ລາວ-ອົດສະຕຣາລີ ຕີລາຄາຄືນສາຍພົວພັນມິດຕະພາບ-ການຮ່ວມມື ໃນໄລຍະຜ່ານມາ

    ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ສົນທະນາທາງໂທ ລະສັບກັບທ່ານນາງ Marise Payne ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີຮັບຜິດ ຊອບວຽກງານແມ່ຍິງອົດສະຕຣາລີ ວັນທີ 6 ຕຸ​ລາ 2021 ຢູ່ກະຊວງການຕ່າງປະເທດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ ແລະ ອົດສະຕຣາລີ.

    ການໂອ້ລົມໂທລະສັບທາງໄກຄັ້ງນີ້ ທັງສອງຝ່າຍໄດ້ຕີລາຄາສູງ ແລະ ຢໍ້າຄືນສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະຜ່ານມາ ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນການທູດນໍາກັນ ວັນທີ 15 ມັງກອນ 1952 ເຊິ່ງທັງສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງວັນສ້າງ ຕັ້ງສາຍພົວພັນການທູດ ລາວ ແລະ ອົດສະຕຣາລີ ຄົບຮອບ 70 ປີ ໃນປີ 2022 ຢ່າງຟົດຟື້ນ ແລະ ມີຄວາມໝາຍສໍາຄັນ ໃນນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ  ຂອບໃຈລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອເພື່ອການພັດທະນາແກ່ ສປປ ລາວ ໃນຂົງເຂດຕ່າງໆໃນຊຸມປີຜ່ານມາ​ ໂດຍສະ ເພາະ ​ນັບແຕ່ປີ 2022 ເປັນຕົ້ນໄປ ລັດຖະບານອົດສະຕຣາລີຈະເພີ່ມທຶນການສຶກສາ ຈາກ 30 ທຶນ ​ເປັນ 60 ທຶນຕໍ່ປີ ແລະ ລວມເຖິງການຊ່ວຍເຫຼອເພີ່ມຕື່ມຂອງອົດສະຕຣາລີດ້ານເຕັກນິກການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ແຜນການ​ຊ່ວຍ​​ເຫຼືອ​ໃນອະນາຄົດຕໍ່ໜ້າ.

    ພ້ອມນີ້ ທັງສອງຝ່າຍຍັງ​ໄດ້​ຢໍ້າຄືນທີ່​ຈະ​ເຮັດ​ວຽກຢ່າງ​ໃກ້ຊິດ​ຮ່ວມ​ກັບປະ​ເທດ​ສະມາຊິກ​ອາຊຽນ ​ແລະ ອົດ​ສະຕຣາລີ ​​​ເພື່ອ​ເຮັດ​ໃຫ້ການການ​ພົວພັນ​​ຮ່ວມ​ມື ອາ​ຊຽນ-ອົດ​ສະຕຣາລີ ​​​ກ້າວ​ຂຶ້ນສູ່​ລະດັບ​ໃໝ່ ໃນ​ໂອກາດ​ທີ່ ສປປ ລາວ ເປັນ​ປະ​ເທດ​ຜູ້​ສານ​ງານ ອາ​ຊຽນ-ອົດ​ສະຕຣາລີ ​ປີ 2021-2024 ​ລວມທັງ​ຂໍ້​ສະ​ເໜີຂອງອົດ​ສະຕຣາລີ ໃນການ​ຍົກ​ລະດັບການພົວພັນ​ຮ່ວມ​ມື ອາ​ຊຽນ-ອົດ​ສະຕຣາລີ ຈາກ​ຄູ່ຮ່ວມມື​ຍຸດ​ທະ​ສາດ ຂຶ້ນ​ເປັນ​ຄູ່​ຮ່ວມມື​​ຍຸດ​ທະ​ສາດ​ຮອບດ້ານ ນອກ​ນີ້ ທ່ານ​ ສະເຫຼີມໄຊ ກົມມະສິດ ຍັງໄດ້​ສະ​ແດງ​ຄວາມ​ຂອບ​ໃຈຝ່າຍ​ອົດ​ສະຕຣາລີ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ແກ່ ສປປ ລາວ ​ໃນ​ການ​ກະ ກຽມ​​ເປັນ​ປະທານ​ອາ​ຊຽນ ປີ 2024 ​ໂດຍ​ສະ​ເພາະ​​ການ​ສົ່ງ​ພະນັກງານ ສປປ ລາວ ​ໄປ​ເຝິກ​ງານ​ຢູ່​ສຳນັກ ງານ​ຜູ້ຕາງໜ້າ​ຖາວອນ ​ສປປ ລາວ ປະຈຳ​ອາ​ຊຽນ ພ້ອມທັງໄດ້ປືກສາຫາລືເພື່ອຮັດແໜ້ນການຮ່ວມມືໃນຂົງເຂດພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

# ຂ່າວ & ພາບ :  ສະບາໄພ

error: Content is protected !!