ຄະນະສົງວັດນາໄຊ ຮ່ວມໃຈບໍລິຈາກເລືອດ

    ວັນທີ 28 ກັນຍາ 2021 ຄະນະສົງວັດນາໄຊ ນຳໂດຍພະອາຈານ ພຸດທະສອນ ອ່ອນວົງສາ ພ້ອມ ດ້ວຍພະສົງ ສາມະເນນ ພາຍໃນວັດນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຮ່ວມກັນໃຫ້ການປະ ກອບສ່ວນບໍລິຈາກເລືອດຈຳນວນ 9 ອົງ.

    ພະອາຈານ ພຸດທະສອນ ອ່ອນວົງສາ ກ່າວວ່າ: ໂຄວິດ-19 ເຮົາກໍຢ້ານ ແຕ່ຢ້ານຈະບໍລິເລືອດໃຫ້ຄົນ ເຈັບທີ່ປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆທີ່ລໍເຕີມຕໍ່ຊີວິດຈາກຜູ້ໃຈບຸນທັງຫຼາຍທີ່ຈະສະຫຼະເລືອດຂອງຕົນ ເພື່ອຊ່ວຍເຫຼືອພວກເຂົາເຫຼົ່ານັ້ນ ເພາະເລືອດບໍ່ມີຂາຍຄືກັບຊີ້ນປາ ຜັກພືດທົ່ວໄປຕາມຕະຫຼາດ ແຕ່ຈະໄດ້ ມາຈາກການບໍລິຈາກເທົ່ານັ້ນ.

    ໂອກາດນີ້ ຂໍເຊີນຊວນອອກຕົນ ຍາດໂຍມ ຊາວພຸດທະບໍລິສັດທັງຫຼາຍ ມາຮ່ວມບໍລິຈາກເລືອດຊ່ວຍ ເຫຼືອເພື່ອນມະນຸດດ້ວຍກັນ ໃນວິກິດການຂາດເລືອດໃນຄັ້ງນີ້ ເພື່ອອະນິສົງ ແລະ ຜົນບຸນສ້າງຮ່ວມກັນ ຂໍຈະເລີນພອນ. !!! ສາທຸ ! ສາທຸ ! ສາທຸ !

# ຂ່າວ – ພາບ :  ບຸນມີ

error: Content is protected !!