ໃນວັນທີ 1 ຕຸລາ 2021 ໂຮງໝໍຊຸມຊົນເມືອງຫົງສາ ແຂວງໄຊຍະບູລີ ໄດ້ຮັບເຄື່ອງຊ່ວຍເຫຼືອ ລະບົບຕັດແປ້ງສັ່ນສະເທືອນ ຈໍານວນ 1 ຊຸດ ມູນຄ່າ 53.000 ບາດ ປະມານ 15 ລ້ານກວ່າກີບ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະຂອງໂຮງໝໍຊຸມຊົນເມືອງຫົງສາ ກ່າວມອບໂດຍ ທ່ານ ພອນພົງ ໄຊຈະເລີນ ຜູ້ຈັດການໂຄງການ ບໍລິສັດ ສະຫະກົນ ອິຄິບເມັນ ຈໍາກັດມະຫາຊົນ ກ່າວຮັບອຸປະກອນດັ່ງກ່າວ ໂດຍ ທ່ານ ຈັນເພັງ ອູ່ທອງຄໍາ ຮອງເຈົ້າເມືອງຫົງສາ ມີຫົວໜ້າຫ້ອງວ່າການປົກຄອງເມືອງຫົງສາ ຜູ້ອຳນວຍການໂຮງໝໍຊຸມຊົນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ,


ໃນໂອກາດດັ່ງກ່າວ ທ່ານ ຈັນເພັງ ອູ່ທອງຄໍາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ກັບການຊ່ວຍເຫຼືອໃນຄັ້ງນີ້ ທີ່ຍາມໃດບໍລິສັດດັ່ງກ່າວກໍໄດ້ມີຄວາມເປັນຮ່ວງເປັນໄຍດ້ວຍດີຕະຫຼອດມາ ຕໍ່ກັບໂຮງໝໍຊຸມຊົນເມືອງຫົງສາ ແລະ ທ່ານຍັງໄດ້ກ່າວຕື່ມວ່າ ຈະນຳໃຊ້ອຸປະກອນດັ່ງກ່າວນີ້ເຂົ້າໃນວຽກງານຜ່າຕັດແປ້ງຕົວຈິງໃຫ້ແທດເໝາະກັບສະພາບການປະຕິບັດວຽກງານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ ເພາະໄລຍະຜ່ານມາ ເມືອງຫົງສາຍັງຂາດອຸປະກອນຮັບໃຊ້ທີ່ທັນສະໄໝ ການຊ່ວຍເຫຼືອເຄື່ອງມືໃນຄັ້ງນີ້ ຈະເຮັດໃຫ້ການປະຕິບັດວຽກງານວິຊາສະເພາະຕົວຈິງໄດ້ດີຂຶ້ນກວ່າເກົ່າ.
