ກວດພົບຜູ້ຕິດເຊື້ອໂຄວິກ-19 ໃນຊຸມຊົນ 601 ຄົນ ໃນນັ້ນ ນວ 400 ຄົນ

    ທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບໂຄວິດ-19 ຢູ່ ສປປ ລາວ  ວັນທີ 2 ຕຸລາ 2021 ຢູ່ກະຊວງສາທາລະນະສຸກ ວ່າ:ສະພາບການການຕິດເຊື້ອພະຍາດໂຄວິ-19 ຢູ່ປະເທດເຮົາໃນປັດຈຸບັນ ເຫັນວ່າມີຕົວເລກການຕິດເຊື້ອໃນຊຸມຊົນເພີ່ມຂຶ້ນຫຼາຍ ໃນມື້ວານນີ້ ວັນທີ 1 ກັນຍາ 2011 ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອທັງໝົດ 6.700 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 606 ຄົນ (ຊຸມຊົນ 601 ຄົນ ເດີນທາງຈາກຕ່າງປະເທດ 5 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປັດຈຸບັນແມ່ນ 24.916 ຄົນ ເສຍຊີວິດສະສົມ 21 (ໃໝ່ 1 ຄົນ) ປິນປົວຫາຍດີໃນມື້ວານນີ້ 235 (ຈໍານວນຜູ້ປິ່ນປົວຫາຍດີ ແມ່ນ 18.431 ຄົນ ເຊິ່ງກວມເຖິງ 73.9 % ທຽບໃສ່ຄົນເຈັບຕິດເຊື້ອທັງໝົດ).

    ສໍາລັບຄົນທີ່ເສຍຊີວິດໃໝ່ ເພດຊາຍ ອາຍຸ 76 ປີ ອາຊີບ: ພະນັກງານບໍານານ ບ້ານໂພນທັນເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ບໍ່ໄດ້ສັກຢາວັກຊີນ ຜູ້ກ່ຽວມີພະຍາດປະຈໍາຕົວ ແຂນຂາອ່ອນແຮງ ເພີ່ງຕົນເອງບໍ່ໄດ້ມາເປັນເວລາ 2 ປີແລ້ວ ເປັນຜູ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອພະຍາດໂຄວິດ (ເປັນເມຍຜູ້ກ່ຽວ) ອາຍຸ 72 ປີ ປັດຈຸບັນ ເມຍຜູ່ກ່ຽວປິ່ນປົວຢູ່ສູນ ມຊ ດົງໂດກ ວັນທີ 30 ກັນຍາ 2021 ມີອາການໄອ ແລະ ຫາຍໃຈຍາກ ວັນທີ 1 ຕຸລາ 2021 ມາໂຮງໝໍ 103 ດ້ວຍອາການໄອຮຸນແຮງ ທີມແພດໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ໄດ້ໃຫ້ນອນເພື່ອຕິດຕາມອາການ ແລະ ລໍຖ້າຜົນກວດ ຜົນກວດອອກມາແມ່ນພົບເຊື້ອພະຍາດໂຄວິດ-19 ແພດກໍເອົາໃຈໃສ່ຕິດຕາມອາການຢ່າງໃກ້ຊິດ ແລະ ຊ່ວຍເຊີດຊູທຸກວິທີທາງເພື່ອກອບກູ້ຊີວິດຜູ້ກ່ຽວ ແຕ່ອາການກໍຮຸນແຮງ ແລະ ບໍ່ດີຂຶ້ນ ຈຶ່ງບໍ່ສາມາດກອບກູ້ເອົາຊີວິດໄວ້ໄດ້ ຮອດເວລາ 19:20 ໂມງ.

    ກ່ຽວກັບກໍລະນີຕິດເຊື້ອໃໝ່ 608 ຄົນ ຕິດເຊື້ອໃນຊຸມຊົນມີຈໍານວນ 601 ຄົນ ຄື: ນວ 400 ຄົນ ພົບໃນ 7 ເມືອງ ແລະ 67 ບ້ານ ຄື:ເມືອງນາຊາຍທອງ 205 ຄົນ ໃນ 11 ບ້ານ ເມືອງຈັນທະບູລີ 128 ຄົນ ໃນ 13 ບ້ານ ເມືອງສີໂຄດຕະບອງ 13 ຄົນ ໃນ 10 ບ້ານ ເມືອງໄຊເສດຖາ 22 ຄົນ ໃນ 12 ບ້ານ ເມືອງສີສັດຕະນາກ 9 ຄົນ 5 ບ້ານ ຫາດຊາຍຟອງ 3 ຄົນ 2 ບ້ານ.

    ແຂວງຫຼວງພະບາງ 58 ຄົນ ທັງໝົດແມ່ນພົວພັນກັບຜູ້ຕິດເຊື້ອຜ່ານມາ ແຂວງບໍ່ແກ້ວ 48 ຄົນ: ໃນເມືອງຕົ້ນເຜິ້ງ ແຂວງວຽງຈັນ 24 ຄົນ ສະຫວັນນະເຂດ 10 ຄົນ ສາລະວັນ 9 ຄົນ ແລະ ແຂວງບໍລິຄໍາໄຊ 2 ຄົນ.

    ສໍາລັບຜູ້ຕິດເຊື້ອໃນຊຸມຊົນເຫຼົ່ານີ້ ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມ ປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້ຂອງແຂວງ (ດັ່ງນັ້ນ ໃຫ້ຖືສໍາຄັນໃນເວລາທີ່ໄປກວດຕົວຢ່າງ ຕ້ອງແຈ້ງເບີໂທລະສັບທີ່ໃຊ້ເປັນປະຈໍາ ໃຫ້ແພດໝໍຢູ່ບ່ອນເກັບຕົວຢ່າງ ເພື່ອສາມາດຕິດຕໍ່ຫາທ່ານໂດຍທັນທີ ຖ້າຫາກຜົນກວດເປັນບວກ).

    ສໍາລັບສະຖານຈຸດໃຫ້ວັກຊີນ ຢູ່ ນວ ມີ:ໂຮງໝໍສູນກາງ ໂຮງໝໍເມືອງ 9 ຕົວເມືອງ ສູນການຄ້າລາວ-ໄອເຕັກ ວັດຈີນ ບ້ານດົງປ່າແຫຼບ ເມືອງຈັນທະບູລີ (ເປີດສະເພາະວັນຈັນ ຮອດ ວັນສຸກ) ສ່ວນ ນວ ບ້ານທີ່ກໍານົດເປັນເຂດແດງໃໝ່ ໃນວັນທີ 1 ຕຸລາ 2001 ມີ 10 ບ້ານ ໃນ 3 ເມືອງ ຄື:ເມືອງຈັນທະບູລີ 4 ບ້ານ ຂົວຫຼວງ ໂພນຕ້ອງຈອມມະນີ ຮ່ອງຄ້າ ແລະ ສີສະຫວາດ ເມືອງສີສັດຕະນາກ 2 ບ້ານ ບຶງຂະຫຍອງ ແລະ ດອນກອຍ ເມືອງຫາດຊາຍຟອງ 4 ບ້ານ ບໍ່ໂອ ດົງໂພສີ ທ່າເດື່ອ ແລະ ດົງໂພນເລົ່າ.

   # ຂ່າວ – ພາບ :  ສີພອນ

error: Content is protected !!