ການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນຢູ່ ສປປ ລາວຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ

    ປັດຈຸບັນ ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະຜູ້ຕິດເຊື້ອໃນຊຸມຊົນ ອີງຕາມການຖະແຫຼງຂ່າວຂອງທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 4 ຕຸລາ 2021 ໃຫ້ຮູ້ວ່າ  ວັນທີ 3 ຕຸລາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.951 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 307 ຄົນ ( ຊຸມຊົນ 300 ຄົນ ແລະ ຕິດເຊື້ອນໍາເຂົ້າ 7 ຄົນ ).

    ສຳລັບນະຄອນຫຼວງ 163 ຄົນ (ຊຸມຊົນ) ນຳເຂົ້າ 2 ກໍລະນີ ເມືອງນາຊາຍທອງ ມີ 19 ບ້ານ (65 ກໍລະນີ) ສີໂຄດຕະບອງ ມີ 10 ບ້ານ (21 ກໍລະນີ) ໄຊທານີ ມີ 7 ບ້ານ (21 ກໍລະນີ) ສີສັດຕະນາກ 10 ບ້ານ (19 ກໍລະນີ) ຈັນທະບູລີ ມີ 8 ບ້ານ (16 ກໍລະນີ) ເມືອງໄຊເສດຖາ ມີ 5 ບ້ານ (12 ກໍລະນີ) ເມືອງຫາດຊາຍຟອງ ມີ 6 ບ້ານ (10 ກໍລະນີ) ສະຫວັນນະເຂດ 32 ຄົນ (ຊຸມຊົນ) ນຳເຂົ້າ 4 ກໍລະນີ ເມືອງອຸທຸມພອນ 25 ຄົນ ໃນນັ້ນ 13 ຄົນແມ່ນກຸ່ມສໍາຜັດກັບທະຫານຄ້າຍ 644 ເມືອງໄກສອນ 6 ຄົນ ບ້ານໂພໄຊ (ວັດບ້ານໂພໄຊ ອາຊີບ ນັກບວດ) ບ້ານສະພານໃຕ້ (ແມ່ເຮືອນ) ເມືອງຈຳພອນ 1 ຄົນ ຈໍາປາສັກ 19 ຄົນ ນະຄອນປາກເຊ 7 ຄົນ ຈາກບ້ານຊົ້ງໃຫຍ່ ໂພນສະອາດ ເມືອງບາຈຽງ 12 ຄົນ ຈາກບ້ານລົ່ມສັກໃຕ້ ໃນນັ້ນ 9 ຄົນ ແມ່ນກຳມະກອນນິຄົມສວນຢາງດັກລັກ ແລະ ອີກ 3 ຄົນ ແມ່ນຄອບຄົວເຂົາເຈົ້າ ຄຳມ່ວນ 6 ຄົນ ຈາກເມືອງທ່າແຂກ (ປກສ ເມືອງທ່າແຂກ 2 ກໍລະນີ ກໍາມະກອນຈາກໂຮງງານລາວຄາຍຢວນ 2 ຄົນ ແລະ ກໍາມະກອນບໍລິສັດຕັງຈະເລີນ ມີ 2 ກໍລະນີ (ບ້ານນາບວບ) ຫຼວງພະບາງ 47 ຄົນ ເຊິ່ງໄດ້ພົວພັນກັບຄົນຕິດເຊື້ອທີ່ໄດ້ລາຍງານຜ່ານມາ ໃນນັ້ນ ເມືອງຈອມເພັດ 23 ກໍລະນີ ບ້ານຫ້ວຍຖໍ້າ ອາຊີບສ່ວນຫຼາຍແມ່ນເດັກນ້ອຍ ນັກຮຽນ ແລະ ຊາວສວນ ເມືອງຊຽງເງີນ 12 ກໍລະນີ ບ້ານປາກຂັນ 