ລັດຖະບານແຫ່ງ ສປປ ລາວ ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ໃນການແກ້ໄຂບັນຫາຢາເສບຕິດ

    ວັນທີ 14 ຕຸລາ 2021 ຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 7 ແບບທາງໄກ ທີ່ລາຊະອານາຈັກ ກໍາປູເຈຍເປັນເຈົ້າພາບ ນໍາພາຄະນະໃນຄັ້ງນີ້ ໂດຍທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ມີຄະນະຜູ້ແທນຮັບຜິດຊອບວຽກງານຢາເສບຕິດຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ບັນດາປະເທດສະມາຊິກອາຊຽນໄດ້ພ້ອມກັນທົບທວນຕີລາຄາຄືນ ການຈັດຕັ້ງປະຕິ ບັດວຽກງານກວດກາ ແລະ ຄວບຄຸມຢາເສບຕິດໃນກອບຂອງອາຊຽນໃນປີຜ່ານມາ ແລະ ຍັງໄດ້ລາຍງານສະພາບການແກ້ໄຂບັນຫາຢາເສບຕິດຂອງແຕ່ລະປະເທດສະມາຊີິກອາຊຽນໃຫ້ກັນໄດ້ຮັບຮູ້ ພ້ອມທັງມີການປະກອບຄໍາເຫັນແລກປ່ຽນບົດຮຽນ ແລະ ປືກສາຫາລືເຖິງແຜນວຽກອາຊຽນ ວ່າດ້ວຍຄວາມໝັ້ນຄົງ ຕ້ານຢາເສບຕິດປີ 2016-2025 ລວມເຖິງບັນຫາທີ່ກ່ຽວຂ້ອງອື່ນໆ. ພ້ອມດຽວກັນນັ້ນ ໃນກອງປະຊຸມຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ຍັງໄດ້ກ່າວຕໍ່ກອງປະຊຸມວ່າ: ລັດຖະບານແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ໃນການແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງຕະຫຼອດມາ ບັນຫາຢາເສບຕິດໄດ້ຈັດເຂົ້າເປັນບູລິມະສິດອັນດັບໜຶ່ງຂອງປະເທດ ໂດຍຍົກຂຶ້ນເປັນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປີ 2021-2023 ນອກນັ້ນ ຍັງປັບປຸງກົດໝາຍວ່າດ້ວຍຢາເສບຕິດ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງໃນປັດຈຸບັນ ແລະ ໄດ້ອອກຄໍາສັ່ງຫຼາຍສະບັບ ເພື່ອນໍາພາ ຊີ້ນໍາ ພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດ ແລະ ຄວບຄຸມສານເຄມີຢ່າງຈິງຈັງ ເພື່ອແນໃສ່ສ້າງໃຫ້ສັງຄົມມີຄວາມສະຫງົບ ປອດໄພ ເປັນປະຖົມປັດໄຈໃນການພັດທະນາເສດຖະກິດ-ສັງຄົມຂອງອາຊຽນ ເວົ້າລວມ ເວົ້າສະເພາະກໍແມ່ນ ສປປ ລາວ ມີຄວາມສີວິໄລ ແລະ ປະສະຈາກບັນຫາຢາເສບຕິດຕະຫຼອດໄປ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!