ເປີດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ ຊຸດທີ I

    ເມືອງຫົງສາ ແຂວງໄຊຍະບູລີ ເປີດຊຸດເຝິກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ (ລະບົບ 10 ວັນ) ໃຫ້ເລຂາ ຄະນະໜ່ວຍພັກບ້ານໃນທົ່ວເມືອງ ໃນວັນທີ 1 ຕຸລາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ໂດຍມີທ່ານ ຄຳຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ ທ່ານ ປອ ສີສອນພັນ ບຸນສີ ຜູ້ອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງໄຊຍະບູລີ ພ້ອມດ້ວຍບັນດາຄະນະປະຈຳພັກເມືອງ ຄະນະພັກເມືອງ ຫົວໜ້າຫ້ອງການ ກົມກອງ ແລະ ເລຂາຄະນະໜ່ວຍພັກບ້ານພາຍໃນເມືອງເຂົ້າຮ່ວມ.

    ຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງໃຫ້ບັນດາເລຂາ ຄະນະໜ່ວຍພັກນີ້ ແມ່ນເປັນຊຸດທໍາອິດຂອງເມືອງ ມີຈຳນວນ 42 ທ່ານ ຍິງ 2 ທ່ານ ໂດຍຈັດຕັ້ງປະຕິບັດຕາມຫຼັກສູດທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 10 ວັນ ແບບເລັ່ງລັດ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງກຳນົດ ແລະ ຈະໄດ້ດຳເນີນການຮຽນ-ການສອນ ໃນ 3 ກຸ່ມວິຊາຄື: ທິດທາງລວມ ວຽກພັກ ແລະ ວຽກງານການບໍລິຫານ-ປົກຄອງ ເຊິ່ງລວມມີ 20 ບົດ ແລະ ຈະໃຊ້ເວລາທັງໝົດ 70 ຊົ່ວໂມງຈຶ່ງສຳເລັດ ສ່ວນສະຖານທີ່ຮຽນ ແມ່ນນຳໃຊ້ຫ້ອງປະຊຸມຫ້ອງວ່າການເມືອງ ແລະ ຄູ-ອາຈານສອນ ແມ່ນພະນັກງານນຳພາ-ຄຸ້ມຄອງພາຍໃນເມືອງ ແລະ ອາຈານຮັບເຊີນຕາມຄວາມເໝາະສົມ ຊຸດເຝິກອົບຮົມໃນຄັ້ງນີ້ ແມ່ນເລີ່ມແຕ່ວັນທີ 1-10 ຕຸລາ 2021 ໃຫ້ສຳເລັດ.

    ທ່ານ ຄໍາຫຼ້າ ຜິວວັນນາ ໄດ້ກ່າວເນັ້ນວ່າ: ທັງໝົດນີ້ ແມ່ນການສ້າງໃຫ້ບັນດາສະຫາຍເລຂາຄະນະພັກຮາກຖານ ເລຂາໜ່ວຍພັກ ນາຍບ້ານ ແລະ ຂະແໜງການຂອງບ້ານ ມີລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ ແລະ ການປົກຄອງ ມີແນວຄິດທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ ມີຄວາມຮັບຮູ້ອັນໃໝ່ ແລະ ກຳແໜ້ນບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ ທັງເປັນການເຊື່ອມຊຶມ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກແຕ່ລະໄລຍະ ເພື່ອປັບປຸງແບບແຜນວິທີການເຮັດວຽກຂອງຕົນໃຫ້ມີຄຸນນະພາບສູງຂຶ້ນ.

   # ຂ່າວ – ພາບ :  ບຸນມີ

error: Content is protected !!