ພົບຜູ້ເສຍຊີວິດຍ້ອນເຊື້ອພະຍາດໂຄວິດ-19 ເພີ່ມ 3 ຄົນ

    ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍທ່ານ ນາງ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ໄດ້ຖະແຫຼງຂ່າວປະຈໍາວັນທີ 12 ຕຸລາ 2021 ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ວ່າ: ວັນທີ 11 ຕຸລາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.240 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 549 ຄົນ ໃນນີ້ ຕິດເຊື້ອນໍາເຂົ້າ 9 ຄົນ ເຊິ່ງ 6 ຄົນຈາກນະຄອນຫຼວງວຽງຈັນ ແລະ ອີກ 3 ຄົນ ຈາກແຂວງສະຫວັນນະເຂດ ບຸກຄົນດັ່ງກ່າວນີ້ ໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ.

    ສ່ວນຕິດເຊື້ອພາຍໃນ ມີ 540 ຄົນ ເຊິ່ງຈາກນະຄອນຫຼວງ 387 ຄົນ ມີ 7 ເມືອງ ແລະ 113 ບ້ານ (ເມືອງຈັນທະບູລີ ມີ 24 ຄົນ 12 ບ້ານ ສີໂຄດຕະບອງ ມີ 33 ຄົນ 21 ບ້ານ ໄຊເສດຖາ ມີ 132 ຄົນ 20 ບ້ານ (ສະຖານທີ່ຄຸມຂັງ 99 ຄົນ) ສີສັດຕະນາກມີ 27 ຄົນ 10 ບ້ານ ນາຊາຍທອງ ມີ 42 ຄົນ 7 ບ້ານ ໄຊທານີ ມີ 80 ຄົນ, 29 ບ້ານ (ສະຖານທີ່ຈຳກັດບໍລິເວນ 33 ຄົນ) ແລະ ເມືອງຫາດຊາຍຟອງ ມີ 40 ຄົນ 14 ບ້ານ ນອກນີ້ກຳລັງເກັບກຳຂໍ້ມູນຕື່ມອີກ 15 ຄົນ)

    ຫຼວງພະບາງ 52 ຄົນ (ນະຄອນຫຼວງພະບາງມີ 14 ບ້ານ 33 ຄົນ ເມືອງງອຍ ມີ 1 ບ້ານ 7 ຄົນ ແລະ ເມືອງນໍ້າບາກ ມີ 1 ບ້ານ 12 ຄົນ)

    ສະຫວັນນະເຂດ 22 ຄົນ ຈາກເມືອງອຸທຸມພອນ1 ບ້ານມີ 14 ຄົນ ແລະ ນະຄອນໄກສອນ 3 ບ້ານ ມີ 8 ຄົນ

    ແຂວງວຽງຈັນ 18 ຄົນ ຈາກເມືອງແກ້ວອຸດົມມີ 4 ບ້ານ 6 ຄົນ ວັງວຽງ ມີ 2 ບ້ານ 7 ຄົນ ແລະ ເມືອງວຽງຄຳມີ 2 ບ້ານ 5 ຄົນ

    ແຂວງບໍລິຄຳໄຊ 17 ຄົນ ຈາກເມືອງປາກກະດິງມີ 16 ຄົນ 6 ບ້ານ ແລະ ເມືອງປາກຊັນ 1 ຄົນ

    ແຂວງຈໍາປາສັກ 15 ຄົນ ຈາກນະຄອນປາກເຊມີ 4 ບ້ານ 8 ຄົນ ແລະ ເມືອງບາຈຽງຈະເລີນສຸກມີ 2 ບ້ານ 7 ຄົນ

    ແຂວງໄຊສົມບູນ 10 ຄົນ ຈາກເມືອງລ່ອງຊານ 2 ບ້ານ 5 ຄົນ ອະນຸວົງ 2 ບ້ານ 3 ຄົນ ແລະ ເມືອງທ່າໂທມ 2 ບ້ານ 2 ຄົນ

    ແຂວງບໍ່ແກ້ວ 10 ຄົນ ຈາກເມືອງຕົ້ນເຜິ້ງ 7 ຄົນ ແລະ ເຂດພິເສດ 3 ຄົນ (ຫວຽດນາມ 2 ຄົນ ແລະ ພະມ້າ 1 ຄົນ)

    ແຂວງຄຳມ່ວນ 7 ຄົນ ທັງໝົດມາຈາກເມືອງທ່າແຂກ

    ແຂວງສາລະວັນ 2 ຄົນ ຈາກເມືອງສາລະວັນ 1 ຄົນ ແລະ ເມືອງເລົ່າງາມ 1 ຄົນ

    ມາຮອດວັນທີ 11 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ທັງໝົດ 29.398 ຄົນ ເສຍຊີວິດສະສົມ 33 (ໃໝ່ 3) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 11 ຕຸລາມີ 248 ຄົນ ກໍາລັງປິ່ນປົວ 7.258 ຄົນ.

