ມາດຕະການທີ່ຈະຕ້ອງປະຕິບັດອີກ 15 ວັນຕໍ່ໜ້າ

     ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຮອງຫົວໜ້າຄະນະສະເພາະກິດ ຜູ້ປະຈຳການ ຫົວໜ້າກອງເລຂາ ໄດ້ຖະແຫຼງກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນໄລຍະວັນທີ 1-15 ຕຸລາ 2021 ເມື່ອວັນທີ 30 ກັນຍາ 2021 ທີ່ກະຊວງສາທາລະນະສຸກວ່າ:

    ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15 ລົງວັນທີ 21 ເມສາ 2021 ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 1094 ລົງວັນທີ 31 ສິງຫາ 2021 ເລກທີ 1177 ລົງວັນທີ 15 ກັນຍາ 2021 ແລະ ມາດຕະການຕ່າງໆທີ່ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ໄດ້ວາງອອກ ເຫັນວ່າ ໂດຍລວມແລ້ວ ທຸກການຈັດຕັ້ງ ທຸກຂັ້ນ ຕະຫຼອດຮອດທົ່ວປວງຊົນລາວທັງຊາດ ລ້ວນແຕ່ຈັດຕັ້ງປະຕິບັດຢ່າງເປັນຂະບວນການທີ່ກວ້າງຂວາງ.

     ແຕ່ເຖິງຢ່າງໃດກໍຕາມ ມາຮອດວັນທີ 30 ກັນຍາ 2021 ສະພາບການລະບາດໃນຊຸມຊົນທົ່ວປະເທດຍັງສືບຕໍ່ເພີ່ມຂຶ້ນ ແລະ ຂະຫຍາຍເປັນວົງກວ້າງເກືອບທົ່ວທຸກແຂວງ ທຽບໃສ່ໄລຍະຜ່ານມາ ໂດຍສະເລ່ຍ ໃນທົ່ວປະເທດເພີ່ມຂຶ້ນເ​ຖິງ 48,06% ສະນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ເພີ່ມຄວາມເຂັ້ມງວດ ແລະ ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໄວ້ໃນຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແຈ້ງການ ເລກທີ 1094/ຫສນຍ ລົງວັນທີ 31 ສິງຫາ 2021 ແລະ ເລກທີ 1177/ຫສນຍ ລົງວັນທີ 15 ກັນຍາ 2021 ຕື່ມອີກ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 1 ຕຸລາ ຫາ ເວລາ 24:00 ໂມງ ຂອງວັນທີ 15 ຕຸລາ 2021.

     ເຊິ່ງມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດ ສຸມໃສ່ການສັກວັກຊີນໃຫ້ເປົ້າໝາຍຕ່າງໆຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້ ຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນໃຫ້ຖືກຕ້ອງຕາມຫຼັກວິຊາການກ່ຽວຂ້ອງ ສືບຕໍ່ປິດດ່ານສາກົນ ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງປະເທດ ສໍາລັບນັກການທູດ ພະນັກງານອົງການຈັດຕັ້ງສາກົນ ຊ່ຽວຊານ ນັກລົງທຶນ ທີ່ມີຄວາມຈໍາເປັນເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ ບັນດາກິດຈະການ ແລະ ໂຄງການຕ່າງໆທີ່ເປັນບູລິມະສິດ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.

     ສືບຕໍ່ປິດກິດຈະການຮ້ານບັນເທີງ ໂຮງສາຍຮູບເງົາ ຮ້ານສະປາ ຮ້ານຄາຣາໂອເກະ ຮ້ານກິນດື່ມ ຮ້ານອິນເຕີເນັດຄາເຟ ຮ້ານສະນຸກເກີ ກາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວປະເທດ. ຫ້າມເປີດຮ້ານນວດ ຮ້ານເສີມຄວາມງາມ ຮ້ານຕັດຜົມ ຮ້ານເສີມສວຍ ຕະຫຼາດກາງຄືນ ສວນອາຫານ ແລະ ສະຖານທີ່ທ່ອງທ່ຽວ ຢູ່ເຂດທີ່ມີການລະບາດໃນຊຸມຊົນ ປິດບັນດາໂຮງງານອຸດສາຫະກຳ ແລະ ບັນດາວິສາຫະກິດຢູ່ເຂດທີ່ມີການລະບາດພາຍໃນໂຮງງານ ແລະ ໃນຊຸມຊົນ ຫ້າມບຸກຄົນເດີນທາງເຂົ້າ-ອອກ ເຂດທີ່ມີການນລະບາດໃນຊຸມຊົນ ຕາມການກໍານົດຂອງຄະນະສະເພາະກິດ ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ຫ້າມຈັດງານສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ ອຸປະກອນການແພດ ແລະ ສິນຄ້າອື່ນໆທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ ປິດການສັນຈອນຂອງພາຫະນະຢູ່ນະຄອນຫຼວງ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນ ຕັ້ງແຕ່ເວລາ 21:00 ໂມງ – 05:00 ໂມງເຊົ້າ ປິດການຮຽນການສອນ ສຳລັບການສຶກສາທຸກຊັ້ນທຸກສາຍ ແລະ ສືບຕໍ່ເລື່ອນການເປີດສົກຮຽນສຳລັບການສຶກສາທຸກຊັ້ນ ທຸກສາຍ ແລະ ການເສັງເຂົ້າຮຽນສາຍອາຊີວະສຶກສາ ການສຶກສາຄູ ແລະ ການສຶກສາຊັ້ນສູງ ຢູ່ເຂດທີ່ມີການລະບາດໃນຊຸມຊົນ. ຫ້າມຈັດປະຊຸມ ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 20 ຄົນ ໃຫ້ບັນດາກະຊວງ ອົງການທຽບເທົ່າ ວິສາຫະກິດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນ ອະນຸຍາດໃຫ້ພະນັກງານ ແລະ ລັດຖະກອນຜັດປ່ຽນກັນມາປະຈຳການ ຫຼື ເຮັດວຽກຢູ່ເຮືອນ ຜ່ານລະບົບເອເລັກໂຕຣນິກ ສຳລັບຜູ້ທີ່ມີຄວາມສ່ຽງ ແລະ ຜູ້ຍິງຖືພາ ທີ່ບໍ່ສາມາດຮັບວັກຊີນໄດ້ ແມ່ນໃຫ້ເຮັດວຽກຢູ່ເຮືອນ.

   # ຂ່າວ – ພາບ :  ຂັນທະວີ

error: Content is protected !!