ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ (ໃໝ່) ຍັງບໍ່ຮູ້ທີ່ມາຂອງການຕິດເຊື້ອ

    ທ່ານ ດຣ ບຸນຍະສິດ ຄົງສໍາພັນ ກອງເລຂາຄະສະເພາະກິດ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງຫຼວງພະບາງ ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 3 ຕຸລາ 2021 ວ່າ: ວັນທີ 2 ຕຸລາ 2021 ໂຮງໝໍແຂວງຫຼວງພະບາງ ໄດ້ກວດວິເຄາະຕົວຢ່າງ 272 ຕົວຢ່າງ ພົບເຊື້ອໃໝ່ 31 ກໍລະນີ ເປັນກໍລະນີໃນຊຸມຊົນທັງໝົດ ເຮັດໃຫ້ຕົວເລກສະສົມຜູ້ຕິດເຊື້ອຢູ່ແຂວງຫຼວງພະບາງ ມາຮອດປັດຈຸບັນ ມີ 641 ກໍລະນີ ປິ່ນປົວຫາຍດີສະສົມ 163 ກໍລະນີ ສືບຕໍ່ປິ່ນປົວ 478 ກໍລະນີ ທັງໝົດມີອາການເບົາບາງ ແລະ ບໍ່ມີກໍລະນີເສຍຊີວິດ ສຳລັບຜູ້ຕິດເຊື້ອໃໝ່ ມີນະຄອນຫຼວງພະບາງ 2 ຄົນ ຢູ່ຮ່ອມ 8 ຂອງບ້ານຜາສຸກ ເມືອງງອຍ 20 ຄົນ ເມືອງຊຽງເງິນ 6 ຄົນ ແລະ ເມືອງນ້ຳບາກ 3 ຄົນ.   

    ທ່ານ ດຣ ບຸນຍະສິດ ຄົງສຳພັນ ກ່າວຕື່ມວ່າ: ຜູ້ຕິດເຊື້ອໃໝ່ນີ້ ມີຫຼາຍຄົນທີ່ມີການເຄື່ອນໄຫວເດີນທາງໄປຫຼາຍບ່ອນ ຫຼາຍບ້ານ ມີຜູ້ສຳຜັດໃກ້ຊິດຈຳນວນຫຼວງຫຼາຍ  ເຊິ່ງຂໍ້ມູນການເຄື່ອນໄຫວຂອງຜູ້ຕິດເຊື້ອຍັງບໍ່ທັນໄດ້ໝົດ ຍັງມີຜູ້ຕິດເຊື້ອ 1 ກໍລະນີ ຢູ່ບ້ານຜາສຸກ ນະຄອນຫຼວງພະບາງ ບໍ່ຮູ້ທີ່ມາຂອງການຕິດເຊື້ອ ພ້ອມນີ້ ຜູ້ຕິດເຊື້ອຈຳນວນໜຶ່ງມີການຫຼົງລືມການເຄື່ອນໄຫວຂອງຕົນ ເຊິ່ງເຮັດໃຫ້ການເກັບກຳປະຫວັດການເຄື່ອນໄຫວບໍ່ຄົບຖ້ວນ ສະນັ້ນ ຖ້າທ່ານໃດໄດ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຂໍໃຫ້ມາສະເໜີຕົວ ຫຼື ເຂົ້າມາເກັບຕົວຢ່າງກວດຫາເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແຂວງຫຼວງພະບາງ ແລະ ໂຮງໝໍບໍລິ ເວນ 107 ດ່ວນ.

# ຂ່າວ & ພາບ  :ສະບາໄພ

error: Content is protected !!