ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີສິງກະໂປ

    ວັນທີ 28 ກັນຍາ 2021 ທີ່ອິສຕານາ ທຳນຽບປະທານາທິບໍດີ ທ່ານ ແສງແກ້ວ ປວງປະດິດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ນ. ຮາລິມາ ຢາກອບ ປະທານາທິບໍດີແຫ່ງສາທາລະນະລັດ ສິງກະໂປ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດສິງກະໂປ.

    ໃນໂອກາດນີ້ ທ່ານເອກອັກຄະລັດຖະທູດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະ ເສີດຂອງພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຖີງພະນະທ່ານ ນ. ຮາລິມາ ຢາກອບ ປະທານາທິບໍດີແຫ່ງສາທາລະນະລັດສິງກະໂປ ລັດຖະບານ ແລະ ປະຊາຊົນສິງກະໂປທຸກຖ້ວນໜ້າ.

    ພະນະທ່ານ ນ. ຮາລິມາ ຢາ ກອບ ໄດ້ສະແດງຄວາມຍີນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ແສງແກ້ວ ປວງປະດິດ ທີ່ໄດ້ຮັບການແຕ່ງຕັ້ງຈາກປະທານປະເທດ ໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳສາທາລະນະລັດສິງກະໂປ ເຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ປາກົດຜົນເປັນຈິງຍິ່ງຂື້ນ ລວມທັງຈະເປັນການເສີມສ້າງຄວາມສາມັກຄີພາຍໃນອາຊຽນດ້ວຍກັນ ແລະ ອວຍພອນໃຫ້ເອກອັກຄະລັດຖະທູດລາວຄົນໃໝ່ ຈົງປະສົບຜົນສຳເລັດທຸກປະການໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນ.

    ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມ ແລະ ໄດ້ຖືໂອກາດນີ້ ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນສິງກະໂປ ແກ່ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນການຊ່ວຍເຫຼືອດ້ານຊັບພະຍາກອນມະນຸດ ກໍຄືດ້ານມະນຸດສະທໍາ ໂດຍສະເພາະ ໃນເວລາເກີດອຸທົກກະໄພນ້ຳຖ້ວມຄັ້ງໃຫຍ່ໃນປີ 2018 ທີ່ແຂວງອັດຕະປື ການຊ່ວຍເຫຼືອເຄື່ອງອຸປະກອນການເພດໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ອື່ນໆ ແລະ ສັນຍາວ່າ ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ເພື່ອສົ່ງເສີມການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດລາວ ແລະ ສິງກະໂປ ທີ່ມີມູນເຊື້ອອັນດີງາມມາດົນນານ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ. ສປປ ລາວ ແລະ ສິງກະໂປ ເປັນປະເທດສະມາຊິກອາຊຽນ ນຳກັນ ແລະ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນປີ 1974 ແລະ ໄດ້ເປີດສຳນັກງານການທູດຢູ່ ນະຄອນຫຼວງຂອງກັນ ແລະ ກັນ ໃນປີ 1997 ເປັນຕົ້ນມາ.

   # ຂ່າວ – ພາບ :  ກົມການຂ່າວ

error: Content is protected !!