ຮອງເຈົ້າຄອງນະຄອນຫຼວງ ເຄື່ອນໄຫວຢ້ຽມຢາມໂຮງງານ ຄໍາຮຸ່ງໄຊຈະເລີນ ອຸດສາຫະກຳເຫຼັກ ຈໍາກັດ

    ວັນທີ 14 ຕຸລາ 2021 ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ)​ ໄດ້ເຄື່ອນໄຫວຢ້ຽມຢາມໂຮງງານຄໍາຮຸ່ງໄຊຈະເລີນອຸດສາຫະກຳເຫຼັກ ຈໍາກັດ ຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອຕິດຕາມຊຸກຍູ້ໃຫ້ທິດຊີ້ນໍາການຕິດຕາມປະເມີນຈັດຕັ້ງປະຕິບັດມາດຕະການຄຸ້ມຄອງໂຮງງານ ອຸດສາຫະກຳ ໂດຍສະເພາະ ການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໂຮງງານດັ່ງກ່າວ ເພື່ອຮັບຟັງການເໜີຂໍອະນຸຍາເປີດດຳເນີນກິດຈະການໂຮງງານຄືນໃໝ່ ພ້ອມທັງມາດຕະການປ້ອງກັນຄວາມປອດໄພໃນແຕ່ດ້ານຂອງໂຮງງານ ໂດຍໃຫ້ການຕ້ອນຮັບຂອງທ່ານ ຄໍາຮຸ່ງ ໄຊຈະເລີນ ຜູ້ອຳນວຍການໂຮງງານຄໍາຮຸ່ງໄຊຈະເລີນອຸດສາຫະກຳເຫຼັກ ຈໍາກັດ ມີທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫໂຮງງານະກຳ ແລະ ການຄ້າ ນວ ທ່ານ ເຈົ້າເມືອງໄຊເສດຖາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການເຄື່ອນໄຫວຕິດຕາມຊຸກຍູ້ຄັ້ງນີ້ ທ່ານ ຮອງເຈົ້າຄອງ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດການຜະລິດຂອງໂຮງງານ ແລະ ມາດຕະການຄຸ້ມຄອງພະນັກງານໄລຍະຜ່ານມາ ເຊິ່ງໂຮງງານດັ່ງກ່າວ ໄດ້ເປີດກິດຈະການມາໄດ້ 10 ກວ່າປີ ປັດຈຸບັນ ມີພະນັກງານທັງໝົດ 62 ຄົນ (ແຕ່ລະຄົນແມ່ນໄດ້ວັກຊີນຄົບ 2 ເຂັມ)​ ດ້ານການຜະລິດປີ 2020​ ຜະລິດໄດ້ 16.816 ໂຕນ ມູນຄ່າ​ 83,81 ຕື້ກີບ ສໍາລັບ 9 ເດືອນ ປິ​ 2021​ ຜະລິດໄດ້ 9.845 ໂຕນ ມູນຄ່າ​76,22 ຕື້ກີບ ສາມາດປະຕິບັດພັນທະອາກອນໃຫ້ລັດໄດ້ 3,91 ຕື້ກີບ ເທົ່າກັບ 37% ໂອກາດນີ້ ທ່ານ​ຮອງເຈົ້າຄອງ​ ກໍໄດ້ມີຄໍາເຫັນຊີ້ນໍາໃຫ້ໂຮງງານເປັນເຈົ້າການປະຕິບັດມາດຕະການຄຸ້ມຄອງພະນັກງານຂອງຕົນຢ່າງເຂັ້່ມງວດ ເປັນຕົ້ນ ພະນັກງານ-ກຳມະກອນທຸກຄົນ ຕ້ອງໄດ້ຮັບວັກຊິນຢ່າງໜ້ອຍໜຶ່ງເຂັມຈຶ່ງອະນຸຍາດໃຫ້ເຮັດວຽກໃນໂຮງງານໄດ້ ມີກວດວັດແທກອຸນຫະພຸມ ມີການເວັ້ນໄລຍະຫ່າງ ກໍລະນີພົບຜູ້ມີອາການສົງໄສວ່າເປັນພະຍາດໂຄວິດ-19 ຕ້ອງສົ່ງເຂົ້າຫ້ອງແຍກປ່ຽວຂອງໂຮງງານ ຫຼືມີຜູ້ຕິດເຊື້ອ ໃຫ້ແຈ້ງຄະນະສະເພາະກິດຢ່າງທັນການ ເພື່ອຮັບປະກັນຄວາມປອດໄພດ້ານອື່ນໆຢ່າງຮອບດ້ານ.

# ຂ່າວ & ພາບ : ລັດເວລາ

error: Content is protected !!