ກວດພົບຜູ້ຕິດເຊືື້ອໂຄວິດ-19 ໃໝ່ 309 ຄົນ ເສຍຊີວິດເພີ່ມອີກ 4

    ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານໃຫ້ຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 11 ຕຸລາ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 10 ຕຸລາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.600 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 309 ຄົນ (ຕິດເຊື້ອພາຍໃນ ມີ 303 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ).

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 303 ຄົນ ມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາແຂວງທີ່ມີການຕິດເຊື້ອໜ້ອຍ ຄື:

    ນະຄອນຫຼວງ 119 ຄົນ ມີ 7 ເມືອງ ແລະ 52 ບ້ານ ໃນນັ້ນ ເມືອງຈັນທະບູລີ ມີ 10 ຄົນ 4 ບ້ານ ເມືອງສີໂຄດຕະບອງ ມີ 17 ຄົນ 3 ບ້ານ ເມືອງໄຊເສດຖາ ມີ 73 ຄົນ 12 ບ້ານ ເມືອງສີສັດຕະນາກມີ 6 ຄົນ 3 ບ້ານ ເມືອງນາຊາຍທອງ ມີ 13 ຄົນ 6 ບ້ານ ເມືອງໄຊທານີ ມີ 8 ຄົນ 7 ບ້ານ ແລະ ເມືອງຫາດຊາຍຟອງ ມີ 6 ຄົນ 3 ບ້ານ.

    ສໍາລັບແຂວງວຽງຈັນ 49 ຄົນ ໃນນັ້ນ ເມືອງແກ້ວອຸດົມ ມີ 6 ບ້ານ (45 ຄົນ) ເມືອງວັງວຽງ ມີ 2 ບ້ານ (2 ຄົນ) ເມືອງໂພນໂຮງ ມີ 2 ບ້ານ (2 ຄົນ)

    ຫຼວງພະບາງ 32 ຄົນ ໃນນັ້ນ ນະຄອນຫຼວງພະບາງ ມີ 10 ບ້ານ (16 ຄົນ) ເມືອງຊຽງເງິນ ມີ 4 ບ້ານ (7 ຄົນ) ເມືອງງອຍ ມີ 2 ບ້ານ (4 ຄົນ) ເມືອງຈອມເພັດ ມີ 1 ບ້ານ (2 ຄົນ) ເມືອງນໍ້າບາກ ມີ 2 ບ້ານ (3 ຄົນ)

    ໄຊສົມບູນ 26 ຄົນ (ເມືອງລ່ອງຊານ)

    ສະຫວັນນະເຂດ 22 ຄົນ ໃນນັ້ນ ເມືອງອຸທຸມພອນ ມີ 5 ບ້ານ (11 ຄົນ) ນະຄອນໄກສອນ ມີ 6 ບ້ານ (9 ຄົນ) ເມືອງ ໄຊບູລີ ມີ 2 ບ້ານ (2 ຄົນ)

    ຈໍາປາສັກ 21 ຄົນ ໃນນັ້ນ ນະຄອນປາກເຊ ມີ 3 ບ້ານ (5 ຄົນ) ເມືອງປະທຸມພອນ ມີ 2 ບ້ານ (4 ຄົນ) ເມືອງບາຈຽງຈະເລີນສຸກ 4 ບ້ານ (11 ຄົນ) ຄົນເຈັບມາປິ່ນປົວ SARI ຢູ່ໂຮງໝໍແຂວງຈຳປາສັກ ແຕ່ເປັນຄົນຈາກ ບ້ານໜອງໃສ ເມືອງສາລະວັນ

    ແຂວງສາລະວັນ 1 ຄົນ

    ຄຳມ່ວນ 20 ຄົນ ໃນນັ້ນ ເມືອງທ່າແຂກ ມີ 16 ຄົນ ສູນກັກກັນເມືອງຍົມມະລາດ ມີ 4 ຄົນ

    ບໍ່ແກ້ວ 12 ຄົນ ໃນນັ້ນ ເມືອງຕົ້ນເຜິ້ງ ບ້ານດອນມູນ 7 ຄົນ ເຂດເສດຖະກິດພິເສດ 5 ຄົນ (ເຈົ້າໜ້າທີ່ ປກສ ເຂດ 1 ຄົນ ແລະ ກຳມະກອນ 3 ຄົນ ຄົນມຽນມາ)

    ບໍລິຄຳໄຊ 1 ຄົນ ເມືອງປາກກະດິງ

    ສາລະວັນ 1 ຄົນ.

    ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້ ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ 3 ຄົນ ຈາກນະຄອນຫຼວງວຽງ ແລະ ອີກ 3 ຄົນ ຈາກສະຫວັນນະເຂດ ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

    ມາຮອດວັນທີ 10 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 28.849 ຄົນ ເສຍຊີວິດສະສົມ 30 (ໃໝ່ 4) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 272 ຄົນ ກໍາລັງປິ່ນປົວ 6.947 ຄົນ. ສຳລັບຄົນເຈັບເສຍຊີວິດ 4 ຄົນ ລາຍລະອຽດດັ່ງນີ້:

    ຜູ້ທີ 1 ເພດຊາຍ ອາຍຸ 57 ປີ ອາຊີບ ພະນັກງານບໍານານ ບ້ານຜາເທົາ ເມືອງວັງວຽງ ແຂວງວຽງຈັນ

    ຜູ້ທີ 2 ເພດເພດຊາຍ ອາຍຸ 83 ປີ ອາຊີບ ພໍ່ເຮືອນ ບ້ານໄຊຍະພູມ ນະຄອນໄກສອນ ແຂວງສະຫວັນນະເຂດ

    ຜູ້ທີ 3 ເພດຊາຍ ອາຍຸ 42 ປີ ອາຊີບ ກຳມະກອນ ບ້ານນາສາລາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ

    ຜູ້ທີ 4 ເພດຍິງ ອາຍຸ 79 ປີ ບ້ານ ໂພນເຄັງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

# ຂ່າວ – ພາບ :  ສີພອນ

error: Content is protected !!