ປາກງື່ມ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ ແລະ ກະກຽມປູກພືດລະດູແລ້ງ

    ປັດຈຸບັນປະຊາຊົນເມືອງປາກງື່ມ ນະຄອນຫຼວງວຽຈັນ ກຳລັງຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ ແລະ ກະກຽມປູກພືດລະດູແລ້ງ ທ່ານ ສູນທອນ ຂາວຜ່ອງ ຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກງື່ມ ໃຫ້ສຳພາດວັນທີ 14 ຕຸລາ 2021 ວ່າ ປະຊາຊົນເມືອງປາກງື່ມສ່ວນໃຫຍ່ແມ່ນຖືອາຊີບກະສິກຳ ເນື່ອງຈາກວ່າເປັນເມືອງທີ່ມີຄວາມອຸດົມສົມບູນທາງດ້ານເນື້ອທີ່ທຳການຜະລິດ ແລະ ປະຊາຊົນກໍມີມູນເຊື້ອໃນການປູກ ການລ້ຽງ ໃນແຕ່ລະປີ ປະຊາຊົນແມ່ນເຮັດນາສອງລະດູຄື: ນາແຊງ ແລະ ນາປີ ໃນປີ 2021 ປະຊາຊົນໄດ້ຜະລິດເຂົ້ານາປີໃນເນື້ອທີ່ແຜນການ 11.200 ເຮັກຕາ ຜ່ານການປັກດຳຕົວຈິງ ປະຕິບັດໄດ້ 11.202 ເຮັກຕາ ໃນນີ້ ເນື້ອທີ່ນາທີ່ມີຊົນລະປະທານ ກວມເອົາ 30% ຂອງເນື້ອທີ່ທັງໝົດ ໃນເຂດທີ່ມີຊົນລະປະທານ ປະຊາຊົນໄດ້ເຮັດນາດຳ ນາຢອດ ແລະ ນາໂຍນ ສ່ວນເຂດທີ່ບໍ່ມີຊົນລະປະທານ ແມ່ນເຮັດນາຫວ່ານ ມາຮອດປັດຈຸບັນ ເກັບກ່ຽວສຳເລັດເນື້ອທີ່ 3.700 ເຮັກຕາ ເທົ່າກັບ 33,02% ໃນນັ້ນ ກ່ຽວດ້ວຍກົນຈັກ 2.980 ເຮັກຕາ ສະມັດຕະພາບໄດ້ 4,85 ໂຕນຕໍ່ເຮັກຕາ.

    ພາຍຫຼັງເກັບກ່ຽວເຂົ້ານາປີສຳເລັດ ປະຊາຊົນຈຳນວນໜຶ່ງກໍໄດ້ກະກຽມເຂົ້າຜະລິດເຂົ້ານາແຊງ ໂດຍສະເພາະເຂດທີ່ມີຊົນລະປະທານ ເນື້ອທີ່ປະມານ 2019 ເຮັກຕາ ນອກຈາກຜະລິດເຂົ້າແລ້ວ ປະຊາຊົນສ່ວນໜຶ່ງຍັງປູກພືດຊະນິດຕ່າງໆເຊັ່ນ ສາລີອາຫານສັດ ສາລີຫວານ ຢາສູບ ໝາກແຕງແຄນຕາລຸກ ມັນເພົາ ດອກດາວເຮືອງ ປູກເຫັດ ແລະ ພືດຜັກຕ່າງໆເພື່ອຂາຍເປັນຄ້າສົ່ງເຂົ້າຕະຫຼາດໃນນະຄອນຫຼວງວຽງຈັນ ພ້ອມກັນນັ້ນຍັງມີກຸ່ມກະສິກຳອິນຊີບ້ານທ່າຊ້າງ ແລະ ປູກພືດທົ່ວໄປຕາມທ່າແຮງຂອງແຕ່ລະຄອບຄົວອີກດ້ວຍ.

.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!