ສັກວັກຊິນ ເປັນການສ້າງພູມຕ້ານທານໃຫ້ກັບຮ່າງກາຍ

    ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃຫ້ຮູ້ວັນທີ 8 ຕຸລາ 2021 ວ່າ: ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ແມ່ນບໍ່ໄດ້ປ້ອງກັນການຕິດເຊື້ອຂອງພະຍາດໂຄວິດ-19 ໄດ້ 100% ໝາຍຄວາມວ່າ ຖ້າພວກເຮົາບໍ່ມີມາດຕະການປ້ອງກັນຕົນເອງ ກໍຍັງສາມາດຕິດເຊື້ອໄດ້ຢູ່ ແຕ່ຖ້າໄດ້ຮັບການສັກວັກຊິນແລ້ວ ຈະມີການສ້າງພູມຕ້ານທານໃຫ້ກັບຮ່າງກາຍຕໍ່ການເຈັບເປັນ ແລະ ການເສຍຊີວິດຂອງພະຍາດດັ່ງກ່າວໄດ້.

     ສະນັ້ນ ຢາກໃຫ້ພໍ່ແມ່ປະຊາຊົນເຂົ້າໃຈວ່າ ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ເປັນການສ້າງພູມຕ້ານທານໃຫ້ກັບຮ່າງກາຍ ບໍ່ແມ່ນການປ້ອງກັນການຕິດເຊື້ອ ສິ່ງສໍາຄັນການປ້ອງກັນການຕິດເຊື້ອພວກເຮົາມີຄວາມຈໍາເປັນທີ່ຈະຕ້ອງໃສ່ຜ້າອັດປາກ-ອັດດັງ ລ້າງມືທຸກຄັ້ງເວລາທີ່ໄປຈັບບາຍສິ່ງຂອງຕ່າງໆ ຫຼີກເວັ້ນການຢູ່ຮ່ວມກັນຫຼາຍຄົນ ຈໍາກັດໄລຍະຫ່າງໃຫ້ໄດ້ ຈຶ່ງຈະປາສະຈາກການຕິດເຊື້ອໄດ້ ເພາະສະນັ້ນ ການສັກວັກຊິນເປັນວິທີປ້ອງກັນໄດ້ດີທີ່ສຸດຄືກັນກັບຫຼາຍປະເທດທີ່ໄດ້ຮັບຜົນສໍາເລັດມາແລ້ວ ຕົວຢ່າງ:ປະເທດອັງກິດ ເປັນຫຍັງເຂົາຈຶ່ງສາມາດຈັດກິດຈະກໍາບານເຕະໄດ້ ແລະ ຄົນທົ່ວປະເທດເຂົ້າໄປນັ່ງເບິ່ງເປັນໜື່ນເປັນແສນ ຍ້ອນເຂົາເຈົ້າມີການສັກວັກຊິນກວມໄດ້ 95% ມີພຽງ 5% ເທົ່ານັ້ນທີ່ເຂົາເຈົ້າມີໂອກາດການຕິດເຊື້ອໄດ້ ນອກນັ້ນ ສັງຄົມຍັງມີຄວາມສົນໃຈວ່າ ເປັນຫຍັງຄົນສັກວັກຊິນບາງຄົນຈຶ່ງຕິດເຊື້ອໄດ້ ນັ້ນແມ່ນຍ້ອນຂຶ້ນກັບພູມຕ້ານທານຂອງແຕ່ລະຄົນ ເນື່ອງຈາກພູມຕ້ານທານຂອງແຕ່ລະຄົນບໍ່ຄືກັນ ບາງຄົນແຂງແຮງ ສັກເຂົ້າໄປ ການສ້າງທາດກາຍຕ້ານມັນໄວ ມັນສາມາດຕ້ານໄດ້ ແຕ່ກົງກັນຂ້າມ ບາງຄົນພູມຕ້ານທານບໍ່ແຂງແຮງສາມາດຕິດເຊື້ອໄດ້ ແຕ່ການຕິດເຊື້ອຈະບໍ່ມີອາການສະແດງຮູນແຮງ ຫຼື ອາການເສຍຊີວິດ.

