ບໍລິສັດ AI-Sport ປະກອບສ່ວນຜ້າ​ອັດ​ປາກ​-ດັງ ໃຫ້​ໜັງສືພິມ​ວຽງ​ຈັນ​ໃໝ່

    ເພື່ອ​ປະກອບ​ສ່ວນ​ໃນການ​ຕ້ານ ​ແລະ ສະກັດ​ກັ້ນການແຜ່ລະບາ​ດຂອງ​ພະ​ຍາດ​ໂຄ​ວິດ-19 ໃຫ້ສື່ມວນຊົນ ຫ່າງໄກຈາກພະຍາດດັ່ງກ່າວ ບໍລິສັດ AI-Sport ຈຳກັດ ​ໄດ້ນຳ​​ຜ້າ​ອັດ​ປາກ-ດັງ 50 ອັນ​ ມູນ​ຄ່າ 750.000 ​ກີບ ມາ​ມອບ​ໃຫ້​ໜັງ​ສື​ພິມ​ວຽງ​ຈັນ​ໃໝ່ ວັນທີ 6 ຕຸລາ 2021 ເຊິ່ງ​ມອບ​ໂດຍ​ທ່ານ ​ແກ່ນ​ຄຳ ມ່ວນ​ເມືອ​ງ​ໄຊ ຜູ້ຊ່ວຍອໍານວຍການບໍລິສັດ AI-Sport ຈຳກັດ ແລະ ​ຮັບ​ໂດຍ​ທ່າ​ນາງ ​ແກ້ວ​ຊ້ອນ​ ຈັນທະ​ນາມ ຫົວໜ້າບັນນາທິການ​ໜັງສືພິມ​ວຽງ​ໃໝ່ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ໂອກາດ​ນີ້​ທ່າ​ນນາງ ​ແກ້ວ​ຊ້ອນ ຈັນທະ​ນາມ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈບໍລິສັດ AI-Sport ຈຳ ກັດ ທີ່​ເຫັນ​ໄດ້​ຄວາມ​ສຳຄັນ ​ແລະ ​ເປັນ​ຫ່ວງ​ເປັນ​ໄຍ​ຕໍ່ສຸຂະພາບ ກໍ​ຄື​ຄວາມ​ປອດ​ໄພຂອງພະນັກງານສື່ມວນຊົນ ພ້ອມທັງຈະ​ນຳ​ເອົາ​ເຄື່ອງຈຳນວນ​ດັ່ງກ່າວ​​ແຈກ​ຢາຍ​ໃຫ້​ພະນັກງານ​ນໍາໃຊ້ໃຫ້ເກີດຜົນປະໂຫຍດ ນອກນີ້ທ່ານຍັງໄດ້​ອວຍພອນ​ໃຫ້ຄະນະຜູ້ບໍລິຫານ ແລະ ພະນັກງານຂອງບໍລິສັດ​ AI-Sport ຈຳກັດ ​ຈົ່ງ​ຊື້ໄດ້ຂາຍໝານ ບັນລຸ​ຕາມ​ເປົ້າ​ໝາຍ​ທີ່​ຕັ້ງງ​ໄວ້ ​ແລະ ສືບຕໍ່​ໃຫ້ການ​ສະໜັບ​ໜູນສື່ມວນຊົນ ເວົ້າສະເພາະໜັງສືພິມວຽງຈັນໃໝ່​ ໄປເລື້ອຍໆ. ​

    ບໍລິສັດ AI-Sport ຈຳກັດ ​ເປັນ​ບໍລິສັດ​ທີ່​ຜະລິດ​ ​ແລະ ຈໍາ​ໜ່າຍເຄື່ອງ​ກີລາ ມາໄດ້ 1 ປີກວ່າ ​​ເຊິ່ງຜ້າ​ອັດ​ປາກ-ດັງທີ່ນໍາມາມອບໃນຄັ້ງນີ້ ກໍແມ່ນໜຶ່ງໃນບັນດາຜະລິດຕະພັນຂອງບໍລິສັດດັ່ງກ່າວ ທີ່​ບໍລິສັດ​ເປັນ​ຜູ້​ຜະລິດ​ເອງ ສາມາດ​ກັນ​ນໍ້າ ກັນ​ຝຸ່ນ ​ປ້ອງ​ກັນ​ພະ​ຍາດ​ໂຄ​ວິດ-19 ​ແລະ ສາມາດນຳໄປຊັກແລ້ວໃຊ້ຄືນ​ໄດ້ ສໍາລັບແຜນການປະກອບສ່ວນຜ້າອັດປາກ-ດັງໃຫ້ສືມວນຊົນຂອງບໍລິສັດ AI-Sport ຈຳກັດ ແມ່ນຈະມອບໃຫ້ສື່ມວນຊົນ 9 ພາກສ່ວນ ລວມ 500 ອັນ ມູນ​ຄ່າ 7 ລ້ານກວ່າ​ກີບ ໃນນີ້ປະກອບມີສູນໂຄ ສະນາຂ່າວສານ 100 ອັນ ໂທລະພາບລາວສະຕາຣ 50 ອັນ ໜັງສືພິມວຽງຈັນໃໝ່ 50 ອັນ ໜັງສືພິມເສດຖະກິດ-ການຄ້າ 50 ອັນ ໂທລະພາບແຫ່ງຊາດ 50 ອັນ ໜັງສືພິມວຽງຈັນທາມ 50 ອັນ ໜັງສືພິມປະຊາຊົນ 50 ອັນ ກົມສື່ມວນຊົນກະຊວງ ປກສ 50 ອັນ ​ແລະ ວິທະຍຸແຫ່ງຊາດ 50 ອັນ.

error: Content is protected !!