ເຊີນເຂົ້າຮ່ວມມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 20

    ສະມາຄົມຫັດຖະກໍາລາວ (ສຫລ) ຈະຈັດມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 20 ປີ 2021 ເພື່ອສ້າງຂະບວນການສະເຫຼີມສະຫຼອງ “ວັນຫັດຖະກໍາລາວ ວັນທີ 1 ພະຈິກ” ໃຫ້ຟົດຟື້ນແບບວິຖີຊີວິດໃໝ່ ເຊິ່ງເປັນການລະນຶກເຖິງບຸນຄຸນ ແລະ ມູນມໍລະດົກດ້ານຫັດຖະກໍາທີ່ບັນພະບູລຸດໄດ້ສ້າງໄວ້ ເພື່ອປະກອບສ່ວນອະນຸຮັກ ແລະ ສົ່ງເສີມວຽກງານຫັດຖະກໍາໃນທົ່ວປະເທດ ທັງເປັນການຕໍ່ຍອດມູນເຊື້ອຫັດຖະກໍາຂອງປູ່ຍ່າຕາຍາຍໃຫ້ມີຄວາມຍືນຍົງຢູ່ຄູ່ກັບຊາວລາວເຮົາຕະຫຼອດໄປ ເພື່ອສືບຕໍ່ຊຸກຍູ້ – ສົ່ງເສີມຊ່າງ ແລະ ຫົວໜ່ວຍທຸລະກິດດ້ານຫັດຖະກໍາໃຫ້ມີໂອກາດເຂົ້າມາວາງສະແດງ ແລະ ຂາຍຜະລິດຕະພັນຂອງຕົນ ສາມາດສ້າງລາຍຮັບ ນໍາໄປປັບປຸງການຜະລິດ ແລະ ແກ້ໄຂຊີວິດການເປັນຢູ່ ເພື່ອສືບສານມູນເຊື້ອວັດທະນະທໍາອັນດີງາມ ສົ່ງເສີມໃຫ້ຄົນຮຸ່ນຫຼັງຫັນມານິຍົມຊົມຊອບເຄື່ອງຫັດຖະກໍາລາວ ແລະ ເປັນການເປີດສັກກະຫຼາດໃນການຫັນເປັນດີຈີຕອນເຕັມຮູບແບບ ເພື່ອປະກອບສ່ວນຟື້ນຟູເສດຖະກິດໃນຂະແໜງຫັດຖະກໍາທີ່ໄດ້ຮັບຜົນກະທົບຈາກການຜ່ລະບາດຂອງພະຍາດໂຄວິດ-19.

    ພິທີຖະແຫຼງຂ່າວການຈັດງານດັ່ງກ່າວ ຈັດຂຶ້ນວັນທີ 7 ຕຸລາ 2021 ຢູ່ບໍລິສັດ ອິນດີ ໂດຍມີທ່ານທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທ່ານນາງ ສຸວິຕາ ປະເສີດ ປະທານ ສຫລ ປະທານຄະນະກໍາມະການຈັດງານ ທ່ານ ພູທອງ ໂຄສະນິດ ຮອງປະທານ ສຫລ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ຄະນະທີ່ປຶກສາ ສຫລ ມີພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ.