    ດ້ວຍເຫດຜົນທີ່ກ່າວມານັ້ນ ຈຶ່ງຢາກຮຽກຮ້ອງໃຫ້ກັບປະຊາຊົນ ໂດຍສະເພາະກຸ່ມຜູ້ສູງອາຍຸ ແລະ ກຸ່ມຜູ້ທີ່ມີພະຍາດປະຈໍາຕົວ ບໍ່ໃຫ້ເລັງເລທີ່ຈະໄປຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19 ເຊິ່ງໃນສະພາບປັດຈຸບັນ ສປປ ລາວ ເຮົາສັກວັກຊິນໄດ້ແລ້ວ 5 ລ້ານກວ່າຄົນ ໃນນີ້ ເຂັມທີ 1 ກວມເອົາ 3,4 ລ້ານຄົນ ເຂັມທີ 2 ກວມ 2,1 ລ້ານຄົນ ໃນນັ້ນ ບໍ່ມີຜູ້ເສຍຊີວິດຍ້ອນການສັກວັກຊິນ ສະນັ້ນ ຢາກໃຫ້ຜູ້ທີ່ຢູ່ໃນກຸ່ມສ່ຽງ ແລະ ຜູ້ເປັນລູກຫຼານຈົ່ງໄດ້ນໍາເອົາຜູ້ເປັນພໍ່ແມ່ ຜູ້ທີ່ມີອາຍູສູງ ຜູ້ທີ່ມີພະຍາດປະຈໍາຕົວ ມາຮັບການສັກວັກຊິນໃຫ້ໄວເທົ່າທີ່ໄວໄດ້ ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າເຖິງການສັກວັກຊິນ ແລະ ບໍ່ໃຫ້ລັ່ງເລຕໍ່ຜົນກະທົບ ຜົນສະທ້ອນການສັກວັກຊິນ ຍ້ອນພວກເຮົາໄດ້ມີລະບົບການກວດກາຫຼັງການສັກວັກຊິນໄປແລ້ວຢູ່ທຸກໜ່ວຍຂອງການສັກຢາ ແຕ່ໃຫ້ຢ້ານການເສຍຊີວິດຕໍ່ພະຍາດໂຄວິດ ຖ້າເຮົາບໍ່ເຮັດຄືດັ່ງນີ້ ບົດຮຽນຂອງຫຼາຍປະເທດກໍໄດ້ເຫັນມາແລ້ວ ສ່ວນໃຫຍ່ຄົນເຈັບລົ້ນໂຮງໝໍ ເສຍຊີວິດຕາມທ້ອງຖະໜົນ ລ້ວນແລ້ວແຕ່ບໍ່ໄດ້ຮັບການສັກວັກຊິນ ປັດຈຸບັນ ຕາໜ່າງການສັກວັກຊິນມີໃຫ້ບໍລິການຢູ່ໂຮງໝໍເມືອງ ແລະ ໂຮງໝໍສູນກາງ ສະເພາະໄຕມາດທີ 4 ພວກເຮົາຍັງສືບຕໍ່ລະດົມເອົາວັກຊິນມາສັກໃຫ້ກັບປະຊາຊົນໃຫ້ຫຼາຍຂຶ້ນເທົ່າທີ່ຫຼາຍໄດ້ ເຊິ່ງຜ່ານມາ ເຂັມທີ 1 ກວມໄດ້ແຕ່ 41% ຄາດໝາຍຂອງລັດຖະບານຈະໃຫ້ໄດ້ຫຼາຍກວ່າ 50% ສະນັ້ນ ໃນມໍ່ໆນີ້ຈະມີວັກຊິນເຂົ້າມາປະມານ 1,5 ແສນໂດສ ໃນນີ້ມີຊີໂນຟາມ 1 ລ້ານໂດສ ແລະ ແອັສຕ້າຊີເນກ້າ 5 ແສນໂດສ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!