ວັນນີ້ ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 731 ຄົນ

    ທ່ານ ນາງ ທິບພະກອນ ຈັນທະວົງສາ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດ ແລະ ທ່ານ ດຣ ພອນປະສອນເສີດ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຮ່ວມຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 8 ຕຸລາ 2021 ວ່າ: ວັນທີ 7 ຕຸລາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.484 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 731 ຄົນ ( ຕິດເຊື້ອພາຍໃນ 726 ຄົນ ແລະ ຕິດເຊື້ອນໍາເຂົ້າ 5 ຄົນ) ເຊິ່ງຜູ້ຕິດເຊື້ອຢູ່ໃນນະຄອນຫຼວງ 450 ຄົນມີ: ເມືອງຈັນທະບູລີ ມີ 5 ບ້ານ (15ຄົນ) ເມືອງສີໂຄດຕະບອງ ມີ 10 ບ້ານ (13 ຄົນ) ເມືອງໄຊເສດຖາ ມີ 7 ບ້ານ (158 ຄົນ) ເມືອງສີສັດຕະນາກມີ 6 ບ້ານ (12 ຄົນ) ເມືອງນາຊາຍທອງ ມີ 8 ບ້ານ (31 ຄົນ) ເມືອງໄຊທານີ ມີ 7 ບ້ານ (216 ຄົນ) ເມືອງຫາດຊາຍຟອງ ມີ 3 ບ້ານ (5 ຄົນ) ແຂວງ ບໍລິຄຳໄຊ 65 ຄົນ ຈາກເມືອງປາກກະດິງ ມີ 3 ບ້ານ (55 ຄົນ) ເມືອງປາກຊັນ ມີ 4 ບ້ານ (8 ຄົນ) ເມືອງວຽງທອງ ມີ 2 ບ້ານ (2 ຄົນ) ຫຼວງພະບາງ 56 ຄົນ ຈາກເມືອງງອຍມີ 26 ຄົນ ເມືອງນໍ້າບາກ ມີ 13 ຄົນ ນະຄອນຫຼວງພະບາງ ມີ 10 ຄົນ ເມືອງຈອມເພັດ ມີ 3 ຄົນ ເມືອງຊຽງເງີນ ມີ 4 ຄົນ ເມືອງນານ ມີ 1 ຄົນ ເມືອງປາກແຊງ ມີ 1 ຄົນ ສະຫວັນນະເຂດ 42 ຄົນ ຈາກ ເມືອງອຸທຸມພອນ ມີ 4 ບ້ານ (33 ຄົນ) ນະຄອນໄກສອນ ມີ 7 ບ້ານ (8 ຄົນ) ເມືອງໄຊບູລີ ມີ 1 ບ້ານ (1 ຄົນ) ແຂວງວຽງຈັນ 42 ຄົນ ຈາກ ເມືອງແກ້ວອຸດົມ 22 ຄົນ ເມືອງ ວຽງຄໍາ 9 ຄົນ ເມືອງວັງວຽງ 8 ຄົນ ເມືອງໂພນໂຮງ 3 ຄົນ ບໍ່ແກ້ວ 26 ຄົນ ຈາກເມືອງຕົ້ນເຜີ້ງ 13 ຄົນ ແລະ ເຂດພິເສດ 12 ຄົນ ເມືອງຫ້ວຍຊາຍ 1 ຄົນ ຄໍາມ່ວນ 19 ຄົນ ຈາກກໍາມະກອນຢູໂຮງງານລາວຄາຍຢວນ ທີ່ກັກໂຕຢູ່ ມີ 11 ຄົນ ກໍາມະກອນຢູ່ບໍລິສັດສະປີດຂົນສົ່ງສາກົນ (ຂົວມິດຕະພາບ 3)ມີ 2 ຄົນ ບ້ານນາບົງ ມີ 1 ຄົນ ຈາກບ້ານເລົ່າໂພໄຊ ມີ 5 ຄົນ ຈໍາປາສັກ 12 ຄົນ ເມືອງບາຈຽງຈະເລີນສຸກ ມີ 10 ຄົນ ເມືອງໂພນທອງ ມີ 2 ຄົນ ສາລະວັນ 12 ຄົນ ເມືອງສາລະວັນ 12 ຄົນ ໄຊສົມບູນ 2 ຄົນ ເມືອງລ່ອງຊານ ມີ 1 ຄົນ ເມືອງອານຸວົງ ມີ 1 ຄົນ.

    ມາຮອດວັນທີ 7 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 27.607 ຄົນ ເສຍຊີວິດສະສົມ 24 (1 ໃໝ່) ປິ່ນປົວດີ ແລະ ກັບບ້ານໃນມື້ວານ ມີ 925 ຄົນ ກໍາລັງປິ່ນປົວ 6.084 ຄົນ ສຳລັບກໍລະນີຜູ້ເສຍຊີວິດໃໝ່ເປັນເພດຍີງ ອາຍຸ 50 ປີ ຈາກບ້ານ ນາດາວ ເມືອງ ວັງວຽງ ແຂວງວຽງຈັນ ຜູ້ກ່ຽວມີການສຳຜັດໃກ້ຊິດກັບຜູ້ຕິດເຊື້ອຢູ່ບ້ານນາມອນ ເມືອງວັງວຽງ ເຊິ່ງໄດ້ມີການອອກຖະແຫຼງຂ່າວກ່ອນໜ້ານີ້ແລ້ວ ພະຍາດປະຈຳໂຕ ເບົາຫວານ ຄວາມດັນ ໄຂ້ຫຼັງຊຸດໂຊມ ແລະ ປອດບວມ ໃນວັນທີ 2/10/2021 ຜູ້ກ່ຽວມີອາການອິດເມື່ອຍ ແໜ້ນໜ້າເອິກ ຫາຍໃຈຍາກ ໃນວັນທີ: 5/10/2021 ຜູ້ກ່ຽວໄດ້ໄປກອບຕົວຢ່າງ ແລະ ໄດ້ນອນຕິດຕາມຢູ່ໂຮງໜໍວັງວຽງພ້ອມທັງແຍກຫ້ອງປ່ຽວໃນວັນທີ 07/10/2021: ລາຍງານຜົນອອກມາເປັນບວກ (Covid-19) ແລະ ຜູ້ກ່ຽວອາການບໍ່ດີຂື້ນ ໄດ້ສົ່ງມາໂຮງໜໍແຂວງວຽງຈັນສູນປີ່ນປົວພະຍາດໂຄວິດ ຜູ້ສໍາພັດ: ຄົນໃນຄອບຄົວທັງໝົດມີ: 7 ຄົນ.

# ຂ່າວ – ພາບ :  ວຽງມາ

error: Content is protected !!