ທ່ານຮອງປະທານປະເທດ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື “ແມ່ຍິງ ເອີຣົບ-ອາຊີ” ຄັ້ງທີ 3

    ວັນທີ 14 ຕຸລາ 2021 ທີ່ສໍານັກງານປະທານປະເທດ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມ ແລະ ກ່າວບົດປາໄສໃນຮູບແບບທາງໄກ ໃນກອງປະ ຊຸມເວທີປຶກສາຫາລື “ແມ່ຍິງເອີຣົບ-ອາຊີ” ຄັ້ງທີ 3 ພາຍໃຕ້ຫົວຂໍ້: “ແມ່ຍິງກັບພາລະກິດໂລກໃນຄວາມເປັນຈິງອັນໃໝ່” ໂດຍເປັນປະທານຂອງທ່ານນາງ ວາເລນຕີນາ ມັດວຽນໂກ ປະທານສະພາສູງແຫ່ງສະຫະພັນຣັດເຊຍ ເຊິ່ງຈັດຂຶ້ນແຕ່ວັນທີ 13-15 ຕຸລາ 2021 ທີ່ນະຄອນຫຼວງຊັງປີເຕີສະເບີກ ສ.ຣັດເຊຍ.

    ໂອກາດດັ່ງກ່າວນີ້ ທ່ານຮອງປະທານປະເທດໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການກະກຽມ ແລະ ດຳເນີນກອງປະຊຸມທີ່ມີຄວາມໝາຍສຳຄັນໃນຄັ້ງນີ້ ໃນທ່າມກາງປະຊາຊາດໃນໂລກ ທີ່ພວມປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງສົ່ງຜົນສະທ້ອນໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດໃນໂລກ ພ້ອມນັ້ນ ທ່ານກໍຍັງໄດ້ຍົກໃຫ້ເຫັນກ່ຽວກັບ “ການປ່ຽນແປງທາງສັງຄົມ 2030 ແລະ ພາລະກິດຂອງແມ່ຍິງ ເພື່ອບັນລຸການພັດທະນາແບບຍືນຍົງກວມລວມ” ເຊິ່ງສະພາບການດັ່ງກ່າວ ລັດຖະບານລາວໄດ້ໃຫ້ຄວາມສໍາຄັນຕໍ່ການພັດທະນາແບບຍືນຍົງ ກວມລວມ ແລະ ຖືນະໂຍບາຍດັ່ງກ່າວເປັນເປົ້າໝາຍເພື່ອນໍາເອົາປະເທດຊາດຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາ.

    ຜ່ານການຈັດຕັ້ງປະຕິບັດບັນດາແຜນຍຸດທະສາດດັ່ງກ່າວ ລັດຖະບານໄດ້ເອົາໃຈໃສ່ໃນການປະກາດໃຊ້ຫຼາຍນິຕິກໍາທີ່ເປັນເຄື່ອງມືຄຸ້ມຄອງລັດ ຮັບປະກັນການສົ່ງເສີມ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ຄຽງຄູ່ກັນນັ້ນ ລັດຖະບານກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ່ອົງການສະຫະປະຊາຊາດວາງອອກ ແລະ ຜ່ານການປະເມີນຜົນ ຄັ້ງທີ 2 ໃນຕົ້ນປີ 2021 ຂອງອົງການສະຫະປະຊາຊາດ ກ່ຽວກັບການຈັດຕັ້ງປະຕິບັດ 3 ເງື່ອນໄຂ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ສປປ ລາວ ເປັນໜຶ່ງໃນເປົ້າໝາຍທີ່ສາມາດປະຕິບັດໄດ້ທັງ 3 ຂອງເງື່ອນໄຂຄື: ດັດຊະນີລາຍໄດ້ສະເລ່ຍແຫ່ງຊາດ (GNI) ດັດຊະນີຊັບສິນມະນຸດ (HAI) ແລະ ດັດຊະນີຄວາມບອບບາງທາງດ້ານເສດຖະກິດ (EVI) ແຕ່ຍ້ອນຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ອາດຈະໃຊ້ເວລາອີກໄລຍະໜຶ່ງ ເພື່ອໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍດັ່ງກ່າວຢ່າງມີຜົນສໍາເລັດ ເຊິ່ງ 3 ເງື່ອນໄຂດັ່ງກ່າວ ລ້ວນແຕ່ໄດ້ເຊື່ອມສານເຂົ້າໃນນະໂຍບາຍຄວາມສະເໝີພາບຍິງ-ຊາຍ ຂອງລັດຖະບານ ແລະ ລັດຖະບານກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດມີຜົນສໍາເລັດເປັນກ້າວໆມາ ເຮັດໃຫ້ແມ່ຍິງສາມາດປະກອບສ່ວນເຫື່ອແຮງ ສະຕິປັນຍາ ຄວາມຮຸ້ ຄວາມສາມາດ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນຫຼາຍຂົງເຂດວຽກງານນັບມື້ນັບເພີ່ມຂຶ້ນ ເຊິ່ງສະແດງອອກໃນຕົວເລກໃນອັດຕາສ່ວນແມ່ຍິງເຂົ້າຮ່ວມໃນອົງການນິຕິບັນຍັດ ອົງການລັດຖະບານ ແລະ ອຳນາດການປົກຄອງຂັ້ນທ້ອງຖິ່ນ ພິເສດ ໃນປີ 2021 ສປປ ລາວ ໄດ້ຖືກຈັດຢູ່ໃນອັນດັບທີ 37 ຂອງໂລກ ແລະ ອັນດັບທີ 2 ຂອງອາຊຽນ ໃນດ້ານບົດບາດຂອງແມ່ຍິງໃນເວທີການເມືອງ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!