ພິທີມອບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈັດຂຶ້ນວັນທີ 13 ຕຸລາ 2021 ທີ່ສະໂມສອນເມືອງສັງທອງ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານ ແລະ ມອບນາມມະຍົດຂອງ ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ມີບັນດາຄະນະພັກຮາກຖານ ໜ່ວຍພັກຮາກຖານອ້ອມຂ້າງເມືອງເຂົ້າຮ່ວມ.


ທ່ານນາງ ໄຊພອນ ແສງຈັນ ຫົວໜ້າຄະນະຈັດຕັ້ງເມືອງສັງທອງ ຜ່ານບົດສະຫຼຸບໂດຍຫຍໍ້ກ່ຽວກັບຜົນຂອງການກວດກາ ຕີລາຄາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ທົ່ວເມືອງມີ 75 ໜ່ວຍພັກ ມີ 3 ຄະນະພັກຮາກຖານ ມີໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 17 ໜ່ວຍພັກ ໜ່ວຍພັກຮາກຖານ 58 ໜ່ວຍພັກ ມີສະມາຊິກພັກທັງໝົດ 1.164 ທ່ານ ຍິງ 263 ທ່ານ ສໍາຮອງ 63 ທ່ານ ຜ່ານການກວດກາຕີລາຄາ ແລະ ແບ່ງປະເພດສະມາຊິກພັກ ຕາມ 5 ໜ້າທີ່ຄື: ສະມາຊິກພັກແຂງ 907 ທ່ານ ຍິງ 199 ທ່ານສະມາຊິກພັກກາງ 108 ທ່ານ ຍິງ 30 ທ່ານ ບໍ່ໄດ້ຈັດແລ້ວປະເພດ 149 ທ່ານ ຍິງ 33 ທ່ານ ກວດກາແບ່ງປະເພດໜ່ວຍພັກຕາມ 5 ເນື້ອໃນຄື: ໄດ້ໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ 66 ໜ່ວຍພັກ ໜ່ວຍພັກປະເພດກາງ 9 ໜ່ວຍພັກ.
# ຂ່າວ & ພາບ : ວຽງມາ