    ສະເພາະຄົນເຈັບເສຍຊີວິດ 3 ຄົນ

  • ຜູ້ທີ 1: ເພດຍິງ ອາຍຸ 30 ປີ ອາຊີບ ແມ່ເຮືອນ ບ້ານ ບໍ່ໂອເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ບໍ່ທັນໄດ້ຮັບວັກຊີນ ຖືພາໄດ້ 8 ເດືອນ ມີພະຍາດປະຈຳໂຕ ເປັນເບົາຫວານ ຄວາມດັນເລືອດສູງ ຜູ້ກ່ຽວໄດ້ສໍາຜັດໃກ້ຊິດກັບຄົນໃນຄອບຄົວທີ່ຕິດເຊື້ອມາກ່ອນ ວັນທີ 8 ຕຸລາ 2021 ມາໂຮງໝໍດ້ວຍອາການໄອອອກເລືອດ ກ່ອນໜ້ານີ້ແມ່ນມີອາການໄອ ແລະ ມີຂີ້ກະເທີຢູ່ບ້ານໄດ້ໜຶ່ງອາທິດແລ້ວ ໂຮງໝໍສົ່ງຜູ້ກ່ຽວເຂົ້າໄປນອນຕືກແຍກປ່ຽວ ວັນທີ 9 ຕຸລາ 2021 ໄດ້ເກັບຕົວຢ່າງກວດ ຜົນກວດພົບເຊື້ອໂຄວິດ ວັນທີ 10 ຕຸລາ ອາການແມ່ບໍ່ດີ ແລະ ຄວາມດັນເລືອດຕໍ່າ ໄດ້ຜ່າຕັດເອົາລູກ (ສະພາບຂອງລູກຫຼັງຜ່າຕັດເດັກບໍ່ດີ້ນ ສຽງຫົວໃຈເດັກບໍ່ເຕັ້ນແລ້ວ ແລະ ເສຍຊີວິດ) ມາຮອດວັນທີ 11 ຕຸລາ 2021 ຜູ້ກ່ຽວເສຍຊີວິດ
  • ຜູ້ທີ 2 ເພດຊາຍ ອາຍຸ 50 ປີ ອາຊີບ ຊາວນາ ບ້ານໜອງຂຽດ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ ໄດ້ສັກຢາວັກຊິນ 1 ເຂັມ (Astrazeneca) ມີພະຍາດປະຈຳຕົວ ຄວາມດັນເລືອດສູງ ເບົາຫວານ ຄໍອັກເສບຊ້ຳເຮື້ອ ບາດແຜໃນກະເພາະ ແລະ ເລືອດຈາງ ເກັບຕົວຢ່າງວັນທີ 26 ກັນຍາ ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປີ່ນປົວຢູ່ໂຮງໝໍ 103 ແລະ ໄດ້ຍ້າຍມາໂຮງໝໍມິດຕະພາບໃນວັນທີ 27 ກັນຍາ ຍ້ອນມີອາການທາງດ້ານລະບົບຫາຍໃຈຮຸນແຮງ ມາຮອດເວລາ 10:20 ໂມງຂອງວັນທີ 11 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ
  • ຜູ້ທີ 3 ເພດຊາຍ ອາຍຸ 77 ປີ ອາຊີບ ຜູ້ເຖົ້າ ບ້ານຄອນວັດ ເມືອງລ້ອງຊານ ແຂວງໄຊສົມບູນ ຜູ້ກ່ຽວໄດ້ໄປງານເຮືອນດີຢູ່ບ້ານຖໍ້າດິນ ແລະ ມີລາຍງານຜູ້ຕິດເຊື້ອ ຜູ້ກ່ຽວບໍ່ທັນໄດ້ສັກຢາວັກຊິນກັນພະຍາດໂຄວິດ-19 ພະຍາດປະຈໍາຕົວ ໄອຊໍ້າເຮື້ອ ວັນທີ 22 ກັນຍາ ຜູ້ກ່ຽວມີອາການໄຂ້ ໄອ ປວດຕາມຕົນໂຕ ເຈັບຄໍ ແລະ ປວດຂໍ້ກະດູກ ວັນທີ 27 ກັນຍາ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19 ວັນທີ 29 ກັນຍາ ຜົນກວດອອກມາແມ່ນພົບເຊື້ອ ວັນທີ 30 ກັນຍາ ເຂົ້ານອນປີ່ນປົວຢູ່ສູນໂຮງຮຽນ ມສ ລ້ອງຊານ ຈົນຮອດເວລາ 11:20 ໂມງຂອງວັນທີ 11 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!