ສປປ ລາວ ໄດ້ຮັບວັກຊີນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ

    ພິທີມອບ-ຮັບວັກແຊັງປ້ອງກັນພະຍາດໂຄວິດ-19 ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໃຫ້ແກ່ ສປປ ລາວ ຈັດຂຶ້ນວັນທີ 13 ຕຸລາ 2021 ຢູ່ສະໜາມບິນສາກົນວັດໄຕ ກ່າວມອບໂດຍທ່ານ ຈຽງ ຈ້າຍຕຸ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ  ແລະ ໃຫ້ກຽດກ່າວກ່າວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ  ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

          ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: ເປັນອີກວັນໜຶ່ງ ທີ່ພັກ ລັດ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ມີຄວາມເບີກບານ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບຢາວັກແຊັງປ້ອງກັນພະຍາດໂຄວິດ-19 ເພີ່ມຕື່ມຈໍານວນ 1 ລ້ານໂດສ  (ຊິໂນຟາມ) ພ້ອມດ້ວຍເຂັມສັກຢາຈາກລັດຖະບານ ແຫ່ງ ສປ ຈີນ ທີ່ມອບໂດຍຜ່ານ ສະຫາຍ ຈຽງ ຈ້າຍຕຸ່ງ ເພື່ອໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ພັກ ລັດ ແລະ ປະຊາຊົນລາວທຸກທົ່ວໜ້າ ຕີລາຄາສູງ ແລະ ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ການຊ່ວຍເຫຼືອອັນບໍລິສຸດ ຈິງໃຈ ລໍ້າຄ່າ ທັນເວລາ ແລະ ສະເໝີຕົ້ນສະເໝີປາຍ ຂອງພັກ ລັດ ແລະ ປະຊາຊົນຈີນ ໃນຄັ້ງນີ້.

    ວັກແຊັງຈຳນວນດັ່ງກ່າວ ທີ່ໄດ້ຮັບໃນຄັ້ງນີ້ ຈະສົມທົບກັບວັກແຊັງ ສປ ຈີນ ຊ່ວຍເຫຼືອຜ່ານມາ 3.302.000ໂດສ (ບໍ່ລວມທີ່ກະຊວງປ້ອງກັນປະເທດຮັບ 400.000 ໂດສ) ແລະ ຮ່ວມກັບການຊ່ວຍເຫຼືອຂອງປະເທດຕ່າງໆ ອົງການສາກົນອື່ນໆ ຈະຊ່ວຍໃຫ້ ສປປ ລາວ ສາມາດບັນລຸຄາດໝາຍສັກວັກແຊັງໃຫ້ປະຊາ ກອນທົ່ວປະເທດໄດ້ 50% ຂຶ້ນໄປ ໃນປີ 2021 ເພື່ອຕ້ານແລະ ສະກັດກັ້ນໂຄວິດ-19.

    ພວກເຮົາຮູ້ດີ ແລະ ເຫັນແຈ້ງທີ່ສຸດວ່າໃນສະພາບການລະບາດຂອງໂຄວິດ-19 ທີ່ຜັນແປໄປຢ່າງສັບສົນ ໄວວາ ຄາດຄະເນໄດ້ຍາກ ອັນໄດ້ສ້າງຄວາມເສຍຫາຍໃຫຍ່ຫຼວງດ້ານຊີວິດ ແລະ ສົ່ງຜົນກະທົບຮ້າຍແຮງໃສ່ທຸກໆດ້ານຂອງການດໍາລົງຊີວິດກໍຄືການພັດທະນາຢູ່ໃນໂລກ ນັ້ນ ສປ ຈີນ ໄດ້ມີບົດບາດສໍາຄັນພົ້ນເດັ່ນໃນການຊ່ວຍເຫຼືອປະຊາຄົມໂລກ ດ້ວຍການສະໜອງຢາວັກແຊັງທີ່ມີຄຸນນະພາບ ອຸປະກອນການແພດສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວສານອັນຈໍາເປັນ ສົ່ງຄະນະຜູ້ຊ່ຽວຊານ ນັກວິຊາການ ຈຳນວນຫຼວງຫຼາຍ ໄປຊ່ວຍເຫຼືອປະເທດຕ່າງໆໃນໂລກທີ່ພວມປະເຊີນໜ້າກັບການແຜ່ລະບາດຂອງພະຍາດດັ່ງກ່າວລວມທັງ ສປປ ລາວ.

       ສຳລັບ ສປປ ລາວ ເຮົາໄດ້ຢຶດໝັ້ນຈຸດໝາຍທີ່ວາງອອກຄື: ໃຫ້ມີຜູ້ຕິດເຊື້ອໜ້ອຍທີ່ສຸດ ຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ຫັນທົ່ວສັງຄົມໄປສູ່ການດໍາລົງຊີວິດປົກກະຕິຕາມວິຖີໃໝ່ ໃຫ້ວ່ອງໄວ ກວ້າງຂວາງທົ່ວເຖິງນັ້ນ ສາມາດຍາດໄດ້ຜົນສໍາເລັດສໍາຄັນຫຼາຍດ້ານ ສະແດງອອກຄື ມາຮອດວັນທີ 13 ຕຸລາ 2021 ມີຜູ້ຕິດເຊື້ອ 29.964 ຄົນ ເທົ່າກັບ 0,41% ຂອງພົນລະເມືອງ ປົວດີ 22.431 ຄົນ ເທົ່າກັບ 74,90% ຂອງຜູ້ຕິດເຊື້ອທັງໝົດເສຍຊີວິດ 35 ຄົນ ເທົ່າກັບ 0,11% ຂອງຜູ້ຕິດເຊື້ອທັງໝົດ ຫຼື ເທົ່າກັບ 0,00047% ຂອງພົນລະເມືອງ ສັກຢາວັກແຊັງ ເຂັ້ມ 1 ໄດ້ 3.079.546 ຄົນ ເທົ່າກັບ 42% ຂອງພົນລະເມືອງ ສັກຢາວັກແຊັງຄົບ 2 ເຂັ້ມ ໄດ້ 2.295.297 ຄົນ ເທົ່າກັບ 31.28% ຂອງພົນລະເມືອງ ພ້ອມນັ້ນກໍຈະສືບສູ້ຊົນສັກວັກຊີນໃຫ້ປະຊາຊົນໃນກຸ່ມເປົ້າໝາຍຂອງທົ່ວປະເທດໃຫ້ໄດ້ຢ່າງທົ່ວເຖິງ ແລະ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ຮູບຂ່າວ (ນັດ 13.10.21)

error: Content is protected !!