ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ແພດ-ໝໍ ທີ່ປະຕິບັດໜ້າທີ່ປ້ອງກັນໂຄວິດ-19

    ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ໄດ້ລົງເຄື່ອນໄຫວຢ້ຽມຢາມພະນັກງານ ແພດ-ໝໍ ໃນວັນທີ 4 ຕຸລາ 2021 ທີ່ສຳເລັດການປະຕິບັດໜ້າທີ່ໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວີດ-19 ແລ້ວເຂົ້າສູນຈຳກັດບໍລິເວນຢູ່ບັນດາສູນຕ່າງໆເພື່ອຕິດຕາມອາການ ກ່ອນຈະອອກໄປສູ່ສັງຄົມ ຕາມມາດຕະການທີ່ທາງຄະນະສະເພາະກິດວາງອອກ ປະກອບມີ: ສູນ 21 ມີນາ ໂດຍມີພະນັກງານແພດ-ໝໍ ເຂົ້າຈຳກັດບໍລິເວນຈຳນວນ 14 ຄົນ ສູນໜອງປາ ຫຼັກ 4 ມີ 44 ຄົນ ໂຮງແຮມພອນເທບ ມີ 44 ຄົນ ໂຮງແຮມແມ່ຂອງ ມີ 33 ຄົນ ເພື່ອຢ້ຽມຢາມຖາມຂ່າວພະນັກງານ ແພດ-ໝໍ ທີ່ໄດ້ປະຕິບັດໜ້າທີ່ໃນການບໍລິການປະຊາຊົນ ກໍຄື ການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃນທົ່ວແຂວງ.

    ໂອກາດດຽວກັນນີ້ ການນຳຂອງແຂວງກໍຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງມອບໃຫ້ແຕ່ລະສູນ ເພື່ອເປັນຂວັນກຳລັງໃຈໃຫ້ແກ່ພະນັກງານແພດ-ໝໍ ທີ່ໄດ້ປະຕິບັດໜ້າທີ່ດ້ວຍຄວາມອົດທົນພະຍາຍາມສູງ ແລະ ສຳເລັດໜ້າທີ່ຕາມການມອບໝາຍ. 

    ພ້ອມດຽວກັນນີ້ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ ທັງເປັນຫົວໜ້າຄະນະສະເພາະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂັ້ນແຂວງ ພ້ອມດ້ວຍຄະນະ ກໍໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຢູ່ສູນວິເຄາະ ໂຮງໝໍແຂວງຄຳມ່ວນ ເຊິ່ງມີພະນັກງານແພດ-ໝໍ ເຂົ້າຈຳກັດບໍລິເວນຈຳນວນ 17 ຄົນ ແລະ ໃນໂອກາດນີິ້ ທ່ານຫົວໜ້າຄະນະສະເພາະກິດກໍໄດ້ໂອ້ລົມໃຫ້ກຳລັງໃຈ ພ້ອມນັ້ນ ກໍຮຽກຮ້ອງມາຍັງພະນັກງານແພດ-ໝໍ ຈົ່ງມີຄວາມຕັ້ງໃຈ ແລະ ອົດທົນສູງ ເພື່ອພ້ອມພາກັນຜ່ານຜ່າສະພາບການດັ່ງກ່າວໄປພ້ອມໆກັນ ເພື່ອກັບຄືນໄປສູ່ສັງຄົມ ແລະ ປະຕິບັດໜ້າທີ່ຕາມການມອບໝາຍໃນຂັ້ນຕໍ່ໄປ ເພື່ອເຮັດໃຫ້ວຽກງານປ້ອງກັນ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງ ແນໃສ່ເຮັດໃຫ້ສະພາບການກັບມາສູ່ປົກກະຕິໂດຍໄວ.

# ຂ່າວ & ພາບ  ສີພອນ

error: Content is protected !!