10 ກໍລະນີ ພະນັກງານທະຫານ 1 ກໍລະນີ ພະນັກງານບໍລິສັດ ETL ມີ 1 ກໍລະນີ ບ້ານຊຽງເງີນ ແລະ ບ້ານດອນໂມ ບ້ານລະ 1 ກໍລະນີ ເມືອງງອຍມີ 7 ກໍລະນີ ບ້ານໜອງຂຽວ 4 ກໍລະນີ ບ້ານປາກບາກ 2 ກໍລະນີ ບ້ານປາກງາ 1 ກໍລະນີ ເມືອງນໍ້າບາກ 3 ກໍລະນີ ບ້ານປາກຍາງ 2 ກໍລະນີ ບ້ານວຽງຄໍາ 1 ກໍລະນີ ເມືອງນານ 2 ກໍລະນີ ບ້ານໂພນໄຊ 2 ກໍລະນີ ອາຊີບ: ນັກຮຽນ ແລະ ແມ່ເຮືອນ ແຂວງສາລະວັນຊຸມຊົນ 3 ກໍລະນີ (ຊຸມຊົນ) ນຳເຂົ້າ 1 ກໍລະນີ ບ້ານຄັນທະລາດ ເມືອງສາລະວັນມີ 3 ກໍລະນີ ແຂວງວຽງຈັນ 4 ຄົນຄື ເມືອງໂພນໂຮງມີ 3 ກໍລະນີ ມີຄົນໃນຄອບຄົວຕິດເຊື້ອທີ່ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປເຮືອນດີຢູ່ບ້ານໂພນຫໍ ບ້ານໂພນໂຮງມີ 2 ກໍລະນີ ບ້ານນາຊູມີ 1 ກໍລະນີ ເມືອງແກ້ວອຸດົມມີ 1 ກໍລະນີ (ບ້ານທ່າລາດ ອາຊີບຂາຍເຄື່ອງຢູ່ຕະຫລາດທ່າລາດ) ບໍ່ແກ້ວ 12 ຄົນ ເມືອງຕົ້ນເຜີ້ງມີ ບ້ານພຽງງາມ 8 ຄົນ ແລະ ບ້ານ ໂພນໂຮມ 1 ຄົນ ເຂດເສດຖະກິດພິເສດ 3 ຫຼ່ຽມຄຳ 3 ຄົນ ຊຽງຂວາງ 2 ຄົນເປັນຜູ້ສຳຜັດໄກ້ຊິດກັບກໍລະນີຕິດເຊື້ອທີ່ໄປງານເຮືອນດີບ້ານຫໍສິມຄື ບ້ານຫໍສີມ 1 ກໍລະນີ (ອາຊິບພະນັກງານຄູ) 1 ຄົນຈາກບ້ານສ່ອມມີ ບໍລິຄໍາໄຊ 12 ຈາກເມືອງປາກຊັນ 1 ກໍລະນີ ເພດຍີງ ອາຍຸ 30 ປີ ອາຊີບ ພະນັກງານເພດດ່ານໜ້າໂຮງໝໍນ້ອຍຫົງໄຊ ບ້ານຢູ່ຫາງຊີງສະຫວ່າງ ເມືອງປາກກະດິງ 11 ກໍລະນີຈາກບ້ານໂພນຈະເລີນ 10 ກໍລະນີ ສັນຊາດລາວ 9 ກໍລະນີ ແລະ ສັນຊາດຈີນ 1 ກໍລະນີ (ທັງໝົດແມ່ນກຳມະກອນເຂື່ອນນໍ້າເທິີນ 1 ໃນນີ້ ມີແພດ 1 ຄົນ ໄດ້ສຳພັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄດ້ລາຍງານໃນວັນທີ່ 27/09/20221 ແລະ 1 ຄົນ ແມ່ນເດັກນ້ອຍ ບ້ານຊ້ອນພັນໄຊໄດ້ສໍາພັດໄກ້ສິດກັບຜູ້ຕິດເຊື້ອບ້ານຫ້ວຍໄຮ ແລະ ໄດ້ລາຍງານໃນວັນທີ່ 1/10/2021 ສໍາລັບຜູ້ຕິດເຊືື້ອແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

.

# ຂ່າວ & ພາບ  :ວຽງມາ

error: Content is protected !!