ສົ່ງເສີມການເຂົ້າເຖິງປະກັນສັງຄົມໃຫ້ກັບແຮງງານນອກລະບົບ

    ກອງປະຊຸມສົນທະນາກ່ຽວກັບຫົວຂໍ້ “ການເຂົ້າເຖິງການປະກັນສັງຄົມຂອງແຮງງານນອກລະບົບ” ຈັດຂຶ້ນວັນທີ 27 ສິງຫາ 2021 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ວິໄລ ວົງຂະເສີມ ຮອງປະທານສູນກາງສະຫະພັນກຳມະບານລາວ ມີທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ນາງ ແຄດເທີຣີນ ລິດຊາສ ຜູ້ອຳນວຍການປະຈຳພາກພື້ນລາວ ຫວຽດນາມ ແລະ ກຳປູເຈຍ (ອົງການອ໋ອກຟາມ) ພ້ອມຕາງໜ້າກະຊວງ ເຄືອຄ່າຍອົງການຈັດຕັ້ງທາງສັງຄົມລາວ ອົງການພັດທະນາສາກົນ ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງທີ່ເຂົ້າຮ່ວມຜ່ານລະບົບອອນລາຍຈາກ 13 ແຂວງທົ່ວປະເທດ ແລະ ຕາງໜ້າກຸ່ມແຮງງານນອກລະບົບເຂົ້າຮ່ວມ.

    ທ່ານ ວິໄລ ວົງຂະເສີມ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ເນື່ອງຈາກວ່າການຜັນຂະຫຍາຍການປົກປ້ອງທາງສັງຄົມໃຫ້ກັບແຮງງານນອກລະບົບ ໂດຍສະເພາະແມ່ນແຮງງານທີ່ດ້ອຍໂອກາດ ຜູ້ທີ່ຊ່ວຍສ້າງ ແລະ ຂະຫຍາຍເສດຖະກິດຂອງຊາດນີ້ ແມ່ນສອດຄ່ອງກັບບັນດາຍຸດທະສາດຂອງຊາດ ເປັນຕົ້ນແມ່ນການຂະຫຍາຍປະກັນສັງຄົມໃຫ້ກັບບັນດາແຮງງານ ທີ່ກວມເອົາແຮງງານນອກລະບົບ ເຊິ່ງວຽກງານການສົ່ງເສີມປະກັນສັງຄົມໃຫ້ກັບແຮງງານນອກລະບົບ ແມ່ນສິ່ງສຳຄັນ ແລະ ຈຳເປັນ ທີ່ພວກເຮົາຈະຕ້ອງໄດ້ຊ່ວຍກັນຜັນຂະຫຍາຍໃຫ້ປາກົດຜົນເປັນຈິງ ຈະຕ້ອງໄດ້ມີການພັດທະນາໃຫ້ດີຂື້ນ ແລະ ໃນປີ 2023 ນີ້ ອົງການປະກັນສັງຄົມ ແມ່ນຈະໄດ້ມີການປັບປຸງນະໂຍບາຍ ເຊິ່ງໃນມື້ນີ້ ແມ່ນໂອກາດດີສຳລັບບັນດາຜູ້ເຂົ້າຮ່ວມ ພາຍໃນຫ້ອງປະຊຸມທີ່ນະຄອນຫຼວງວຽງຈັນ ແລະ ໃນ 13 ແຂວງ ໃຫ້ປະກອບຄຳຄິດເຫັນ ເພື່ອເປັນແນວທາງໃນການປັບປຸງນະໂຍບາຍປະກັນສັງຄົມ ໃຫ້ກວມເອົາແຮງງານນອກລະບົບໃຫ້ດີຂື້ນໃນຕໍ່ໜ້າ.

    ພ້ອມກັນນີ້ ໃນກອງປະຊຸມຍັງໄດ້ມີການສົນທະນາຮ່ວມກັບຜູ້ວາງນະໂຍບາຍ ອົງການພັດທະນາສາກົນ ແລະ ອົງການພັດທະນາທ້ອງຖີ່ນ ແລະ ທົ່ວໄປ ໄດ້ມີການສະເໜີຄໍາແນະນໍາຕໍ່ອົງການທີ່ກ່ຽວຂ້ອງກັບການປົກປ້ອງສັງຄົມເຊັ່ນ:ອົງການປະກັນສັງຄົມລາວ ລວມເຖິງການຂະຫຍາຍຈໍານວນປ່ອງບໍລິການ ຫຼື ຈຸດບໍລິການ ທີ່ເຮັດໃຫ້ແຮງງານໄດ້ເຂົ້າເຖິງ ຮັບປະກັນວ່າທິມງານຫຼາຍພາກສ່ວນໄດ້ຮ່ວມໃນການສົ່ງເສີມໃຫ້ລະບົບປະກັນສັງຄົມພາກສະໝັກໃຈໄດ້ເຂົ້າເຖີງແຮງງານຢ່າງທົ່ວເຖີງ ໃນຕໍ່ໜ້າອົງການອ໋ອກຟາມ ແລະ ຄູ່ຮ່ວມງານຈະສືບຕໍ່ພົວພັນກັບບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອກໍານົດວິທີການ ແລະ ຈັດຕັ້ງຕໍ່ບັນດາຄຳແນະນໍາທີ່ສາມາດນໍາໃຊ້ໄດ້ ແລະ ສອດຄ່ອງກັບຍຸດທະສາດແຫ່ງຊາດ ເພື່ອສົ່ງເສີມການປົກປ້ອງທາງສັງຄົມທີ່ດີກວ່າໃຫ້ກັບປະຊາຊົນລາວ.

    ທ່ານ ວິໄລ ວົງຂະເສີມ ກ່າວອີກວ່າ: ຈາກການນຳສະເໜີຂໍ້ແນະນຳທີ່ໄດ້ມາຈາກການເຮັດການຄົ້ນຄວ້າ ເຊິ່ງມັນໄດ້ສະແດງໃຫ້ເຫັນວ່າ ແຮງງານນອກລະບົບແມ່ນສາມາດເຂົ້າເຖິງລະບົບປະກັນສັງຄົມໄດ້ພຽງແຕ່ 1% ຜົນການຄົ້ນຄວ້າຍັງສະແດງໃຫ້ເຫັນວ່າ 37% ຂອງຈໍານວນແຮງງານນອກລະບົບ 234 ຄົນ ທີ່ບໍ່ໄດ້ເປັນສະມາຊິກປະກັນສັງຄົມພາກສະໝັກໃຈ ດໍາລົງຊີວິດຢູ່ຕໍ່າກວ່າຄ່າຈ້າງຂັ້ນຕໍ່າແຫ່ງຊາດ 1.100.000 ກີບຕໍ່ເດືອນ 42% ແມ່ນໄດ້ຍີນຊື່ປະກັນສັງຄົມ 44% ແມ່ນຮູ້ຂໍ້ມູນແຕ່ບໍ່ຊັດເຈນ ແລະ ມີພຽງ 13% ເທົ່ານັ້ນທີ່ເຂົ້າໃຈຂໍ້ມູນປະກັນສັງຄົມດີ.

# ຂ່າວ & ພາບ  ຊິລິການດາ

error: Content is protected !!