ໂຄງການລະດົມທຶນຈາກສັງຄົມ ຜ່ານ BCEL OneHeart

    ໂຄງການລະດົມທຶນຈາກສັງຄົມ ຜ່ານ BCEL OneHeart ແມ່ນໂຄງການທີ່ອົງການກາແດງລາວ ເປັນເຈົ້າຂອງໂຄງການ ໂດຍມີຈຸດປະສົງລະດົມທຶນຈາກສັງຄົມ ຜ່ານ BCEL OneHeart ເພື່ອນຳໃຊ້ເຂົ້າໃນວຽກງານການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນການຈັດຊື້ອາຫານໃຫ້ແກ່ຜູ້ຈຳກັດບໍລິເວນຢູ່ສູນກັກຕົວຕາມສູນຕ່າງໆທົ່ວປະເທດ ໃນການມອບ-ຮັບເງິນທີ່ລະດົມໄດ້ຈາກສັງຄົມ ແລະ ການຊ່ວຍເຫຼືອຕົວຈິງນັ້ນ ທຄຕລ ຈະປະສານພາກສ່ວນກ່ຽວຂ້ອງ ແລະ ຈະແຈ້ງໃຫ້ຜູ້ທີ່ຮ່ວມບໍລິຈາກ ແລະ ສັງຄົມຮັບຊາບຜ່ານທາງໜ້າຂ່າວຂອງ BCEL OneHeart ແລະ ສື່ໂຄສະນາຕ່າງໆຂອງ ທຄຕລ.

    ທ່ານສາມາດສອບຖາມຂໍ້ມູນລາຍລະອຽດເພີ່ມເຕີມ ກ່ອນບໍລິຈາກກັບເຈົ້າຂອງໂຄງການໂດຍກົງ ໄດ້ທີ່ເບີ 021 216610 ລາຍລະອຽດ ຊ່ອງທາງບໍລິຈາກ:

ວິທີບໍລິຈາກ: 1 Login ເຂົ້າ App BCEL One 2 ເລືອກ OneHeart 3 ເລືອກໂຄງການ 4 ກົດປຸ່ມບໍລິຈາກ (ຢູ່ມູມຂວາເທິງສຸດ) ແລະ 5 ໃສ່ຈຳນວນເງິນທີ່ຕ້ອງການບໍລິຈາກ.

# ຂ່າວ – ພາບ :  ບຸນມີ

error: Content is protected !!