ໃນວັນທີ 28 ກັນຍາ 2021 ຢູ່ຫ້ອງວ່າການປົກຄອງແຂວລສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ແລະ ເຄື່ອງກວດຫາເຊື້ອພະຍາດໂຄວິດ-19 (PCR) ຈາກບໍລິສັດລ້ານຊ້າງມິເນໂຣນສ໌ ລິມິເຕັດ ເຊິ່ງໃຫ້ກຽດຮັບເຄື່ອງຊ່ວຍເຫຼືອດັ່ງກ່າວໂດຍທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ໂດຍມີພະແນກການ ກົມກອງ ຈຳນວນໜຶ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສຳລັບເຄື່ອງຊ່ວຍເຫຼືອທີ່ໄດ້ມີການມອບ-ຮັບໃນຄັ້ງນີ້ ປະກອບມີ: ອາຫານແຫ້ງ ແລະ ຊຸດອະນາໄມທີ່ຈຳເປັນໃນຊີວິດປະຈຳວັນ ລວມມູນຄ່າທັງໝົດ 717.145.000 ກີບ ເຊິ່ງໄດ້ຈາກການສະໜັບສະໜູນຂອງອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ໂດຍຜ່ານອົງການຊ່ວຍເຫຼືອເດັກສາກົນປະຈຳລາວ ຈຸດປະສົງກໍເພື່ອຊ່ວຍໃຫ້ແຮງງານລາວທີ່ພວມກັກໂຕໃນສູນຕ່າງໆພາຍໃນແຂວງ ໃຫ້ເຂົ້າເຖິງອາຫານ ແລະເຄື່ອງຮັກສາອະນາໄມໃນຊີວິດປະຈຳວັນຢ່າງພຽງພໍ ເພື່ອສົ່ງເສີມການເຂົ້າເຖິງໂພຊະນາການ ແລະ ສຸຂະອະນາໄມທີ່ດີໃນໄລຍະການກັກໂຕ ຕາງໜ້າມອບໂດຍທ່ານ ຄຳພວຍ ນໍທຸມມາວົງ ຫົວໜ້າສາຍງານປະຈຳແຂວງສະຫວັນນະເຂດ ອົງການຊ່ວຍເຫຼືອເດັກສາກົນ ນອກຈາກນີ້ ຍັງມີເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ທີ່ໄດ້ຈາກການປະກອບສ່ວນຂອງບໍລິສັດລ້ານຊ້າງມິເນໂຣນສ໌ລິມິເຕັັດ ຈຳນວນ 1 ເຄື່ອງ ມູນຄ່າ 405.000.000 ກີບ ຕາງໜ້າມອບໂດຍທ່ານ ທ່ອນແກ້ວ ພຸດທະໄກຍະລາດ ທີ່ປຶກສາບໍລິສັດລ້ານຊ້າງມິເນໂຣນສ໌ ລິມິເຕັດ ເພື່ອມອບໃຫ້ໂຮງໝໍແຂວງສະຫວັນນະເຂດ ເຮັດໃຫ້ມາຮອດປັດຈຸບັນ ແຂວງມີເຄື່ອງກວດຫາເຊື້ອພະຍາດໂຄວິດ (PCR) ທັງໝົດ 4 ເຄື່ອງ ແລະ ຄາດວ່າ ເຄື່ອງດັ່ງກ່າວຈະຖືກຕິດຕັ້ງ ແລະ ນຳໃຊ້ໃນທ້າຍອາທິດນີ້.

ໂອກາດນີ້ ທ່ານ ນາງ ຫຼິງທອງ ແສງຕາວັນ ກໍໄດ້ຕາງໜ້າແຂວງສະຫວັນນະເຂດ ກ່າວສະແດງຄວາມຂອບໃຈຕໍ່ກັບການຊ່ວຍເຫຼືອຂອງທັງສອງພາກສ່ວນ ທີ່ເຫັນໄດ້ເຖິງຄວາມສຳຄັນ ແລະ ຈຳເປັນໃນວຽກງານປ້ອງກັນ ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນແຂວງ ພ້ອມນີ້ ກໍໄດ້ມອບໃບຍ້ອງຍໍທ່ານເຈົ້າແຂວງສະຫວັນນະເຂດໃຫ້ກັບສອງພາກສ່ວນດັ່ງກ່າວນຳອີກ.
# ຂ່າວ – ພາບ : ຊິລິການດາ