ຂໍ້ປະຕິບັດ ເມື່ອຕ້ອງກັກຕົວຢູ່ເຮືອນ ຢູ່ເຮືອນຢຸດເຊື້ອເພື່ອຊາດ

    ປັດຈຸບັນ ສະພາບການລະບາດຢູ່ ສປປ ລາວເຮົາ ຍັງຄົງໜ້າເປັນຫ່ວງ ເນື່ອງຈາກຈຳນວນຜູ້ຕິດເຊື້ອໃນຊຸມຊົນຍັງເພິ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນຢູ່ນະຄອນຫຼວງວຽງຈັນ ເຊິ່ງການຕິດເຊື້ອສວນໃຫຍ່ກໍແມ່ນຢູ່ໃນບັນດາໂຮງຈັກ-ໂຮງງານ ຕະຫຼາດ ສໍານັກງານ ແລະ ສະຖານທີ່ທາງສາດສະໜາ ສະນັ້ນ ພວກເຮົາໝົດທຸກຄົນຕ້ອງຮ່ວມໃຈກັນປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ເພື່ອສະກັດກັ້ນການແຜ່ລະບາດ ໂດຍສະເພາະແມ່ນຕ້ອງພ້ອມກັນກັກໂຕຢູ່ເຮືອນ ຢຸດເຊື້ອເພື່ອຊາດ ແຕ່ໃນຂະນະທີ່ເຮົາກັກໂຕຢູ່ເຮືອນກໍຕ້ອງພ້ອມກັນປະຕິບັດຕາມຂໍ້ປະຕິບັດ ເມື່ອຕ້ອງກັກໂຕຢູ່ບ້ານ ຄື ດັ່ງນີ້:

    – ຢູ່ເຮືອນ ບໍ່ເດີນທາງອອກໄປຂ້າງນອກຫາກບໍ່ຈຳເປັນ

    – ບໍ່ຄວນໃຫ້ຄົນນອກມາເຮືອນ ຫຼື ມາຢ້ຽມຢາມໃນໄລຍະນີ້

    – ໃສ່ຜ້າປິດປາກ-ດັງ ຫາກທ່ານຢູ່ຮ່ວມກັບຫຼາຍຄົນ

    – ຮັກສາມາລະຍາດໄອຈາມ

    – ແຍກຂອງໃຊ້ສ່ວນໂຕ

    – ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມື ຂ້າເຊື້ອ

    – ຫຼີກລ່ຽງການຮັບປະທານອາຫານຮ່ວມກັນ ຮັບປະທານອາຫານຄົນລະເວລາ ຫຼື ເວັ້ນໄລຍະຫ່າງ 2 ແມັດ ເປີດປະຕູປ່ອງຢ້ຽມໃຫ້ອາກາດຖ່າຍເທ

    – ໃຊ້ຫ້ອງນ້ຳແຍກຈາກຜູ້ອື່ນ ແຕ່ຖ້າຈຳເປັນຕ້ອງໃຊ້ຮ່ວມກັນ ໃຫ້ໃຊ້ເປັນຄົນສຸດທ້າຍ ປິດຝາຊັກໂຄກກ່ອນກົດນ້ຳ ແລະ ເຮັດຄວາມສະອາດທັນທີດ້ວຍນ້ຳຢາຂ້າເຊື້ອ ພາຍຫຼັງໃຊ້ແລ້ວ

    -ໝັ່ນສັງເກດ ອາການຕົນເອງຫາກມີອາການໄຂ້ ປວດເມື່ອຍຕາມຕົນໂຕ ຫຼື ເມື່ອຍງ່າຍ ຄວນໄປພົບແພດທັນທີ ແລະ ແຍກໂຕອອກຈາກຄົນອ້ອມຂ້າງ .

   # ຂ່າວ – ພາບ :  ເພັດສະໝອນ

error: Content is protected !!