    ທ່ານນາງ ສຸວິຕາ ປະເສີດ ກ່າວວ່າ: ມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 20 ປີ 2021 ຈັດຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ” ເຊິ່ງດໍາເນີນແຕ່ວັນທີ 30 ຕຸລາ-7 ພະຈິກ 2021 ຮູບແບບ ແລະ ບັນຍາກາດຂອງງານບີນີ້ ຈະແຕກຕ່າງຈາກໄລຍະຜ່ານມາ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຄະນະບໍລິຫານ ສຫລ ກໍຄືຄະນະຮັບຜິດຊອບຈັດງານ ຈຶ່ງໄດ້ເປັນເອກະພາບຫັນປ່ຽນການຈັດງານວາງສະແດງ ແລະ ຂາຍ ຈາກຮູບແບບຕັ້ງຮ້ານຂາຍຢູ່ເທິງພື້ນທີ່ຈັດງານ ກໍຄືການຕັ້ງຫ້ອງວາງສະແດງຂາຍຢູ່ເທິງໜ້າດິນ ມາເປັນຮູບແບບຈັດຮ້ານວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາຜ່ານສື່ອອນລາຍ ໂດຍສະເພາະ Facebook Live ເຊິ່ງເປັນການຕອບສະໜອງໂອກາດໃຫ້ລູກຄ້າ ແລະ ປະຊາຊົນທີ່ພວມກັກກັນຕົນເອງຢູ່ເຮືອນ ກໍສາມາດເຂົ້າເຖິງ ແລະ ມີສ່ວນຮ່ວມໃນມະຫະກໍາສີມືຫັດຖະກໍາລາວ ໂດຍສາມາດເຂົ້າຊົມ ໃຫ້ການສະໜັບສະໜູນວຽກງານຫັດຖະກໍາຂອງ ສປປ ລາວ ເວົ້າສະເພາະສາມາດອຸ້ມຊູຍູ້ໜູນຊ່າງຫັດຖະກໍາຈາກຊົນນະບົດ ແລະ ເຂດຫ່າງໄກສອກຫຼີກໃນທົ່ວປະເທດ ດ້ວຍການສັ່ງຊື້ ແລະ ເປັນເຈົ້າຂອງຜະລິດຕະພັນຫັດຖະກໍາທີ່ທ່ານມັກ ແລະ ຕ້ອງການ ຜ່ານອອນລາຍ.

    ສໍາລັບຜະລິດຕະພັນທີ່ຈະນໍາມາວາງສະແດງ ແລະ ຂາຍຄັ້ງນີ້ ປະກອບມີແຜ່ນແພພື້ນເມືອງ (ຜ້າໄໝ ຜ້າຝ້າຍ ແລະ ໄຍພືດຕ່າງໆ) ເຄື່ອງຈັກສານ (ຕິບເຂົ້າ ກະເປົາ ກະບຸງ ກະຕ່າ ເຄື່ອງໃຊ້ສອຍ…) ເຄື່ອງປະດັບ (ເງິນ ຄໍາ ແກ້ວ ແລະ ຫີນປະເສີດ…) ຜະລິດຕະພັນວັດທະນະທໍາ (ເຈ້ຍສາ ເຄື່ອງປັ້ນດິນ ເຜົາ ຮູບແກະສະຫຼັກ ຮູບແຕ້ມ…) ອາຫານ-ເຄື່ອງດື່ມສະໝຸນໄພ ຜະລິດຕະພັນຫັດຖະກໍາເພື່ອການກຸສົນ ເຊິ່ງນອກຈາກການວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາແລ້ວ ຍັງມີກິດຈະກໍາເສວະນາ ແລະ ເຝິກອົບຮົມຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບການອະນຸຮັກ ແລະ ສົ່ງເສີມວຽກງານຫັດຖະກໍາ ການແຂ່ງຂັນຜະລິດຕະພັນໃໝ່ ການສາທິດຂັ້ນຕອນການຜະລິດຕົວຈິງ ການປະມູນເຄື່ອງຫັດຖະກໍາ ສົ່ງເສີມເຄື່ອງນຸ່ງຫົ່ມຂອງບັນດາຊົນເຜົ່າ ແລະ ກິດຈະກໍາອື່ນໆທີ່ໜ້າສົນໃຈ ຈຶ່ງຂໍເຊີນຊວນທຸກທ່ານເຂົ້າຮ່ວມງານດັ່ງກ່າວ ຕາມວັນ ແລະ ເວລາທີ່ກໍານົດໄວ້.

# ຂ່າວ – ພາບ :  ສະບາໄພ

error: Content is protected !!