ຫາລືຜົນການຈັດຕັ້ງປະຕິບັດແຜນງານຮ່ວມມື ເພື່ອສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳໃນ ສປປ ລາວ

    ໃນອາທິດທີ່ຜ່ານມາ ກະຊວງແຜນການ ແລະ ການລົງທຶນ ອົງການແຮງງານສາກົນ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ສູນກາງສະຫະພັນກຳມະບານລາວ ແລະ ສະພາການຄ້າ – ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດກອງປະຊຸມສາມຝ່າຍ ເພື່ອປຶກສາຫາລືຜົນການທົບທວນເບື້ອງຕົ້ນໄລຍະທ້າຍການຈັດຕັ້ງປະຕິບັດແຜນງານຮ່ວມມືເພື່ອສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳໃນ ສປປ ລາວ 2017-2021 ຜ່ານທາງວີດີໂອທາງໄກ.

    ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ມີຄຳເຫັນວ່າ: ນັບແຕ່ຕົ້ນ ປີ 2020 ເຖິງປັດຈຸບັນ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແຜ່ລະບາດໄປໃນທົ່ວໂລກ ເວົ້າລວມ ເວົ້າສະເພາະຢູ່ ສປປ ລາວ ກໍມີການແຜ່ລະບາດພະຍາດດັ່ງກ່າວ ເຮັດໃຫ້ມີການສູນເສຍຊີວິດ ການເຈັບເປັນ ສົ່ງຜົນກະທົບຕໍ່ການດຳລົງຊີວິດການເປັນຢູ່ຂອງປະຊາຊົນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ຕໍ່ລາຍຮັບຂອງຊາດ ລາຍຮັບຂອງຜູ້ໃຊ້ແຮງງານ ລາຍຮັບຂອງຜູ້ອອກແຮງງານທັງໃນ ແລະ ນອກລະບົບໜັກໜ່ວງພໍສົມຄວນ ເຊິ່ງຄະນະນຳສະຫະພັນກຳມະບານລາວແຕ່ລະຂັ້ນ ກໍຄືຄະນະນຳສູນກາງສະຫະພັນກຳມະບານລາວ ໄດ້ມີຄວາມເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງຜູ້ອອກແຮງງານ ແລະ ຊີ້ນຳຢ່າງໃກ້ຊິດຕິດແທດໃນການເຄື່ອນໄຫວເພື່ອຮັບມື ແລະ ແກ້ໄຂບັນຫາວິກິດໂຄວິດ-19 ຮ່ວມກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະ ເຮັດວຽກຢ່າງໃກ້ຊິດກັບອົງການ 3 ຝ່າຍ ຄື: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເພື່ອຊອກຊ່ອງທາງໃຫ້ການຊ່ວຍເຫລືອຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານໃຫ້ສາມາດຜ່ານຜ່າວິກິດໂຄວິດ-19 ນີ້ໄປໄດ້.

