ສ ເກົາຫຼີ ຈະສືບຕໍ່ໃຫ້ຄວາມຊ່ວຍເຫຼືອທາງດ້ານສະບຽງອາຫານແກ່ແຮງງານທີ່ກັບຄືນມາໃນບັນດາສູນຈໍາກັດບໍລິເວນ

    ວັນທີ 29 ກັນຍາ 2021 ທີ່ນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສ ເກົາຫຼີ ຖະແຫຼງສືບຕໍ່ໃຫ້ການຊ່ວຍເຫຼືອແກ່ກະຊວງສາທາລະນະສຸກ ແລະ ອົງການອາຫານໂລກປະຈໍາປະເທດລາວ ໃນການຊ່ວຍເຫຼືອທາງດ້ານສະບຽງອາຫານໃຫ້ແກ່ແຮງງານທີ່ຈະຕ້ອງໄດ້ຢູ່ໃນສູນຈໍາກັດບໍລິເວນໂຄວິດ-19.

    ກະຊວງການຕ່າງປະເທດຂອງ ສ ເກົາຫຼີ ໄດ້ມອບເງິນຊ່ວຍເຫຼືອທາງດ້ານມະນຸດສະທໍາ ເປັນມູນຄ່າ 200.000 ໂດລາສະຫະລັດ ໃຫ້ແກ່ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19 ເຊິ່ງການຊ່ວຍເຫຼືອໃນຄັ້ງນີ້ ຈະຊ່ວຍໃຫ້ອົງການອາຫານໂລກ ສາມາດສືບຕໍ່ໃຫ້ຄວາມຊ່ວຍເຫຼືອທາງດ້ານສະບຽງອາຫານໃຫ້ແກ່ບັນດາແຮງງານທີ່ກັບຄືນມາ ທີ່ຢູ່ໃນ 18 ສູນຈໍາກັດບໍລິເວນໃນທົ່ວ 7 ແຂວງຂອງ ສປປ ລາວ ເຊິ່ງອົງການອາຫານໂລກ ແລະ ບັນດາອົງການເພື່ອນຮ່ວມງານ ໄດ້ແກ່ – ອົງການກາແດງສະວີດ ອົງການກາແດງລາວ ແລະ ອົງການສຸພະນິມິດສາກົນ ຈະໄດ້ມອບອາຫານທີ່ມີໂພຊະນາການຈໍານວນ 3 ຄາບໃນແຕ່ລະມື້ ໃຫ້ແກ່ແຮງງານທີ່ກັບຄືນມາຫຼາຍກວ່າ 5.600 ຄົນ.

    ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ: ເຖິງແມ່ນວ່າຈໍານວນຕົວເລກຂອງແຮງງານທີ່ກັບຄືນມາແມ່ນໄດ້ຫຼຸດລົງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ກາງເດືອນສິງຫາເປັນຕົ້ນມາ ແຕ່ຈໍານວນຕົວເລກຜູ້ທີ່ຕິດໂຄວິດໃນປະເທດເພື່ອນບ້ານຂອງ ສປປ ລາວ ຍັງເປັນສິ່ງຄຸກຄາມຢູ່ ໃນຂະນະທີ່ພວກເຮົາພວມເຮັດວຽກຢ່າງໜັກ ໃນການປ້ອງກັນການແຜ່ລະບາດຢູ່ໃນປະເທດ ດ້ວຍປະສົບການທີ່ຜ່ານມາ ໄດ້ເປັນບົດຮຽນໃຫ້ຮູ້ວ່າ ສູນຈໍາກັດບໍລິເວນມີຄວາມສໍາຄັນໃນການຊ່ວຍໃຫ້ພວກເຮົາທຸກຄົນປອດໄພ ໃນຂະນະທີ່ຮັບປະກັນໃຫ້ຄົນລາວທຸກຄົນສາມາດກັບຄືນມາບ້ານເກີດເມືອງນອນຂອງພວກເຂົາໄດ້ ພວກເຮົາຂໍຂອບໃຈມາຍັງລັດຖະບານແຫ່ງ ສ ເກົາຫຼີ ສໍາລັບການຊ່ວຍເຫຼືອທີ່ສໍາຄັນນີ້.

    ທ່ານ ມູຮອງ ອິມ ເອກອັກຄະລັດຖະທູດແຫ່ງ ສ ເກົາຫຼີ ປະຈໍາ ລາວ ກ່າວວ່າ: ການຊ່ວຍເຫຼືອໃນຄັ້ງນີ້ ເພື່ອປະຕິບັດຕາມເນື້ອໃນຈາກກອງປະຊຸມຂອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສ ເກົາຫຼີ ແລະ ສປປ ລາວ ໃນເດືອນທີ່ຜ່ານມາ ທ່າມກາງການແຜ່ລະບາດຂອງພະຍາດ ພ້ອມດຽວກັນ ກໍແມ່ນຈາກການໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທໍາຂອງ ສ ເກົາຫຼີ ໃນຮອບທີ່ 3 ໃຫ້ແກ່ ສປປ ລາວ ນັບຕັ້ງແຕ່ເລີ່ມມີການແຜ່ລະບາດໃນປີທີ່ຜ່ານມາ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈຂອງທັງສອງປະເທດ ໃນການທີ່ຈະຂ້າມຜ່ານຄວາມລໍາບາກນີ້ໄປດ້ວຍກັນ ແລະ ຫວັງວ່າການຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດຊ່ວຍໃຫ້ພວກເຮົາຂ້າມຜ່ານເວລາແຫ່ງຄວາມທ້າທາຍເຫຼົ່ານີ້ໄປໄດ້.

