ເພີ່ມລົດໂຄສະນາເຄື່ອນທີ່ກ່ຽວກັບການປ້ອງກັນພະຍາດໂຄວິດ-19 ຢູ່ຈຸດຕ່າງໆ

    ຄະນະຮັບຜິດຊອບການເຄື່ອນໄຫວວຽກງານໂຄສະນາປະຊາສໍາພັນ ໄລຍະປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ເພີ່ມລົດໂຄສະນາອີກ 1 ຄັນ ລວມເປັນ 2 ຄັນ ເພື່ອສືບຕໍ່ລົງໂຄສະນາເຜີຍແຜ່ຄໍາສັ່ງ ແຈ້ງການ ຂໍ້ຫ້າມ ແລະ ນິຕິກໍາຕ່າງໆທີ່ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ວາງອອກ ເປັນຮອບທີ 2 ເພື່ອເຮັດໃຫ້ປະຊາຊົນຊາວ ນວ ເຂົ້າໃຈ ແລະ ເປັນເຈົ້າການໃນການປະຕິບັດບັນດານິຕິກໍາດັ່ງກ່າວ ແນໃສ່ເຮັດໃຫ້ການແຜ່ລະບາດຂອງພະຍາດໂຄວິດ-19 ນັບມື້ຫຼຸດລົງ.

    ການສືບຕໍ່ລົງໂຄສະນາຮອບ 2 ນີ້ ຈະດໍາເນີນແຕ່ວັນທີ 5-15 ຕຸລາ 2021 ໂດຍໂຄສະນາປະຊາສໍາພັນແຈ້ງການ ຄໍາສັ່ງຕ່າງໆຂອງລັດຖະບານ ຄໍາສັ່ງຂອງທ່ານເຈົ້າຄອງ ນວ ແຈ້ງການຂອງບັນດາພະ ແນກການ ກໍຄືຂໍ້ຫ້າມຕ່າງໆທີ່ກ່ຽວຂ້ອງກັບການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນນີ້ ເລັ່ງໃສ່ບັນດາເສັ້ນທາງສາຍຫຼັກ ທາງຮ່ອມ ທາງຊອຍ ຕະຫຼາດ ໂຮງຈັກ-ໂຮງ ງານ ເຂດຊຸມຊົນ ແລະ ຈຸດເປົ້າໝາຍທີ່ມີຄວາມສ່ຽງຢູ່ 7 ເມືອງ ຄື: ຈັນທະບູລີ ນາຊາຍທອງ ໄຊທານີ ສີໂຄດຕະບອງ ໄຊເສດຖາ ສີສັດຕະນາກ ຫາດຊາຍຟອງ ເພື່ອໃຫ້ປະຊາຊົນ ກໍຄືທຸກພາກສ່ວນໃນສັງຄົມ ເຂົ້າໃຈ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

# ຂ່າວ – ພາບ :  ສະບາໄພ

error: Content is protected !!