ທູດລາວປະຈຳຮົງກາຣີ ປະດັບຫຼຽນໄຊພັດທະນາ ຊັ້ນ III ໃຫ້ທ່ານ Laszlo VARADI

    ໂດຍປະຕິບັດຕາມການຊີ້ນຳຂອງຄະນະນຳກະຊວງການຕ່າງປະເທດ ທ່ານ ສີທົງ ຈິດໂຍທິນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສປປ ລາວ ປະຈຳຮົງກາຣີ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ປະດັບຫຼຽນໄຊພັດທະນາ ຊັ້ນ III ໃຫ້ທ່ານ ດຣ Laszlo VARADI ກົງສຸນກິດຕິມະສັກ ສປປ ລາວ ທີ່ນະຄອນຫຼວງບູດາແປັດ ປະເທດຮົງກາຣີ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນໃນໄລຍະຜ່ານມາ ເຊິ່ງຜົນງານດັ່ງກ່າວ ເປັນການປະກອບສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ ແລະ ຮົງກາຣີ ໃຫ້ມີບາດກ້າວອັນໃໝ່. 

    ພິທີປະດັບຫຼຽນດັ່ງກ່າວ ຈັດຂຶ້ນຢ່າງສົມກຽດ ວັນທີ 28 ກັນຍາຜ່ານມາ ຢູ່ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳຮົງກາຣີ ທີ່ມີສຳນັກງານຕັ້ງຢູ່ປະເທດໂອຕຣິສ ໂດຍມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ການຄ້າຂອງຮົງກາຣີ ທ່ານ ດຣ Peter JAKAB ຫົວໜ້າກົມອາຊີ ແລະ ປາຊີຟິກ ແລະ ທ່ານ Zoltan KULIK ຜູ້ບໍລິຫານງານຂອງບໍລິສັດວີຕາຟອດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

    ໂອກາດນີ້ ກໍໄດ້ມີການປະກາດລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊພັດທະນາຊັ້ນ III ໃບມອບສິດຂອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ຕິດຕາມດ້ວຍການນຳສະເໜີຜົນງານການເຄື່ອນໄຫວຂອງທ່ານ ດຣ Laszlo VARADI ໃນໄລຍະຜ່ານມາ ການປະດັບຫຼຽນໄຊພັດທະນາ ຊັ້ນ III ຄັ້ງນີ້ ເປັນການສະແດງຄວາມຂອບໃຈ ແລະ ຈາລຶກຄຸນງາມຄວາມດີຂອງລັດຖະບານ ສປປ ລາວ ຕໍ່ທ່ານ ດຣ Laszlo VARADI ກໍຄືລັດຖະບານ ແລະ ປະຊາຊົນ ຮົງກາຣີ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ຕະຫຼອດໄລຍະຜ່ານມາ. 

# ຂ່າວ & ພາບ  ສະບາໄພ

error: Content is protected !!