ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 301 ຄົນ ໃນນີ້ເສຍຊີວິດເພີ່ມ 2 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 3 ຕຸລາ ປີ 2021ວ່າ: ວັນທີ 2 ຕຸລາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.264 ຄົນ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 301 ກໍລະນີ ແລະ ເສຍຊິວິດໃໝ່ເພີ່ມ 2 ຄົນ ເຊິ່ງກໍລະນີນໍາເຂົ້າຈາກນະຄອນຫຼວງວຽງຈັນ 3 ຄົນ ແລະ ສະຫວັນນະເຂດ 2 ຄົນ ເຊິ່ງທັງໝົດນັ້ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້ເປັນສະຖານທີ່ປິ່ນປົວຄົນເຈັບທີ່ຕິດເຊືື້ອ.

    ສ່ວນການຕິດເຊືື້ອໃນຊຸມຊົນ ມີຈໍານວນ 296 ຄົນ ຄື:ຈາກນະຄອນຫຼວງວຽງຈັນ 150 ຄົນ ສະຫວັນນະເຂດ 32 ຄົນ ຫຼວງພະບາງ 31 ຄົນ ໄຊສົມບູນ 28 ຄົນ ຈໍາປາສັກ 19 ຄົນ ຫຼວງພະບາງ 17 ຄົນ ບໍ່ແກ້ວ 7 ຄົນ ບໍລິຄໍາໄຊ 5 ຄົນ ຄໍາມ່ວນ 4 ຄົນ ຫຼວງນໍ້າທາ 3 ຄົນ ເຊິ່ງຜູ້ຕິດເຊືື້ອໃນຊຸມຊົນເຫຼົ່ານີີ້ ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້ ( ຂໍຮ້ອງທຸກທ່ານທີ່ໄປກວດຢູ່ຈຸດກວດຕ່າງໆ ຕ້ອງຂຽນເບີໂທທີ່ທ່ານໃຊ້ປະຈໍາ ແລະ ຖືກຕ້ອງ ເພື່ອສາມາດຕິດຕໍ່ຫາທ່ານໂດຍທັນທີ ຖ້າຫາກຜົນກວດເປັນບວກ).

    ມາຮອດປັດຈຸບັນ 25.127 ຄົນ ເສຍຊີວິດສະສົມ 22 ໃນນີ້ເພີ່ມໃໝ່ 2 ຄົນ ແລະ ຄົນເຈັບຫາຍດີອອກໂຮງໝໍວັນທີ 2 ຕຸລາ ຈໍານວນ 133 ຄົນ ແລະ ຍັງສືບຕໍ່ປິ່ນປົວ 6.467 ຄົນ.

    ສໍາລັບກໍລະນີເສຍຊີວິດໃໝ່ 2 ຄົນ ເປັນເພດຍິງ ອາຍຸ 48 ປີ ອາຊີບ ເຮັດນາ ບ້ານໜອງປັກແຮດ ເມືອງປະທຸມພອນ ແຂວງຈໍາປາສັກ ຜູ່ກ່ຽວມີພະຍາດປະຈໍາຕົວ ເປັນຫືດ ຄວາມດັນເລືອດສູງ ແລະ ບໍ່ໄດ້ຮັບວັກຊິນໂຄວິດ-19 ເປັນຜູ້ສໍາພັດໃກ້ຊິດກັບຜູ້ຕິດເຊື້ອກ່ອນໜ້ານີ້ ເຂົ້າມາເກັບຕົວຢ່າງ 15 ກັນຍາ ຜົນອອກທີ 16 ກັນຍາ ແລະ ໄດ້ເຂົ້າມາສູນປິ່ນປົວໃນ ວັນທີ 17 ກັນຍາ ແລະ ເວລາ5:00 ໂມງຂອງວັນທີ 27 ກັນຍາ 2021 ຄົນເຈັບໄດ້ເສຍຊີວິດ ແລະ ຈາກແຂວງວຽງຈັນ 1 ຄົນ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!