    ທ່ານ ວິໄລ ວົງຂະເສີມ ກ່າວຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດແຜນການຮ່ວມມື ສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳ ເຊັ່ນ: ສະຫະພັນກຳມະບານລາວ ໄດ້ເປັນເຈົ້າການຄົ້ນຄວ້າ ແລະ ນຳສະເໜີຂຶ້ນຄ່າແຮງຂັ້ນຕ່ຳໃຫ້ຜູ້ອອກແຮງງານພາກວິສາຫະກິດໃນຂອບເຂດທົ່ວປະເທດ ຈາກ 900.000 ກີບຕໍ່ຄົນ/ເດືອນ ມາເປັນ 1.100.000 ກີບຕໍ່ຄົນ/ເດືອນ ໂດຍປະກາດນໍາໃຊ້ແຕ່ວັນທີ 1 ພຶດສະພາ 2018 ຈົນເຖິງປັດຈຸບັນ ນອກນັ້ນ ຍັງໄດ້ປັບປຸງການຈັດຕັ້ງກໍາມະບານຢູ່ຮາກຖານໃຫ້ມີຄວາມເຂັ້ມແຂງກວ່າເກົ່າ ໄດ້ມີການໂຄສະນາເພື່ອຂະຫຍາຍການຈັດຕັ້ງກຳມະບານເຂົ້າສູ່ຫົວໜ່ວຍແຮງງານຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ພ້ອມກັນນັ້ນ ກໍເປັນການສົ່ງເສີມຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເທື່ອລະກ້າວ ເຮັດໃຫ້ຜູ້ອອກແຮງງານໄດ້ຮັບຮູ້ເຖິງສິດ ແລະ ພັນທະຂອງຕົນ ແລະ ສິ່ງສຳຄັນ ແມ່ນການສ້າງສາຍພົວພັນແຮງງານທີ່ດີກັບອົງການ 3 ຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ແຕ່ຄຽງຄູ່ກັບຂໍ້ສະດວກ ແລະ ຜົນສຳເລັດນັ້ນ ກ່ຽວກັບການຈັດຕັ້ງປະຕິບັດແຜນການຮ່ວມມື ກໍຄືແຜນການທີ່ວາງໄວ້ ບາງອັນຍັງບໍ່ສາມາດປະຕິບັດ ຫຼືປະຕິບັດຊັກຊ້າ ກໍຍ້ອນສາເຫດສະພາບແວດລ້ອມ ເຊັ່ນ: ໄພທຳມະຊາດ ພະຍາດລະບາດ ເວລາ ຄວາມຮູ້ຄວາມສາມາດ ບົດຮຽນ ແລະ ປະສົບການຂອງພະນັກງານກຳມະບານທີ່ຮັບຜິດຊອບວຽກງານດັ່ງກ່າວ ຍັງບໍ່ທັນຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນປັດຈຸບັນ ໃນຕໍ່ໜ້າ ພວກເຮົາມີຄວາມຈຳເປັນຮ່ວມກັນ ເພື່ອສ້າງຄວາມອາດສາມາດ ແລະ ຄວາມເຂັ້ມແຂງໃຫ້ແກ່ພະນັກງານກຳມະບານແຕ່ລະຂັ້ນ ໂດຍສະເພາະ ພະນັກງານກຳມະບານຮາກຖານໃຫ້ຫຼາຍຂຶ້ນ ແລະ ເຂັ້ມແຂງກວ່າເກົ່າ.

    ທ່ານ ວິໄລ ວົງຂະເສີມ ຍັງມີຄຳເຫັນຕື່ມວ່າ: ເພື່ອເຮັດໃຫ້ອົງການກຳມະບານລາວ ສາມາດເຄື່ອນໄຫວວຽກງານໃຫ້ໄດ້ຮັບໝາກຜົນ ແລະ ມີປະສິດທິຜົນກວ່າເກົ່າ ຂໍສະເໜີມາຍັງກະຊວງແຜນການ ແລະ ການລົງທຶນ ອົງການແຮງງານສາກົນ ອົງການ 3 ຝ່າຍ ດ້ານສາຍພົວພັນແຮງງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຊຸກຍູ້ສົ່ງເສີມ ແລະ ສະໜັບສະໜູນທາງດ້ານເຕັກນິກວິຊາການ ແລະ ທຶນຮອນໃຫ້ແກ່ກຳມະບານລາວໄດ້ເຄື່ອນໄຫວຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ໂດຍສະເພາະ ແຜນພັດທະນາວຽກງານກຳມະບານລາວ 5 ປີ ຄັ້ງທີ 4 ທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ກໍາມະບານລາວທົ່ວປະເທດ ຄັ້ງທີ VIII ໃນທ້າຍປີ 2020 ຜ່ານມານີ້ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

    ພ້ອມດຽວກັນ ຂໍສະເໜີໃຫ້ສືບຕໍ່ໂຄງການຮ່ວມມືລະຫວ່າງລັດຖະບານລາວ ແລະ ອົງການແຮງງານສາກົນ ເວົ້າລວມ, ເວົ້າສະເພາະ ຂໍໃຫ້ອົງການແຮງງານສາກົນສືບຕໍ່ສະໜັບສະໜູນໃຫ້ການຊ່ວຍເຫລືອອົງການ 3 ຝ່າຍຕື່ມອີກ ລວມທັງດ້ານງົບປະມານ ແລະ ວິຊາການ.

# ຂໍ້ມູນ: ສູນກາງສະຫະພັນກຳມະບານລາວ

error: Content is protected !!