເລື້ອຍໆ ຈຶ່ງເຮັດໃຫ້ການເຂົ້າໄປຊົມໃຊ້ບໍລິການທີ່ຕະຫຼາດໜອງຈັນຫຼຸດໜ້ອຍຖອຍລົງ ຍ້ອນປະຊາຊົນມີຄວາມຢ້ານກົວຕໍ່ພະຍາດດັ່ງກ່າວ ຈຶ່ງບໍ່ຢາກເຂົ້າຕະຫຼາດ ເຊິ່ງສັງເກດເຫັນໄດ້ຈາກປວງຊົນມາຕະຫຼາດ ເລາະຊື້ເຄື່ອງບໍ່ເຖິງຊົ່ວໂມງກໍກັບແລ້ວ ຈໍານວນເຄື່ອງທີ່ນໍາເຂົ້າມາຂາຍໃນຕະຫຼາດແມ່ນມາຫຼາຍແຫ່ງ ເປັນຕົ້ນ ຈາກປະເທດຫວຽດນາມ ສປ ຈີນ ໄທ ແລະ ສິນຄ້າກະສິກໍາຂອງລາວທີ່ເຮັດເປັນອາຊີບຈໍານວນໜຶ່ງ ສະນັ້ນ ຕໍ່ກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຫ້ອງການຈັດສັນຕະຫຼາດໄດ້ຫາລືກັນຕັ້ງຈຸດພົ່ນນໍ້າຢາຂ້າເຊື້ອ ກວດກາວັດແທກອຸນຫະພູມ ແລະ ປະກາດໃຫ້ຜູ້ຊື້-ຂາຍໃຊ້ຜ້າປິດປາກ-ດັງ ມີເຈວລ້າງມືເພື່ອຂ້າເຊື້ອພະຍາດ ການຮັກສາໄລຍະຫ່າງ ບໍ່ຊຸມແຊວ ແລະ ຜູ້ຂາຍກໍໄດ້ໃຫ້ການຮ່ວມມືເປັນຢ່າງດີປະຕິບັດຕາມແຈ້ງການຂອງຂັ້ນເທິງເປັນຢ່າງດີ ຄຽງຄູ່ກັນນັ້ນ ວັນທີ 15 ຕຸລາ 2021 ຫ້ອງການຈັດສັນຕະຫຼາດໄດ້ນໍາເອົາແນວທາງນະໂຍບາຍຂອງພັກ-ລັດນໍາໄປປະຕິບັດຕາມຄະນະສະເພາະກິດຂອງເມືອງ ນະຄອນຫຼວງວຽງຈັນ ພະແນກອຸດສາຫະກໍາ ແລະ ການຄ້າ ພ້ອມທັງປະຕິບັດຖືກຕາມທິດຊີ້ນໍາກະຊວງສາທາລະນະສຸກ ໃນຕໍ່ໜ້າ ເພື່ອເຮັດໃຫ້ຜູ້ຂາຍ-ຜູ້ຊື້ ຫັນມາຊົມໃຊ້ຕະຫຼາດໜອງຈັນໃຫ້ມີຄວາມຄຶກຄື້ນຄືເກົ່ານັ້ນ ຫ້ອງການຈັດສັນກໍາລັງເລັ່ງປັບປຸງວຽກງານຈໍານວນໜຶ່ງໃຫ້ໄດ້ມາດຕະຖານຂອງກະຊວງສາທາລະນະສຸກທີ່ກໍານົດອອກ ໂດຍສະເພາະດ້ານການຮັກສາສິ່ງແວດລ້ອມ ປັບປຸງລະບົບການບໍາບັດນໍ້າເປື້ອນ ບ່ອນເກັບມ້ຽນຂີ້ເຫຍື້ອ ເພື່ອບໍ່ໃຫ້ສົ່ງກິ່ນເໝັນ ໝາຍຄວາມວ່າ ທຸກໆມື້ ຕ້ອງມີລົດໄປເກັບຂີ້ເຫຍື້ອ ພ້ອມທັງລ້າງບ່ອນເກັບຂີ້ເຫຍື້ອ ແລະ ຂ້າເຊື້ອສະໝໍ່າສະເໝີ ສ່ວນດ້ານການບໍລິການສະຖານທີ່ ກໍໃຫ້ມີສິ່ງຮອງຮັບ ແລະ ໄດ້ເປີດໃຫ້ບໍລິການ ເວລາ 5:00 ໂມງ ຫາ ເວລາ 18:00 ໂມງ.

.

# ຂ່າວ & ພາບ : ຂັນທະວີ

error: Content is protected !!