ໂຮງຮຽນວິຊາຊີບຄົນພິການສີເກີດ ວັນທີ 4 ຕຸລາ 2021 ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂັ້ນ ນະຄອນຫຼວງວຽງຈັນ ແລະ ເມືອງນາຊາຍທອງ ໄດ້ລົງກວດກາຄວາມພ້ອມການສ້າງໂຮງໝໍພາກສະໜາມຢູ່ໂຮງຮຽນວິຊາຊີບຄົນພິການສີເກີດ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ.

ການລົງເຄື່ອນໄຫວຄັ້ງນີ້ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍຂອງການສ້າງໂຮງໝໍພາກສະໜາມ ໂຮງຮຽນວິຊາຊີບຄົນພິການສີເກີດ ເປັນຕົ້ນແມ່ນ ລະບົບນໍ້າ ການກໍານົດຫ້ອງນອນຄົນເຈັບ ແພດໝໍ ການກໍານົດເປັນເຂດຕາມຫຼັກການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ແລະ ສິ່ງອໍານວຍຄວາມສະດວກອື່ນໆ ເພື່ອຮັບປະກັນໃຫ້ການປິ່ນປົວໄດ້ມາດຕະຖານ ບໍ່ມີການແຜ່ເຊື້ອຫາທ່ານໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງທີ່ຈະໄປປະຕິບັດໜ້າທີ່ຢູ່ໂຮງໝໍພາກສະໜາມດັ່ງກ່າວ ແລະ ໂຮງໝໍພາກສະໜາມແຫ່ງນີ້ ປະກອບມີ 4 ຕຶກ ລວມມີ 19 ຫ້ອງ ສາມາດບັນຈຸໄດ້ 530 ຕຽງ ໃນນີ້ຫ້ອງໄອຊີຢູບັນຈຸ 5 ຕຽງ ນອກນີ້ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຍັງໄດ້ແນະນໍາແພດໝໍທີ່ປະຈໍາຢູ່ໂຮງໝໍພາກສະໜາມ ໃຫ້ເພີ່ມທະວີການໂຄສະນາປະຊາສໍາພັນເປັນແຕ່ລະໄລຍະຂອງແຕ່ລະວັນ ຫຼັງຈາກຮັບຄົນເຈັບເຂົ້າມາປິ່ນປົວ ເປັນຕົ້ນ ໃຫ້ຄວາມຮູ້ສຸຂະສຶກສາ ມາດຕະການປ້ອງກັນຕົນເອງ ແລະ ອື່ນໆ..
# ຂ່າວ & ພາບ ຂັນທະວີ