ໜ້າເສົ້າ ມື້ນີ້ມີຜູ້ເສຍຊີວິດ 1 ຄົນຈາກພະຍາດໂຄວິດ-19

    ສະພາບການຕິດເຊື້ອພະຍາດໂຄວິດ-19 ຢູ່ບ້ານເຮົາໃນປັດຈຸບັນ ເຫັນວ່າຕົວເລກການຕິດເຊື້ອໃນຊຸມຊົນເພີ່ມຂຶ້ນຫຼາຍ ເຊິ່ງໃນວັນທີ 28 ກັນຍາ 2021 ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ທັງໝົດ 7.075 ຕົວຢ່າງ ໃນນັ້ນ ກວດພົບຜູ້ທີ່ຕິດເຊື້ອໃໝ່ 547 ຄົນ (ຊຸມຊົນ 535 ຄົນ ເດີນທາງມາຈາກຕ່າງປະເທດ 12 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຢູ່ໃນ ສປປ ລາວ ມາຮອດປັດຈຸບັນ ມີທັງໝົດ 23.488 ຄົນ ມີຜູ້ເສຍຊີວິດສະສົມ 17 ຄົນ (ໃໝ່ 1) ແລະ ຍັງສືບຕໍ່ປິ່ນປົວຈຳນວນ 4.766 ຄົນ.

   ກ່ຽວກັບກໍລະນີຜູ້ທີ່ເສຍຊີວິດໃໝ່ 1 ຄົນນັ້ນ ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂຣກ​ສາຍ​ພັນໃໝ່ ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 29 ກັນຍາ 2021 ຢູ່ກະຊວງສາທາລະນະສຸກ ສຳລັບກໍລະນີຜູ້ທີ່ເສຍຊີວິດໃໝ່ຫຼ້າສຸດນີ້ ເປັນເພດຍິງ ອາຍຸ 57 ປີ ປະຊາຊົນຢູ່ບ້ານໂພນໂຮງ ແຂວງວຽງຈັນ ຜູ້ກ່ຽວຕິດເຊື້ອຈາກໄປເພາະທານຢູ່ບ້ານໂພນຫໍ ທີ່ມີລາຍງານການຕິດເຊື້ອມາກ່ອນ ວັນທີ່ເລີ່ມເຈັບແມ່ນວັນທີ 26 ກັນຍາ 2021 ໃນເບື້ອງຕົ້ນບໍ່ມີອາການຮ້າຍແຮງ ແຕ່ຜູ້ກ່ຽວມີພະຍາດປະຈຳຕົວຄື: ເປັນເບົາຫວານ ແລະ ຄວາມດັນ ໃນວັນທີ 27 ກັນຍາ 2021 ພາຍຫຼັງກວດພົບເຊື້ອ ໄດ້ໄປປິ່ນປົວຢູ່ໂຮງໝໍພາກສະໜາມແຂວງ ແລະ ຕໍ່ມາມີອາການຫາຍໃຈຍາກ ແລະ ໄດ້ໃສ່ທໍ່ຊ່ວຍຫາຍໃຈ ແຕ່ອາການຂອງຜູ້ກ່ຽວກໍບໍ່ດີຂຶ້ນ ມາຮອດວັນທີ 28 ກັນຍາ 2021 ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດໃນເວລາຕໍ່ມາ ເຊິ່ງທາງແຂວງໄດ້ເຮັດພິທີສົ່ງສະການມ້ຽນສົບຕາມລະບຽບການ.

    ສຳລັບຂໍ້ມູນການຕິດເຊື້ອໃນຊຸມຊົນຈຳນວນ 535 ຄົນ ໃນນັ້ນ ຈາກນະຄອນຫຼວງວຽງຈັນ 173 ຄົນ  ພະນັກງານໂຮງງານ Trio 52 ຄົນ ພະນັກງານໂຮງງານ Alpilao 4 ຄົນ ໂຮງງານເຄບີ 1 ຄົນ ໂຮງງານຊໍາເກດ (ດຽບວູ) 1 ຄົນ ພະນັກງານໂຮງໝໍມິດຕະພາບ 1 ຄົນ ພະນັກງານທະຫານ-ຕຳຫຼວດ 9 ຄົນ (ຕຳຫຼວດ 3 ຄົນ ແລະ ທະຫານ 6 ຄົນ) ແມ່ຄ້າ-ພໍ່ຄ້າຕະຫຼາດ 18 ຄົນ (ຕະຫຼາດອົດຊີ 7 ຄົນ ທົ່ງຂັນຄຳ 4 ຄົນ)  ຜູ້ສຳຜັດກັບຄົນຕິດເຊື້ອຜ່ານມາ 51 ຄົນ ແລະ ທີມງານກຳລັງສັງລວມເອົາຂໍ້ມູນເພີ່ມເຕີມ 36 ຄົນ.

    ຈາກແຂວງຄຳມ່ວນ 141 ຄົນ ຈຳປາສັກ 61 ຄົນ ສະຫວັນນະເຂດ 50 ຄົນ ຫຼວງພະບາງ 49 ຄົນ ແຂວງວຽງຈັນ 19 ຄົນ ສາລະວັນ 15 ຄົນ ບໍ່ແກ້ວ 11 ຄົນ ບໍລິຄຳໄຊ 6 ຄົນ ໄຊສົມບູນ 4 ຄົນ ອັດຕະປື 2 ຄົນ ເຊກອງ 2 ຄົນ ຫຼວງນ້ຳທາ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ.

    ຈຳນວນບ້ານແດງຢູ່ທົ່ວປະເທດ 257 ບ້ານ ຈາກ 10 ແຂວງ ແລະ 39 ເມືອງ (ສຳລັບນະຄອນຫຼວງວຽງຈັນ ມີ 108 ບ້ານ ຈາກ 8 ເມືອງ).

    ມາຮອດປັດຈຸບັນ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 233.479.496 ຄົນ (ໃໜ່ 388.040 ຄົນ) ເສຍຊີວິດສະສົມ 4.777.127 ຄົນ (ໃໝ່ 7.357 ຄົນ) ແລະ ປີ່ນປົວຫາຍດີ 210.240ຄົນ.

   # ຂ່າວ – ພາບ :  ຊິລິການດາ

error: Content is protected !!