ເປີດສູນໃຫ້ຄຳປຶກສາດ້ານການສະໝັກງານໃຫ້ກັບນັກສືກສາຝຣັ່ງໂກໂຟນຢູ່ລາວ

    ສູນໃຫ້ຄຳປຶກສາດ້ານການສະໝັກງານ ໃຫ້ກັບນັກສືກສາຝຣັ່ງໂກໂຟນ (CEF) ແຫ່ງທຳອິດໃນນະຄອນຫຼວງວຽງຈັນ ໄດ້ເປີດຂຶ້ນຢ່າງເປັນທາງການໃນເມື່ອບໍ່ດົນຜ່ານມານີ້ ພ້ອມກັບອີກ 7 ສູນໃນຂົງເຂດພາກພື້ນອາຊີ-ປາຊີຟິກ ໃນຮູບແບບອອນລາຍ ໃຫ້ກຽດເຂົ້າຮ່ວມມີທ່ານ ສະລິມ ຄານບຸດສ໌ ເອກອະທິການບໍດີອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF) ທ່ານ ຮສ ປອ ອຸດົມ ພອນຄຳເພັງ ອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ ທ່ານ ຊັອງ-ມາກ ລາເວສ໌ ຜູ້ອຳນວຍການໃຫຍ່ຫ້ອງການ AUF ປະຈຳພາກພື້ນອາຊີ-ປາຊີຟິກ ທ່ານ ນາງ ຮສ ຫງວຽນ ທູຖຸຍ ຜູ້ອຳນວຍການໃຫຍ່ກົມການສຶກສາຊັ້ນສູງຂອງ ສສ ຫວຽດນາມ ແລະບັນດາຫົວໜ້າພາກວິຊາພາສາຝຣັ່ງ ແລະນັກຮຽນນັກສຶກສາໃນພາກພື້ນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍໃນຮູບແບບທາງອອນລາຍ.

    ສູນ CEF ວຽງຈັນແຫ່ງນີ້ ແມ່ນໝາກຜົນຂອງການຮ່ວມມືລະຫວ່າງອົງການ AUF ແລະ ມະຫາວິທະຍາໄລແຫ່ງຊາດລາວ ເປັນໜຶ່ງໃນ 8 ສູນໃຫ້ຄຳປຶກສາດ້ານການສະໝັກງານໃຫ້ກັບນັກສືກສາຝຣັ່ງໂກໂຟນໃນພາກພື້ນອາຊີ-ປາຊີຟິກທີ່ສ້າງຕັ້ງຂື້ນໃນ 7 ປະເທດ (ກໍາປູເຈຍ ຈີນ ລາວ ມົງໂກລີ ໄທ ວານູອາຕູ ແລະ ຫວຽດນາມ) ສູນທີ່ມີການເຊື່ອມໂຍງກັນເຫຼົ່ານີ້ ເປັນສະຖານທີ່ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ນັກສຶກສາໃນການຊອກຫາວຽກເຮັດງານທໍາ ການເຂົ້າເຖິງການປະກອບອາຊີບ ແລະ ການເປັນຜູ້ປະກອບການ.

    ສູນ CEF ວຽງຈັນ ໄດ້ຮັບການອອກແບບໃຫ້ໄດ້ມາດຕະຖານສາກົນ ເປີດໃຫ້ການບໍລິການຫຼາຍຫົວຂໍ້ໃນ 4 ຂົງເຂດຫຼັກຄື: ການໃຫ້ຄຳປຶກສາ ການສະໜອງຂໍ້ມູນຂ່າວສານ ແລະ ການຝຶກສອນວຽກ ການເຝິກອົບຮົມເພີ່ມເຕີມທາງດ້ານທັກສະ ເພາະດ້ານການຢັ້ງຢືນການປະກອບອາຊີບ ຄວາມພ້ອມກ່ອນການເປັນຜູ້ປະກອບການ ການບໍລິການເຫຼົ່ານີ້ ບໍ່ພຽງແຕ່ຮັບໃຊ້ໃຫ້ແກ່ມະຫາວິທະຍາໄລທີ່ເວົ້າພາສາຝຣັ່ງ ເຊິ່ງເປັນສະມາຊິກຂອງອົງການ AUF ໃນລາວເທົ່ານັ້ນ ແຕ່ຍັງຮັບໃຊ້ບັນດາມະຫາວິທະຍາໄລຕ່າງໆໃນຂອບເຂດທົ່ວປະເທດອີກດ້ວຍ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງບັນດາຄູອາຈານ ນັກສຶກສາ ກໍຄືການນຳຂັ້ນສູງຂອງມະຫາວິທະຍາໄລຕ່າງໆ ແລະ ການນຳທາງດ້ານນະໂຍບາຍອີກດ້ວຍ.

