ເນື່ອງໃນໂອກາດງານສະເຫຼີມສະຫຼອງວັນມາດຕະຖານໂລກ 14 ຕຸລາ ຄົບຮອບ 74 ປີ ວັນທີ 13 ຕຸລາ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີຄໍາເຫັນຕໍ່ວັນດັ່ງກ່າວວ່າ: ວັນທີ 14 ຕຸລາ ແມ່ນວັນມາດຕະຖານໂລກ ເຊິ່ງໄດ້ໜູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໃນປີ 2021 ສປປ ລາວ ໄດ້ພ້ອມກັບບັນດາປະເທດສະມາຊິກອົງການມາດຕະຖານສາກົນ ຈັດການສະເຫຼີມສະຫຼອງວັນດັ່ງກ່າວ ພາຍໃຕ້ຄໍາຂວັນທີ່ອົງການມາດຕະຖານສາກົນວາງອອກ “ວິໄສທັດຮ່ວມກັນຂອງພວກເຮົາ ເພື່ອໂລກທີ່ດີຂື້ນ” ໂດຍຈຸດປະສົງຂອງການສະເຫຼີມສະຫຼອງວັນມາດຕະຖານໂລກ ເພື່ອສ້າງຈິດສໍານຶກໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນຜູ້ສ້າງລະບຽບການ ແລະ ຄຸ້ມຄອງມາດຕະຖານ ຜູ້ປະກອບການລົງທຶນ ນັກທຸລະກິດ ຜູ້ຜະລິດ ຜູ້ຄ້າຂາຍ ແລະ ຜູ້ຊົມໃຊ້ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສໍາຄັນຂອງວຽກງານມາດຕະຖານ ຕໍ່ການພັດທະນາເສດຖະກິດ-ສັງຄົມໃນລະດັບຊາດ ພາກພື້ນ ແລະ ສາກົນ ພ້ອມນັ້ນ ເພື່ອພັດທະນາວຽກງານມາດຕະຖານຊຸກຍູ້ສົ່ງເສີມການຄ້າ ການຜະລິດອຸດສາຫະກຳ ລວມທັງການນຳໃຊ້ ແລະ ການຖ່າຍທອດເຕັກໂນໂລຊີ ທີ່ກ້າວໜ້າຂອງໂລກໃນແຕ່ລະໄລຍະ ເພື່ອເປັນການພັດທະນາແບບຍືນຍົງ ນອກນັ້ນ ການຢັ້ງຢືນຮັບຮອງເອົາມາດຕະຖານຂອງຜະລິດຕະພັນ ລະບົບການກວດສອບ ການຢັ້ງຢືນຄຸນນະພາບຂອງຜະລິດຕະພັນ ແລະ ສິນຄ້າ ຍັງຊ່ວຍຍົກສູງສະມັດຕະພາບການຜະລິດ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້ ແລະ ທັງເປັນການສ້າງຄວາມຍຸດຕິທຳໃນສັງຄົມອີກດ້ວຍ.

