ໂຄວິດ-19 ສົ່ງຜົນກະທົບຕໍ່ການຮຽນ-ການສອນຂອງນັກຮຽນ ແລະ ຄູ ມສ ສາທິດ

    ໂດຍອີງຕາມຄໍາແນະນໍາການຈັດການຮຽນ-ການສອນ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ສົກຮຽນ 2021-2022 ຂອງກະຊວງສຶກສາທິການ ແລະ ກີລາ ເລກທີ 934/ສສກ.ນວ ລົງວັນທີ 17 ກັນຍາ 2021 ເຊິ່ງມີແຜນການຈັດການຮຽນການສອນ 5 ຮູບແບບຄື:

    1.  ການຮຽນໃນຫ້ອງຮຽນ

    2. ຮຽນຢູ່ເຮືອນ

    3. ຮຽນຜ່ານໂທລະພາບ/ເວັບໄຊ/ວິທະຍຸ

    4. ຮຽນແບບອອນລາຍ

    5. ການຮຽນແບບປະສົມປະສານ.

    ທ່ານ ນາງ ພອນສີ ອໍລະອິນ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນສາທິດ (ມສ ສາທິດ) ນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສຳພາດເມື່ອວັນທີ 28 ກັນຍາ 2021 ວ່າ: ເພື່ອປະຕິບັດຕາມຄໍາແນະນໍາຂອງກະຊວງສຶກສາທິການ ແລະ ກີລາ ມາຮອດວັນທີ 27 ກັນຍາ 2021 ໂຮງຮຽນ ມສ ສາທິດ ໄດ້ຈັດການຮຽນ-ການສອນທາງອອນລາຍ ເຊິ່ງພົບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫຼາຍຢ່າງ ຂໍ້ດີສະເພາະຄູ  ແມ່ນປອດໄພຈາກພະຍາດໂຄວິດ-19 ສາມາດຈັດການຮຽນ-ການສອນໄດ້ຕາມຄວາມເໝາະສົມ ຄູມີຄວາມກຽມພ້ອມດ້ານວິຊາສະເພາະ ແລະ ຕື່ນເຕັ້ນໃນການສອນແບບໃໝ່ (ເປັນຄວາມຮູ້ໃໝ່) ທັງຮຽນຮູ້ເຄື່ອງມືສິດສອນ ທັງສອນໄປພ້ອມ ສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

    ບັນຫາຫຍຸ້ງຍາກ ບໍ່ມີເຄື່ອງມືເອເລັກໂຕຣນິກພຽງພໍ ຄວາມຮູ້ພື໊ນຖານດ້ານການນໍາໃຊ້ດ້ານການສອນອອນລາຍບໍ່ກວ້າງ ເນັດຊ້າ ຄູບໍ່ພຽງພໍ (ຄູບາງທ່ານບໍ່ຮູ້ໃຊ້ເຄື່ອງເອເລັກໂຕຣນິກເລີຍ)

    ສ່ວນນັກຮຽນ ຂໍ້ສະດວກ ນັກຮຽນສ່ວນຫຼາຍສາມາດໃຊ້ເຄື່ອງມືດ້ານເອເລັກໂຕຣນິກໄດ້ດີ ຜູ້ປົກຄອງມີສ່ວນຮ່ວມໃນການຮຽນ-ການສອນຊ່ວຍຄູ (ມ ຕົ້ນ) ນັກຮຽນປອດໄພ ຢູ່ໃກ້ຊິດຜູ້ປົກຄອງ ຂໍ້ຫຍຸ້ງຍາກ ເນັດຊ້າ ບາງຄອບຄົວເຄື່ອງມືເອເລັກໂຕຣນິກບໍ່ພຽງພໍຕໍ່ລູກຫຼາຍຄົນ ແລະ ບໍ່ມີເຄື່ອງມືສື່ສານເລີຍ ບໍ່ສາມາດເຂົ້າຮ່ວມໄດ້ຍ້ອນຫ້ອງຮຽນຈໍາກັດຈໍານວນ.

