ແຂວງຫຼວງພະບາງ ຈູດທໍາລາຍຢາເສບຕິດ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ

    ພິທີຈູດທໍາລາຍຢາເສບຕິດ ທີ່ສານຕັດສິນໃຊ້ໄດ້ຢ່າງຂາດຕົວ ນໍາມາຈູດ ແລະ ທໍາລາຍ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ ຈັດຂຶ້ນໃນວັນທີ 12 ຕຸລາ 2021 ທີ່ເດີ່ນກິລາໂຮງຮຽນ ປກສ ຊັ້ນສູງເລກ 2 (ແກ້ງເບັນ) ແຂວງຫຼວງພະບາງ ໂດຍມີທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ທ່ານ ພັນໂທ ສົມບູນ ທະນາວັນ ຮອງກອງບັນຊາການ ປກສ ແຂວງ ຫົວໜ້າຫ້ອງຕຳຫຼວດ ຜູ້ຊີ້ນຳວຽກງານຢາເສບຕິດ ແຂວງຫຼວງພະບາງ ບັນດາຮອງເຈົ້າແຂວງ ເຈົ້ານະຄອນຫຼວງພະບາງ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສອນນິຄົມ ຄຳພາສິດ ຮອງປະທານສານປະຊາຊົນແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານສະພາບການແກ້ໄຂຄະດີຢາເສບຕິດ ເຊິ່ງມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ຕໍ່ພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ (12/10/2001-12/10/2021) ວ່າ: ປີ 2019-2020 ໄດ້ພ້ອມກັນຈັດຕັ້ງພິທີຈູດ ແລະ ທໍາລາຍຢາເສບຕິດ ເຊິ່ງປະກອບມີ ຢາເຮໂຣອິນ 4.228 ກຣາມ ຢາບ້າ 6.265 ກຣາມ ມີຄະດີ 108 ເລື່ອງ ມີນັກໂທດ 141 ຄົນ ຍິງ 12 ຄົນ ແລະ ໃນປີ 2020-2021 ເຈົ້າໜ້າທີ່ສາມາດມ້າງທໍາລາຍຄະດີຢາເສບຕິດ ໄດ້ທັງໝົດ 152 ເລື່ອງ ມີຜູ້ຖືກຫາທັງໝົດ 223 ຄົນ ຍິງ 15 ຄົນ ໄດ້ສັ່ງຟ້ອງຂຶ້ນສານ ແລະ ມີຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ 119 ເລື່ອງ ມີນັກໂທດທັງໝົດ 153 ຄົນ ຍິງ 7 ຄົນ ໃນນີ້ມີນັກໂທດທີ່ຖືກສານຕັດສິນຕະຫຼອດຊີວິດ 12 ຄົນ ຂອງກາງມີຢາບ້າ 95.516 ເມັດ ເທົ່າກັບ 9.551,6 ກຣາມ ຢາຝິ່ນ 168,91 ກຣາມ ເຮໂລອິນ 2,8 ກຣາມ ອຸປະກອນການເສບ ແລະ ສິ່ງຫຸ້ມຫໍ່ຢາເສບຕິດຈຳນວນໜຶ່ງ.

    ສຳລັບຢາເສບຕິດທີ່ຈູດທໍາລາຍໃນຄັ້ງນີ້ ລວມມີ ຢາບ້າ ກັນຊາແຫ້ງ ຝຸ່ນຂາວ ເຄື່ອງອຸປະກອນການເສບ ແລະ ສີ່ງຫຸ້ມຫໍ່ຈຳນວນໜຶ່ງ ສ່ວນຢາຝິ່ນ 168,91 ກຣາມ ແມ່ນຈະບໍ່ໄດ້ທໍາລາຍ ເນື່ອງຈາກຈະໄດ້ນໍາໃຊ້ເຂົ້າໃນທາງດ້ານວິທະຍາສາດການແພດຕໍ່ໄປ ເຊິ່ງຂອງກາງຢາເສບຕິດທີ່ມີຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ຍັງມີຂອງກາງຢາເສບຕິດ ແລະ ອຸປະກອນການຜະລິດຢາເສບຕິດຈຳນວນໜຶ່ງ ທີ່ພົບເຫັນຢູ່ໃນປ່າ ເຊິ່ງບໍ່ສາມາດຮູ້ໄດ້ວ່າບຸກຄົນໃດເປັນເຈົ້າຂອງຢາເສບຕິດຈຳນວນດັ່ງກ່າວຢູ່ 3 ບ້ານຄື: ບ້ານໝາກຜຸກ ບ້ານຊົງຈ່າ ແລະ ບ້ານຫຼັກ 50 ມີຢາເຮໂຣອິນ (ປະເພດຝຸ່ນ) 83.750 ກິໂລກຣາມ ຢາບ້າ (ປະເພດເມັດ)ຈຳນວນ 79.682 ກິໂລກຣາມ ຢາບ້າ (ປະເພດຝຸ່ນ) 129.64 ກິໂລກຣາມ ຢາໄອ້ 12 ກິໂລກຣາມ ແລະ ຄ້າຍຄືຢາໄອ້ 14,2 ກິໂລກຣາມ ນອກນັ້ນ ຍັງມີທາດເຄມີເພື່ອປະສົມຢາເສບຕິດ ຄື: ແປ້ງສີຂີ້ດິນ 30,1 ກິໂລກຣາມ ແປ້ງສີຟ້າ 2 ກິໂລກຣາມ ແປ້ງສີຂາວ 395,1 ກິໂລກຣາມ ນ້ຳຢາເຄມີ 310,2 ກິໂລກຣາມ ແລະ 15 ແກ້ວ ກັບ 7 ແກັດ ຫົວເຊື້ອຢາບ້າ 28 ກິໂລກຣາມ ສີປະສົມຢາ 6 ກິໂລກຣາມ ຖົງຢາງສໍາລັບໄວ້ບັນຈຸຢາ(ສີຟ້າ) 52,4 ກິໂລກຣາມ ຖົງຢາງສຳລັບໄວ້ຫຸ້ມຫໍ່ (ສີຂາວ) 107,9 ກິໂລກຣາມ ແກ່ນຝິ່ນ 177,9 ກິໂລກຣາມ ສ່ວນຢາຝິ່ນ 600 ກຣາມ ຈະບໍ່ໄດ້ທໍາລາຍ ເນື່ອງຈາກຈະໄດ້ນໍາໃຊ້ເຂົ້າທາງດ້ານວິທະຍາສາດການແພດ ແລະ ຖ້າທຽບໃສ່ປີຜ່ານມາ ຄະດີຄ້າ-ຂາຍຢາເສບຕິດແມ່ນມີທ່າອ່ຽງເພີ່ມຂຶ້ນ.

# ຂ່າວ & ພາບ : ວຽງມາ

error: Content is protected !!