ອົງການມາດຕະຖານສາກົນ ສ້າງຕັ້ງຂຶ້ນ ໃນປີ 1947 ແລະ ເລີ່ມແຕ່ປີ 1993 ເປັນຕົ້ນມາ ຢູ່ ສປປ ລາວ ໄດ້ເລີ່ມມີການເຄື່ອນໄຫວວຽກງານມາດຕະຖານຢ່າງເປັນທາງການ ນັບແຕ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກຜູ້ສັງເກດການຂອງອົງການມາດຕະຖານສາກົນແຕ່ເດືອນມັງກອນ 2007 ປັດຈຸບັນ ສປປ ລາວ ໄດ້ຍົກລະດັບຈາກການເປັນສະມາຊິກຜູ້ສັງເກດການມາເປັນສະມາຊິກເຄິ່ງສົມບູນຂອງອົງການມາດຕະຖານສາກົນໃນເດືອນ ມັງກອນ ຕົ້ນປີ 2017 ເຊິ່ງຄົບຮອບ 14 ປີ ຂອງການເປັນສະມາຊິກອົງການມາດຕະຖານສາກົນ ແລະ ໄດ້ເຂົ້າຮ່ວມຄະນະກຳມະການທີ່ປຶກສາດ້ານມາດຕະຖານ ແລະ ຄຸນນະພາບອາຊຽນໃນປີ 1998 ປັດຈຸບັນ ວຽກງານມາດຕະຖານຢູ່ ສປປ ລາວ ໄດ້ມີການເຄື່ອນໄຫວພາຍໃຕ້ຄວາມຮັບຜິດຊອບຂອງກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໃນຊຸມປີທີ່ຜ່ານມາ ກົມດັ່ງກ່າວໄດ້ສ້າງນິຕິກຳໃນການຄຸ້ມຄອງ ພັດທະນາ ແລະ ບໍລິການວຽກງານມາດຕະຖານເປັນຕົ້ນ ສ້າງກົດໝາຍ ດຳລັດ ບັນດານິຕິກຳລຸ່ມກົດໝາຍ ແລະ ບັນດາມາດຕະຖານແຫ່ງຊາດສໍາລັບຜະລິດຕະພັນໃນແຕ່ລະຂົງເຂດຕ່າງໆ ເພື່ອໃຫ້ສອດຄ່ອງກັບລະບຽບການຂອງອົງການຄ້າໂລກ ພົ້ນເດັ່ນ ໄດ້ຮັບຮອງເອົາມາດຕະຖານເຄື່ອງໃຊ້ໄຟຟ້າ-ເອເລັກໂຕຣນິກສາກົນ ແລະ ມາດຕະຖານສາກົນມາເປັນມາດຕະຖານແຫ່ງຊາດໄດ້ 454 ມາດຕະຖານ ແລະ ມາດຕະຖານກໍ່ສ້າງເອງ 42 ມາດຕະຖານ ພ້ອມນັ້ນ ໄດ້ມີມາດຕະຖານແຫ່ງຊາດລາວທີ່ປະກາດໃຊ້ຢ່າງເປັນທາງການແລ້ວ 496 ມາດຕະຖານ ແລະ ຍັງໄດ້ປະກາດໃຊ້ມາດຕະຖານແບບບັງຄັບໃນຂົງເຂດໄຟຟ້າເອເລັກໂຕຣນິກ ຂົງເຂດວັດສະດຸການກໍ່ສ້າງ ແລະ ຂົງເຂດນໍ້າມັນເຊື້ອໄຟ ແລະ ອາຍແກັດ 119 ມາດຕະຖານ ໄດ້ອະນຸຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດໃຫ້ແກ່ 30 ຜະລິດຕະພັນ ຢັ້ງຢືນຄຸນນະພາບອຸປະກອນພິເສດໃຫ້ 19 ບໍລິສັດ ແລະ ຢັ້ງຢືນ ລະບົບມາດຕະຖານສາກົນໃຫ້ 25 ບໍລິສັດ ຢັ້ງຢືນການຄຸ້ມຄອງບໍລິຫານຫ້ອງທົດລອງໃຫ້ແກ່ 3 ຫ້ອງທົດລອງເຊັ່ນ: ຫ້ອງທົດລອງໄຟຟ້າ ຫ້ອງທົດລອງນໍ້າໜັກ ແລະ ຫ້ອງທົດລອງອຸນຫະພູມ ນອກນັ້ນ ຍັງມີການຮ່ວມມືກັບພາກເອກະຊົນ ເພື່ອສ້າງຫ້ອງທົດລອງ ສ້າງລະບົບການປະຕິບັດວຽກງານກວດກາ ແລະ ການຢັ້ງຢືນຄຸນນະພາບຜະລິດຕະພັນ ແລະ ສິນຄ້າ ເປັນຕົ້ນແມ່ນອອກໃບຢັ້ງຢືນຄຸນນະພາບອຸປະກອນພິເສດຂອງໂຄງການທາງລົດໄຟ ໄດ້ສ້າງຕັ້ງ ແລະ ປະຕິບັດການກວດກາຄຸນນະພາບນໍ້າມັນເຊື້ອໄຟ ແລະ ອາຍແກັດຢູ່ຕາມແຕ່ລະດ່ານຊາຍແດນສາກົນໄດ້ທັງໝົດ 18 ດ່ານໃນຂອບເຂດທົ່ວປະເທດ.
# ຂ່າວ & ພາບ : ຂັນທະວີ