ຄະນະສະເພາະກິດ ລົງເກັບຕົວຢ່າງຊອກຫາເຊື້ອພະຍາດໂຄວິດ-19 ໃຫ້ພະນັກງານຄູ-ອາຈານ

    ຕອນເຊົ້າ ວັນທີ 30 ກັນຍາ 2021 ຢູ່ທີ່ພະແນກສຶກສາທິການ ແລະ ກີລາແຂວງຫຼວງນໍ້າທາ ທິມງານຄະນະສະເພາະກິດຂັ້ນເເຂວງ​ ຂັ້ນເມືອງ ໂຮງໝໍແຂວງ ແລະ ຫ້ອງການສາທາລະນະສຸກເມືອງຫຼວງນໍ້າທາ ລົງເກັບຕົວຢ່າງຊອກຫາເຊື້ອພະຍາດໂຄວິດ-19 ໃຫ້ພະນັກງານຄູ-ອາຈານ.

    ທ່ານ ຄໍາສອນ ຈັນທະດາລາ ຫົວໜ້າຫ້ອງການສາທາລະນະສຸກ ເມືອງຫຼວງນໍ້າທາ ໃຫ້ຮູ້ວ່າ: ການລົງເກັບຕົວຢ່າງຊອກຫາເຊື້ອພະຍາດໂຄວິດ-19 ຄັ້ງນີ້ ກໍເພື່ອເຮັດໃຫ້ບັນດາຄູອາຈານມີຄວາມໝັ້ນໃຈຕໍ່ຕົນເອງ​ ຄອບຄົວ ກໍຄືສັງຄົມ ມີຄວາມປອດໄພຈາກເຊື້ອພະຍາດໂຄວິດ-19 ທີ່ຈະໄດ້ໄປປະຕິບັດໜ້າທີ່ສິດສອນຢູ່ໂຮງຮຽນແຫ່ງຕ່າງໆພາຍໃນແຂວງຫຼວງນໍ້າທາ ໃນການກຽມຄວາມພ້ອມເປີດສົກຮຽນໃໝ່ ສົກຮຽນ 2021-2022 ໃນວັນທີ 1 ຕຸລານີ້ ເປັນຕົ້ນໄປ ພ້ອມນັ້ນ ກໍໄດ້ເກັບຕົວຢ່າງຊອກຫາເຊື້ອພະຍາດໂຄວິດ-19 ເຊິ່ງມີຜູ້ມາກວດຕົວຈິງຈຳນວນ 204 ຄົນ ແລະ ທ່ານ ຍັງຮຽກຮ້ອງມາຍັງພະນັກງານ ທະຫານ​ ຕໍາຫຼວດ​ ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງ ກໍຄືເມືອງຫຼວງນໍ້າທາ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍສະເພາະແມ່ນການປ້ອງກັນຕົນເອງ​ ໃສ່ຜ້າອັດປາກ-ດັງ​ ໝັ່ນລ້າງມືໃສ່ສະບູ ຫຼື ເຈວລ້າງມື ການຮັກສາໄລຍະຫ່າງ​ ວັດແທກອຸນຫະພຸມ ແລະ ອະນາໄມສະຖານທີ່ຂອງຕົນໃຫ້ມີຄວາມສະອາດຈົບງາມຢູ່ສະເໝີ.

   # ຂ່າວ – ພາບ :  ສີພອນ

error: Content is protected !!