ນັກຮຽນໂຄງການຄາເກຮາຊິ ເດີນທາງໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນ

   ນັກຮຽນມັດທະຍົມຕອນປາຍ 11 ຄົນ ເດີນທາງໄປປະເທດຍີ່ປຸ່ນ ວັນທີ 14 ຕຸລາ 2021 ເພື່ອຮຽນຕໍ່ຢູ່ໂຮງຮຽນມັດທະຍົມຕອນປາຍຍີ່ປຸ່ນ ພາຍໃຕ້ໂຄງການອາຊີ-ຄາເກຮາຊິ (ຄາເກຮາຊິ ແມ່ນຄໍາສັບພາສາຍີ່ປຸ່ນທີ່ໝາຍເຖິງ “ຂົວ”) ທີ່ໄດ້ຮັບການສະໜັບສະໜູນໂດຍລັດຖະບານຍີ່ປຸ່ນ ເຊິ່ງຈະໄປອາໄສຢູ່ກັບຄອບຄົວຄົນຍີ່ປຸ່ນຈົນເຖິງເດືອນມີນາ 2022.

    ໃນຈໍານວນນັກຮຽນ 11 ຄົນດັ່ງກ່າວ ມາຈາກນະຄອນຫຼວງວຽງຈັນ 9 ຄົນ ຈາກແຂວງຫຼວງພະບາງ 2 ຄົນ ເຊິ່ງໄດ້ຖືກຄັດເລືອກໂດຍອີງຕາມຜົນສໍາເລັດໃນການຮຽນຂອງພວກເຂົາ ຄວາມສົນໃຈໃນພາສາ ວັດທະນະທໍາຍີ່ປຸ່ນ ແລະ ທ່າແຮງທີ່ຈະກາຍເປັນຜູ້ນໍາໃນອະນາຄົດຢູ່ແຕ່ລະຂົງເຂດ ການສໍາພາດທາງອອນລາຍໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດໃນເດືອນກຸມພາຜ່ານມາ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ທົ່ວໂລກ ໂດຍການຮ່ວມມືກັບກະຊວງສຶກສາທິການ ແລະ ກີລາ ສະຖານເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ແລະ ມູນນິທິການສຶກສາ ແລະ ວັດທະນະທໍາໄທ-ນາໆຊາດ (AFS Interculture Programs Thailand).

    ນັກຮຽນທີ່ໄດ້ເຂົ້າຮ່ວມໂຄງການຄາເກຮາຊິ ໄດ້ເປັນຄວາມຫວັງໃນການສື່ສານກັບຄົນຍີ່ປຸ່ນ ເພື່ອລົງເລິກເຖິງຄວາມເຊື່ອໝັ້ນ ແລະ ຄວາມເຂົ້າໃຈຂອງທັງສອງຝ່າຍ ລວມທັງການສ້າງພື້ນຖານໃຫ້ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ ລະຫວ່າງສອງປະເທດ ສະຖານເອກອັກຄະລາຊະທູດຍີ່ປຸ່ນຫວັງວ່າພວກເຂົາຈະໃຊ້ຊີວິດຢູ່ປະເທດຍີ່ປຸ່ນໃນແຕ່ລະມື້ຢ່າງມີຄ່າ ແລະ ມ່ວນຊື່ນໄປກັບສິ່ງທ້າທາຍໃໝ່ໆທີ່ພວກເຂົາພົບຢູ່ຍີ່ປຸ່ນ.

    ໂຄງການອາຊີ-ຄາເກຮາຊິ ເປັນໂຄງການລິເລີ່ມ ເຊິ່ງປະກາດໂດຍທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ໃນປີ 20217 ມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງຂອງສາຍພົວພັນລະຫວ່າງຍີ່ປຸ່ນ ແລະ ປະເທດອື່ນໆທົ່ວພາກພື້ນອາຊີ ເຊິ່ງໂຄງການໄດ້ສະໜອງທຶນການສຶກສາເຕັມໃຫ້ນັກຮຽນມັດທະຍົມຕອນປາຍ ເພື່ອຮຽນ ແລະ ໃຊ້ຊີວິດຢູ່ປະເທດຍີ່ປຸ່ນ ນັກຮຽນຮຸ່ນທໍາອິດ 100 ຄົນ ຈາກພາກພື້ນອາຊີ ໄດ້ເດີນທາງໄປປະເທດຍີ່ປຸ່ນໃນເດືອນສິງຫາ 2018 ສໍາລັບປີນີ້ ໄດ້ຂະຫຍາຍອອກເປັນ 235 ຄົນ.   

# ຂ່າວ & ພາບ : ສະບາໄພ

error: Content is protected !!