ເມືອງນໍ້າບາກ ໄດ້ຮັບລົດນໍາສົ່ງຄົນເຈັບຄັນໃໝ່

    ພິທີມອບ-ຮັບ ລົດນໍາສົ່ງຄົນເຈັບ ອາມບູລັງ (Ambulances) 1 ຄັນ ມູນຄ່າ 90.000 ກວ່າໂດລາສະຫະລັດ ໃຫ້ເມືອງນໍ້າບາກ ແຂວງຫຼວງພະບາງ ຈັດຂຶ້ນວັນທີ 29 ກັນຍາ 2021 ຢູ່ສູນຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງລວງພະບາງ ໂດຍການມອບຂອງທ່ານ ດຣ ຄໍາສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ ແລະ ຮັບໂດຍທ່ານ ດຣ ສີໄພ ສີສຸພັນ ຫົວໜ້າຫ້ອງການສາທາລະນະສຸກເມືອງນໍ້າບາກ ແລະ ພະນັກງານວິຊາການ ມີຂະແໜງການພາຍໃນພະແນກສາທາລະນະສຸກແຂວງເຂົ້າຮ່ວມ.

    ທ່ານ ຄໍາສອນ ພົງສະຫວັດດີ ກ່າວວ່າ: ລົດອາມບູລັງ ຫຼື ລົດນໍາສົ່ງຄົນເຈັບທີ່ນໍາມາມອບໃຫ້ເມືອງນໍ້າບາກຄັ້ງນີ້ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານ ແລະ ອີງໃສ່ຄວາມຈໍາເປັນທາງດ້ານການຂາດເຂີນພາຫະນະນໍາສົ່ງຄົນເຈັບຢູ່ພາຍໃນເມືອງນໍ້າບາກ ແລະ ກໍລະນີຈໍາເປັນທີ່ຮີບດ່ວນ ຕ້ອງໄດ້ສົ່ງຄົນເຈັບເຂົ້າປິ່ນປົວຢູ່ແຂວງໃຫ້ທ່ວງທັນ ເຊິ່ງລັດຖະບານກໍໄດ້ໃຫ້ຄວາມສໍາຄັນ ເພື່ອຈັດຫາອຸປະກອນ ແລະ ພາຫະນະດັ່ງກ່າວແຈກຢາຍໃຫ້ທ້ອງຖິ່ນພາຍໃນທົ່ວປະເທດ ຖືເອົາການປິ່ນປົວ ແລະ ສະໜອງບໍລິການສຸຂະພາບຢ່າງທົ່ວເຖິງ ມີຄຸນນະພາບ ຍຸຕິທຳ ແລະ ສະເໝີພາບເປັນສຳຄັນ ດັ່ງນັ້ນ ພັກ ແລະ ລັດຖະບານ ເຫັນໄດ້ເຖິງຄວາມຈຳເປັນ ແລະ ຕ້ອງແກ້ໄຂຢ່າງຮີບດ່ວນ ຈຶ່ງໄດ້ຕົກລົງແກ້ໄຂການເຂົ້າເຖິງການບໍລິການຂອງປະຊາຊົນ ແລະ ຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ຍິງຖືພາ ແລະ ເດັກນ້ອຍ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ຈຶ່ງໄດ້ຈັດຊື້ລົດ Ambulances ເພື່ອສະໜອງໃຫ້ບັນດາໂຮງໝໍຊຸມຊົນໃນທົ່ວປະເທດ ແລະ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ເພື່ອເປັນການປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ຈຶ່ງບໍ່ອາດຈັດພິທີມອບ-ຮັບເວລາດຽວໄດ້.

   # ຂ່າວ – ພາບ :  ວຽງມາ

error: Content is protected !!