ຫຼາຍພາກສ່ວນສືບຕໍ່ປະກອບສ່ວນເຂົ້າໃນການປ້ອງກັນພະຍາດໂຄວິດ-19

    ໃນວັນທີ 28 ກັນຍາ 2021 ຢູ່ຫ້ອງວ່າການແຂວງຄໍາມ່ວນ ອົງການພັດທະນາສາກົນແຫ່ງປະເທດສະຫະລັດອາເມຣິກາ ຕາງໜ້າໂດຍທ່ານ ໄກຍະສິດ ເດດວົງສາ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ​ ອຸປະກອນປ້ອງກັນພະຍາດ​ ລວມມູນຄ່າ 323.494.000 ກີບ​ ມາມອບໃຫ້ແກ່ແຂວງຄໍາມ່ວນ​ ໂດຍການກ່າວຮັບຂອງທ່ານ ບຸນມີ ພິມມະສອນ ຫົວໜ້າສະເພາະກິດເພື່ອປ້ອງກັນ​ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ​ ພ້ອມດ້ວຍບັນດາທ່ານໃນກອງເລຂາຄະນະສະເພາະກິດ .

    ຕໍ່ມາໃນວັນດຽວກັນ ບໍລິສັດ ຊີໂນ-ອາກຣີໂປຣ ຕັສ ຈໍາກັດ​ ໄດ້ເຂົ້າປະກອບສ່ວນເງິນຈໍານວນ 100 ລ້ານກີບ ເຂົ້າໃນວຽກງານປ້ອງກັນ​ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນແຂວງຄໍາມ່ວນ.​

    ໂດຍຜ່ານການຕິດຕາມ ແລະ ປະເມີນຂອງການນໍາແຂວງກັບຄະນະສະເພາະກິດຂັ້ນແຂວງ ແລະ ອົງການອະນາໄມໂລກ ເຫັນວ່າສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນຊຸມຊົນເທສະບານເມືອງທ່າແຂກ ແລະ ບ້ານຕ່າງໆໄດ້ຫຼຸດລົງ ແຕ່ກໍຍັງມີຜູ້ຕິດເຊື້ອເປັນຈໍານວນຫຼາຍໃນພະນັກງານ-ກໍາມະກອນຈີນ ແລະ ລາວ ຢູ່ໂຮງງານເກືອກາລີລາວຄາຍຢວນ ຈໍາກັດ​ ເຊິ່ງມີຄວາມສ່ຽງສູງທີ່ຈະແຜ່ລະບາດສູ່ຊຸມຊົນ ໂດຍສະເພາະແມ່ນເມືອງທ່າແຂກ.

    ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວບໍ່ໃຫ້ແຜ່ເຊື້ອເພີ່ມຂຶ້ນສູ່ວົງກວ້າງ ດັ່ງນັ້ນ ທາງແຂວງຈຶ່ງໄດ້ຂະຫຍາຍເວລາປິດການເຂົ້າ – ອອກເມືອງເພີ້ມໄປອີກ 14 ວັນ ເລີ່ມແຕ່ວັນ ທີ 28 ກັນຍາ ເຖິງວັນທີ 11 ຕຸລາ 2021 ຕາມຄໍາສັ່ງຂອງທ່ານເຈົ້າແຂວງໆຄໍາມ່ວນ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ​ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຄໍາມ່ວນ.​

error: Content is protected !!