ໃນວັນທີ 12 ຕຸລາ 2021 ທີ່ຫ້ອງປະຊຸມສູນໄອຊີທີ ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດພິທີສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ 34 ປີ (12 ຕຸລາ 1987-12 ຕຸລາ 2021) ໃນຮູບແບບທາງໄກ ເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ ພ້ອມດ້ວຍຄະນະລັດຖະມົນຕີ ການນໍາພັກ-ລັດ ຜູ້ບໍລິຫານການສຶກສາທຸກຂັ້ນ ອົງການຈັດຕັ້ງສາກົນ ການຈັດຕັ້ງທາງສັງຄົມ ຜຸ້ປະກອບການ ພະນັກງານຄູ-ອາຈານ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ.

ໂອກາດນີ້ ທ່ານ ຮສ ປອ ພຸດ ສິມມາລາວົງ ກ່າວວ່າ: ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມເອົາໃຈໃສ່ໃຫ້ແກ່ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງໄດ້ຮັບໝາກຜົນຢ່າງຫຼວງຫຼາຍ ເປັນຕົ້ນແມ່ນໄດ້ຄົ້ນຄວ້າ ສ້າງ ແລະ ປັບປຸງກົດໝາຍສໍາເລັດແລ້ວ 8 ສະບັບ ແລະ ນິຕິກໍາລຸ່ມກົດໝາຍ 30 ສະບັບ ສ້າງບຸຄະລາກອນໃຫ້ເປັນນັກຄົ້ນຄວ້າ ນັກວິທະຍາສາດທີ່ເປັນມືອາຊີບ ສ້າງຫ້ອງທົດລອງທີ່ທັນສະໄໝ ສ້າງສູນຂໍ້ມູນເອເລັກໂຕຣນິກ ໃຫ້ການບໍລິການວິທະຍາສາດ ແລະ ເຕັກໂນໂລຊີ ໂຄສະນາເຜີຍແຜ່ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ພົວພັນ ແລະ ຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ພ້ອມທັງຮຽກຮ້ອງໃຫ້ບັນດານັກວິທະຍາ ສາດ ນັກຄົ້ນຄວ້າ ນັກຮຽນຮູ້ ປັນຍາຊົນ ແລະ ທົ່ວສັງຄົມ ສືບຕໍ່ເສີມຂະຫຍາຍມູນເຊື້ອການຄົ້ນຄວ້າປະດິດສ້າງຂອງຕົນ ສູ້ຊົນປະຕິບັດໜ້າທີ່ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນຂອງກົມກອງໃຫ້ສູງຂຶ້ນ ເພື່ອປະກອບສ່ວນຢ່າງສົມກຽດ ເຂົ້າໃນພາລະກິດພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຂອງປະເທດເຮົາ.

ພາຍໃນງານ ຍັງໄດ້ນໍາສະເໜີບົດຮຽນໃນການຄຸ້ມຄອງການຄົ້ນຄວ້າວິທະຍາສາດ ບົດຄົ້ນຄວ້າກ່ຽວກັບການນໍາໃຊ້ຢາພື້ນເມືອງປະກອບສ່ວນເຂົ້າໃນການປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19 ບົດຄົ້ນຄວ້າແນວພັນເຂົ້າ ບົດຄົ້ນຄວ້າແນວທາງການຄົ້ນຄວ້າ ເພື່ອພັດທະນາ ແລະ ຖ່າຍທອດເຕັກໂນໂລຊີການລ້ຽງງົວແບບຍືນຍົງ ບົດຄົ້ນຄວ້າການພັດທະນາເຕັກໂນໂລຊີດີຈິຕອນຂອງ ສປປ ລາວ ແລະ ບົດຄົ້ນຄວ້າການນໍາໃຊ້ໂປຣແກມຄວບຄຸມການຫົດນໍາແບບອັດຕະໂນມັດ.

# ຂ່າວ & ພາບ : ບຸນມີ