    ສຳລັບທິດທາງໃນການແກ້ໄຂ ເນື່ອງຈາກວ່າການຈັດການຮຽນ-ການສອນທາງອອນລາຍ ເປັນບັນຫາໃໝ່ຕໍ່ຄູພວກເຮົາ ສະນັ້ນ ໂຮງຮຽນຈະສືບຕໍ່ປັບປຸງ ໂດຍຈັດຕັ້ງການເຝິກຮົມໃຫ້ຄູສ່ວນທີ່ຍັງບໍ່ຊໍານານ ມີແຜນບັນຈຸອຸປະກອນທີ່ຈໍາເປັນ ແລະ ສາມາດໃຫ້ຄູໄດ້ໃຊ້ເຂົ້າໃນການສິດສອນສ່ວນໜື່ງ ສ່ວນນັກຮຽນທີ່ບໍ່ໄດ້ເຂົ້າຮຽນທາງອອນລາຍ ທາງໂຮງຮຽນຈະສໍາເນົາເອກະສານໃນແຕ່ລະວັນໃຫ້ນັກຮຽນ (ຫຼືແຈ້ງຫາອໍານາດການປົກຄອງບ້ານປະສານຫານັກຮຽນ) ຈັດແບ່ງຫ້ອງຮຽນຄືນໃໝ່ຕາມຄວາມເໝາະສົມ ຊຸກຍູ້ຄູໃຫ້ສືບຕໍ່ຄົ້ນຄວ້າຮຽນ ຮູ້ວິທີສິດສອນແບບໃໝ່ ທັງປັບປຸງ  ຮຽນຮູ້ ແກ້ໄຂໃນແຕ່ລະໄລຍະໃຫ້ແທດ ເໝາະຕົວຈິງ ແລະ ຮຽກຮ້ອງໃຫ້ອໍານາດການປົກຄອງບ້ານມີສ່ວນຮ່ວມໃນການຊຸກຍູ້ຜູ້ປົກຄອງມີສ່ວນຊ່ວຍລູກຫຼານໃນແຕ່ລະດ້ານ ເຂົ້າໃນການຮຽນ-ການສອນ ພ້ອມທັງເຂົ້າໃຈສະພາບການຈັດຕັ້ງການຮຽນ-ການສອນຂອງໂຮງຮຽນໃນໄລຍະທົດສອບ ແລະ ຄູ ໄດ້ຮຽນຮູ້ປະຕິບັດຄຽງຄູ່ກັນໄປ.

    ທ້າວ ທັນວາ ຈຸນລະມຸນຕຣີ ນັກຮຽນຊັ້ນ ມ2 ໂຮງຮຽນ ມສ ສາທິດ ກ່າວວ່າ: ການຮຽນອອນລາຍຢູ່ເຮືອນ ເປັນສິ່ງທີ່ດີຫຼາຍ ເຮັດໃຫ້ການຮຽນຕໍ່ເນື່ອງ ຫຼຸດຜ່ອນຄວາມສ່ຽງຈາກພະຍາກໂຄວິດ-19 ແຕ່ກໍຍັງມີສິ່ງທ້າທາຍ ບາງຄັ້ງເນັດຊ້າ ຈຳນວນຜູ້ເຂົ້າຮຽນຫຼາຍ ເຮັດໃຫ້ເວລາໃນການຮຽນຜ່ານໄປໄວ ໄດ້ຮຽນໝົດທຸກວິຊາຕາມຕາຕະລາງຂອງໂຮງຮຽນວາງອອກ ທີ່ສຳຄັນ ຕ້ອງມິສະມາທິຕໍ່ການຮຽນໃຫ້ສູງກວ່າເກົ່າ.

   # ຂ່າວ – ພາບ :  ບຸນມີ ສີວິໄລ

error: Content is protected !!