ວັງຕັດຂຸດຄົ້ນບໍແຮ່ຈໍາກັດ ຊຸກຍູ້ວຽກງານຕ້ານການລະບາດພະຍາດໂຄວິດ-19

    ວັນທີ 14 ຕຸລາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ບໍລິສັດ ວັງຕັດ ຂຸດຄົ້ນ ບໍ່ແຮ່ ຈໍາກັດ ໄດ້ມອບເງິນສົດ 95 ລ້ານກີບ ແລະ ນໍ້າດື່ມ 200 ແພັກ ມູນຄ່າ 5 ລ້ານກີບ ລວມມູນຄ່າທັງໝົດ 100 ລ້ານກີບ ໃຫ້ນະຄອນຫຼວງວຽງຈັນ ນໍາໃຊ້ເຂົ້າໃນວຽກງານຕ້ານການລະບາດພະຍາດໂຄວິດ-19 ໂດຍການມອບຂອງທ່ານ ນາງ ສິລິວັນ ປັດທໍາມະວົງ ຮອງອໍານວຍການບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ແລະ ທ່ານ ນາງ ຄໍາພັນ ບັນນະວົງ ຫົວໜ້າຫ້ອງການບໍລິສັດວັງຕັດ ຂຸດຄົ້ນ ບໍ່ແຮ່ ຈໍາກັດ ແລະ ຕາງໜ້າຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

.

# ຂ່າວ & ພາບ : ຂັນທະວີ

error: Content is protected !!