    ໃນກອງປະຊຸມປຶກສາຫາລືລະດັບໂລກ ທີ່ຈັດໂດຍອົງການ AUF ໃນເດືອນພຶດສະພາທີ່ຜ່ານມາ. ທ່ານ ຮ.ສ ປອ ອຸດົມ ພອນຄຳເພັງ ກ່າວວ່າ: ມະຫາວິທະຍາໄລແຫ່ງຊາດລາວ ໄດ້ເຂົ້າເປັນສະມາຊິກຂອງອົງການ AUF ເກືອບ 20 ປີແລ້ວ ສິ່ງທີ່ສຳຄັນໃນການຮ່ວມມືກັບອົງການດັ່ງກ່າວ ແມ່ນການເປີດວິທະຍາເຂດເພື່ອໃຫ້ຄຳແນະນຳແກ່ນັກສຶກສາ ປັນຍາຊົນແລະ ຄູອາຈານ ສູນແຫ່ງນີ້ ຍັງເຮັດໜ້າທິ່ໃຫ້ທິດທາງຊ່ວຍເຫຼືອນັກສຶກສາທີ່ຮຽນຈົບໃໝ່ ໂດຍສະເພາະນັກສືກສາຝຣັງໂກໂຟນ ໃນການຊອກຫາວຽກເຮັດງານທຳຫຼັງຈາກສຳເລັດການສຶກສາ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືໃນລະດັບພາກພື້ນ ຫຼືລະດັບສາກົນ.

    ສູນ CEF ທຸກແຫ່ງ ມີຈຸດມຸ່ງໝາຍທີ່ຈະກາຍເປັນພົບປະລະຫວ່າງ 6 ພາກສວ່ນທີ່ກ່ຽວຂ້ອງຫຼັກ ເຊິ່ງເປັນທັງຜູ້ໄດ້ຮັບຜົນປະໂຫຍດຈາກການບໍລິການຂອງສູນ ແລະ ເປັນຜູ້ປະກອບສ່ວນທີ່ມີຄຸນຄ່າ ລັດ ສະຖາບັນການສຶກສາຊັ້ນສູງ ນາຍຈ້າງ ນັກສຶກສາ ແລະ ຜູ້ປະກອບການ ພາກສວ່ນດັ່ງກ່າວຈະໄດ້ຮັບການສະເໜີໃຫ້ນຳໃຊ້ສະຖານທີ່ເຫຼົ່ານີ້ເຂົ້າໃນການຈັດກິດຈະກຳ ຫຼືແບ່ງປັນຄວາມຮູ້ທາງວິຊາການ ດ້ວຍການໃຫ້ຄວາມຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທາງດ້ານເຕັກນິກ ການເງີນຫຼືໂລຈິສຕິກ ນອກນີ້ ຍັງເປັນເວທີສາກົນທີ່ມີການເຊື່ອມໂຍງ ແລະ ຮ່ວມມືກັນລະຫວ່າງ CEF 69 ແຫ່ງໃນທົ່ວໂລກເຂົ້າຫາກັນ ເພື່ອເຮັດໃຫ້ການສະໜອງທາງດ້ານການຝຶກອົບຮົມຢູ່ໃນສູນອຸດົມຮັ່ງມີຫຼາຍຂຶ້ນໂດຍຜ່ານການຝຶກອົບຮົມທາງໄກແລະ ເພື່ອສົ່ງເສີມການແລກປ່ຽນກິດຈະກຳ ແລະ ການປະຕິບັດທີ່ດີ ເວທີດັ່ງກ່າວ ຍັງຈະໃຊ້ເປັນເຄື່ອງມືທາງດ້ານການສິດສອນ ແລະ ເນື້ອໃນອ້າງອີງເພື່ອຕອບສະໜອງໃຫ້ແກ່ກັນ ແລະ ກັນ ລະຫວ່າງຜູ້ດຳເນີນການຫຼັກຂອງສູນ CEF ລວມທັງການສົ່ງເສີມກິດຈະກໍາຕ່າງອີກດ້ວຍ.

   # ຂ່າວ – ພາບ :  ວຽງມາ

error: Content is protected !!