    ລັດຖະບານແຫ່ງ ສ  ເກົາຫຼີ ແມ່ນໄດ້ຮ່ວມມືຢ່າງໃກ້ຊິດກັບລັດຖະບານແຫ່ງ ສປປ ລາວ ເພື່ອເພີ່ມຄວາມເຂັ້ມແຂງ ຄວາມອາດສາມາດໃນການກວດກາພະຍາດໂຄວິດ-19 ຂອງ ສປປ ລາວ ດ້ວຍການມອບອຸປະກອນຕ່າງໆ ເຊັ່ນ ປະຕູຍ່າງຜ່ານເພື່ອໃຫ້ຂ້າເຊື້ອ ຊຸດກວດໂຄວິດ ແລະ ອຸປະກອນການແພດອື່ນໆ ພ້ອມດຽວກັນນັ້ນ ກໍຍັງມີການຮ່ວມມືກັນຕະຫຼອດມາ ກັບອົງການອາຫານໂລກ ໃນລະດັບທ້ອງຖິ່ນ ແລະ ສາກົນ ລວມທັງການໃຫ້ຄວາມຊ່ວຍເຫຼືອຄັ້ງຫຼ້າສຸດນີ້ ໃຫ້ແກ່ລັດຖະບານລາວ ເປັນເຂົ້າສານຈໍານວນ 1.320ໂຕນ ໃນເດືອນມີຖຸນາ 2021 ເພື່ອເປັນສະບຽງອາຫານສຸກເສີນໃນເວລາໄພພິບັດ.

    ທ່ານ ຢານ ເດລບາເຣີ ອໍານວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາລາວ ກ່າວວ່າ: ມັນເປັນສິ່ງທີ່ດີຫຼາຍທີ່ມີຜູ້ໃຫ້ທຶນຈໍານວນຫຼາຍຂື້ນ ທີ່ຮັບຮູ້ໄດ້ເຖິງຄວາມສໍາຄັນໃນການເຮັດໃຫ້ບັນດາສູນຈໍາກັດບໍລິເວນສາມາດດໍາເນີນວຽກງານໄປໄດ້ ໃນຂະນະທີ່ບັນດາອໍານາດການປົກຄອງພາຍໃນປະເທດແມ່ນກໍາລັງປະຕິບັດວຽກງານ ເພື່ອເຮັດໃຫ້ປະເທດຊາດມີຄວາມປອດໄພ ເຊິ່ງຜ່ານການຊ່ວຍເຫຼືອທີ່ມີນໍ້າໃຈ ແລະ ການຈັດຕັ້ງປະຕິບັດຂອງບັນດາເພື່ອນຮ່ວມງານທີ່ມີປະສິດທິພາບ ນັບຕັ້ງແຕ່ເດືອນມິຖຸນາ 2020 ພວກເຮົາໄດ້ມອບອາຫານປະມານ 1,8 ລ້ານຄາບ ໃຫ້ແກ່ຜູ້ຈໍາກັດບໍລິເວນ ຫຼາຍກວ່າ 70,000 ຄົນ. ອົງການອາຫານໂລກ ໄດ້ເລີ່ມກິດຈະກໍາການຊ່ວຍເຫຼືອທາງດ້ານສະບຽງອາຫານໃຫ້ແກ່ສູນຈໍາກັດບໍລິເວນໂຄວິດ-19 ຕັ້ງແຕ່ເດືອນມິຖຸນາ 2020 ເຊິ່ງນັບຕັ້ງແຕ່ຕົ້ນເດືອນກັນຍາ 2021 ທາງອົງການໄດ້ມອບອາຫານໃຫ້ແກ່ສູນຈໍາກັດບໍລິເວນຖາວອນຫຼັກ ປະມານ 1.800 ຄົນ ຕໍ່ມື້ ການສະໜອງອາຫານໃນແຕ່ລະມື້ໃຫ້ແກ່ແຮງງານທີ່ກັບຄືນມາໃນບັນດາສູນດັ່ງກາວ ໄດ້ປະກອບສ່ວນເຮັດໃຫ້ແຮງງານທີ່ກັບຄືນມາ ສາມາດອາໄສຢູ່ໃນສູນຈົນຄົບກໍານົດເວລາ ໂດຍທີ່ ພວກເຂົາຈະບໍ່ໄປຊອກຫາແຫຼ່ງອາຫານຈາກບ່ອນອື່ນ ການຊ່ວຍເຫຼືອຍັງ ໄດ້ຊ່ວຍຮັກສາໃຫ້ພວກເຂົາມີສຸຂະພາບແຂງແຮງ ແລະ ມີຄວາມເປັນຢູ່ທີ່ດີ ນອກຈາກນັ້ນ ກໍເປັນການຊ່ວຍຫຼຸດຜ່ອນພາລະຄ່າໃຊ້ຈ່າຍຂອງພວກເຂົາ ແລະ ຄອບຄົວຂອງພວກເຂົາ.

 ​

   # ຂ່າວ – ພາບ :  ຂັນທະວີ

error: Content is protected !!