ມື້ນີ້ ຢູ່ນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອໂຄວິດ-19 ພາຍໃນ ສູງເຖິງ 400 ຄົນ

    ທ່ານ ນາງ ພອນປະເສີດ ໄຊຍະມົງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 10 ຕຸລາ 2021 ຢູ່ກະຊວງສາທາລະນະສຸກ ກ່ຽວກັບການແຜ່ບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ທົ່ວໂລກ. 

    ວັນທີ 9 ຕຸລາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19 ທັງໝົດ 5.660 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 508 ຄົນ (ຕິດເຊື້ອພາຍໃນປະເທດຈຳນວນ 507 ຄົນ ແລະ ເດີນທາງມາຈາກຕ່າງປະເທດ 1 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດ COVID-19 ສະສົມໃນ ສປປ ລາວ ຮອດປັດຈຸບັດ ມີທັງໝົດ 28.540 ຄົນ ເສຍຊີວິດສະສົມ 26 ຄົນ ປິ່ນປົວຫາຍດີໃນວັນທີ 9 ຕຸລາ 2021 ຈຳນວນ 243 ຄົນ ແລະ ຈຳນວນຜູ້ທີ່ຍັງປິ່ນປົວແມ່ນ 6.254 ຄົນ. 

    ສຳລັບການຕິດເຊື້ອພາຍໃນຈຳນວນ 507 ຄົນ ຈາກນະຄອນຫຼວງວຽງຈັນ 400 ຄົນ (ພະນັກງານ ໂຮງແຮມ 155 ຄົນ) ຈາກ 7 ເມືອງ ແລະ 86 ບ້ານ ໃນນີ້ ຢູ່ເມືອງຈັນທະບູລີ 9 ບ້ານ ເມືອງສີໂຄດຕະບອງ 16 ບ້ານ ເມືອງໄຊເສດຖາ 19 ບ້ານ ເມືອງສີສັດຕະນາກ 10 ບ້ານ ເມືອງນາຊາຍທອງ 5 ບ້ານ ເມືອງໄຊທານີ 16 ບ້ານ ແລະ ເມືອງຫາດຊາຍຟອງ 11 ບ້ານ ຈາກແຂວງບໍລິຄຳໄຊ 28 ຄົນ ຫຼວງພະບາງ 23 ຄົນ ບໍ່ແກ້ວ 13 ຄົນ ຄຳມ່ວນ 13 ຄົນ ແຂວງວຽງຈັນ 11 ຄົນ ສະຫວັນນະເຂດ 10 ຄົນ ໄຊສົມບູນ 5 ຄົນ ແລະ ແຂວງຈຳປາສັກ 4 ຄົນ. 

    ສ່ວນການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າມາປະເທດຈຳນວນ 1 ຄົນ ຄືຢູ່ໃນນະຄອນຫຼວງວຽງຈັນນັ້ນ ແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຕ່ລະແຂວງ ແຕ່ມື້ເດີນທາງເຂົ້າມາ ສປປ ລາວ ເມື່ອຜົນກວດເປັນບວກ ພວກກ່ຽວຈະຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ ທີ່ແຂວງກຳນົດໄວ້. 

    ປັດຈຸບັນ ໃນທົ່ວໂລກມີຜູ້ຕິດເຊື້ອ COVID-19 ສະສົມທັງໝົດ 238.325.098 ຄົນ (ໃໝ່ 372.215 ຄົນ) ເສຍຊີວິດສະສົມ 4.862.207 ຄົນ (ໃໝ່ 6.278 ຄົນ) ແລະ ປິ່ນປົວຫາຍດີທັງໝົດ 215.459.450 ຄົນ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!