ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຕາງໜ້າຄະນະຖະແຫຼງຂ່າວປະຈຳວັນທີ 5 ຕຸລາ 2021 ຢູ່ກະຊວງສາທາລະນະສຸກ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ທົ່ວໂລກ.

ໃນວັນທີ 4 ກັນຍາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຫາເຊືື້ອໂຄວິດ-19 ທັງໝົດ 3.825 ຕົວຢ່າງ ກວດພົບຜູ້ຕິດເຊືື້ອໃໝ່ 454 ຄົນ ໃນນັ້ນ ຕິດເຊື້ອໃນຊຸມຊົນຈຳນວນ 450 ຄົນ ແລະ ຕິດເຊື້ອນໍາເຂົ້າ 4 ຄົນ ສໍາລັບຂໍ້ມູນໂດຍຫຍໍ້ ຜູ້ຕິດເຊື້ອໃນຊຸມຊົນທັງໝົດ 450 ຄົນ ຈະລາຍງານເປັນລໍາດັບຈາກແຂວງ ທີ່ຕິດເຊື້ອຫຼາຍສຸດ ຈົນໄປເຖິງແຂວງທີ່ຕິດເຊື້ອຕໍ່າສຸດດັ່ງນີ້:
ນະຄອນຫຼວງວຽງຈັນຈຳນວນ 166 ຄົນ ຈາກ 47 ບ້ານ 7 ເມືອງ ຄື:ເມືອງໄຊເສດຖາ 53 ຄົນ ຈາກ 8 ບ້ານ ລວມທັງຄ້າຍຄຸມຂັງນາໄຫ 40 ຄົນ ເມືອງຈັນທະບູລີ 36 ຄົນ ຈາກ 4 ບ້ານ ເມືອງນາຊາຍທອງ 20 ຄົນ ຈາກ 7 ບ້ານ ເມືອງຫາດຊາຍຟອງ 20 ຄົນ ຈາກ 7 ບ້ານ ເມືອງສີໂຄດຕະບອງ 11 ຄົນ ຈາກ 9 ບ້ານ ເມືອງສີສັດຕະນາກ 8 ຄົນ ຈາກ 4 ບ້ານ ເມືອງໄຊທານີ 11 ຄົນ ຈາກ 8 ບ້ານ ແລະ ອີກ 7 ຄົນແມ່ນກຳລັງສອບສວນເອົາຂໍ້ມູນເພີ່ມເຕີມ
- ແຂວງຫຼວງພະບາງ 90 ຄົນ
- ບໍ່ແກ້ວ 81 ຄົນ
- ສະຫວັນນະເຂດ 34 ຄົນ
- ຈໍາປາສັກ 24 ຄົນ
- ແຂວງວຽງຈັນ 16 ຄົນ
- ໄຊສົມບູນ 15 ຄົນ
- ບໍລິຄໍາໄຊ 13 ຄົນ
- ສາລະວັນ 6 ຄົນ
- ຫຼວງນໍ້າທາ 4 ຄົນ
- ແຂວງຊຽງຂວາງ 1 ຄົນ.
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 4 ຄົນຄື:ຈາກແຂວງສະຫວັນນະເຂດທັງ 4 ຄົນ ເຊິ່ງທັງໝົດນັ້ນ ແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້ ເປັນສະຖານທີ່ປິ່ນປົວຄົນເຈັບທີ່ຕິດເຊືື້ອ.
ມາຮອດວັນທີ 5 ຕຸລາ 2021 ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມໃນສປປ ລາວ ແມ່ນ 25.987 ຄົນ ເທົ່າກັບ 0,35% ຂອງປະຊາຊົນລາວ ເສຍຊີວິດສະສົມ 22 ຄົນ ຄົນເຈັບປິ່ນປົວດີສະສົມ 19.399 ຄົນ ກວມເອົາ 74.64% ຂອງຈຳນວນຜູ້ຕິດເຊື້ອທັງໝົດ ແລະ ປິ່ນປົວຫາຍດີໃນວັນທີ 4 ຕຸລາ 2021 ມີ 326 ຄົນ. ບ້ານແດງໃນທົ່ວປະເທດຂອງວັນທີ 4 ຕຸລາ 2021 ມີຈຳນວນ 362 ບ້ານ 43 ເມືອງ ແລະ 10 ແຂວງ ສຳລັບ ນະຄອນຫຼວງວຽງຈັນ ບ້ານທີ່ສິ້ນສຸດການເປັນບ້ານເຂດແດງມາເປັນເຂດເຫຼືອງ ແມ່ນບ້ານໂນນແສງຈັນ ເມືອງໄຊທານີ.
ປັດຈຸບັນ ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ເຮັດໃຫ້ຕົວຜູ້ຕິດເຊືື້ອສະສົມໃນທົ່ວໂລກມີຈໍານວນທັງໝົດ 236.079.933 ຄົນ ( ໃໝ່ 451.257 ຄົນ) ເສຍຊິວິດທັງໝົດ 4.821.007 (ໃໝ່ 5.914 ຄົນ) ແລະ ປີ່ນປົວຫາຍດີ 213.079.181 ຄົນ (ໃໝ່ 534.286 ຄົນ).
# ຂ່າວ & ພາບ ຊິລິການດາ