ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງເຊໂປນ ສະໜັບສະໜູນເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ແບບ RT – PCR ແລະ ອຸປະກອນກ່ຽວຂ້ອງຕ່າງໆ ໃຫ້ພະແນກສາທາລະນະສຸກແຂວງສະຫວັນນະເຂດ ເພື່ອປັບປຸງຄວາມສາມາດໃນການກວດຫາເຊື້ອ ແລະ ຄົ້ນຫາຜູ້ຕິດເຊື້ອ ພະຍາດໂຄວິດ-19 ວັນທີ 28 ກັນຍາ 2021 ຢູ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ເຊິ່ງມອບໂດຍທ່ານ ທ່ອນແກ້ວ ພຸດທະໄກຍະລາດ ທີ່ປຶກສາ LXML ແລະ ຮັບໂດຍທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ອຸປະກອນທີ່ມອບຄັ້ງນີ້ ເປັນການສືບຕໍ່ການຊ່ວຍເຫຼືອຄັ້ງຜ່ານໆມາຂອງ LXML ໃຫ້ແຂວງສະຫວັນນະເຂດ ລວມທັງຫ້ອງນ້ຳ-ຫ້ອງອາບນ້ຳຢູ່ໂຮງໝໍພາກສະໜາມ ອຸປະກອນການແພດ ແລະ ການສະໜອງທຶນໂດຍກົງ ລວມມູນຄ່າຫຼາຍກວ່າ 112.000 ໂດລາສະຫະລັດ ເຂົ້າໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19 ນອກນີ້ LXML ຍັງໄດ້ມອບຊຸດກວດເຊື້ອແບບໄວ ທີ່ໄດ້ຮັບການອະນຸມັດໂດຍອົງການອະນາໄມໂລກ ພ້ອມທັງປະກອບສ່ວນສ້າງໂຮງໝໍພາກສະໜາມຢູ່ເມືອງວິລະບູລີ ປັດຈຸບັນ LXML ໄດ້ສະໜັບສະໜູນປະມານ 450.000 ໂດລາສະຫະລັດ ເພື່ອຊ່ວຍລັດຖະບານລາວໃນການປ້ອງກັນ ແລະ ຮັບມືກັບການລະບາດຂອງພະຍາດໂຄວິດ-19.
ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ LXML ກ່າວວ່າ: ບໍລິສັດພວກເຮົາຮັບຮູ້ວ່າການຄົ້ນຫາຜູ້ສຳຜັດໃກ້ຊິດ ການກວດເຊື້ອ ການຈຳກັດບໍລິເວນ ການປິ່ນປົວ ແລະ ການສັກວັກຊີນຢ່າງທັນການ ແລະ ຕັ້ງໜ້ານັ້ນ ມີຄວາມສຳຄັນຕໍ່ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຫວັງວ່າການຊ່ວຍເຫຼືອຂອງພວກເຮົາ ຈະຮັບປະກັນໃຫ້ຊຸມຊົນທ້ອງຖິ່ນ ແລະ ແຂວງສະຫວັນນະເຂດປອດໄພຈາກພະຍາດໂຄວິດ-19 ເຊິ່ງພວກເຮົາຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບຜູ້ມີສ່ວນຮ່ວມທັງຂັ້ນສູນກາງ ແຂວງ ແລະ ເມືອງ.
ປັດຈຸບັນ ແຂວງສະຫວັນນະເຂດ ມີເຄື່ອງກວດເຊື້ອແບບ PCR 4 ເຄື່ອງ ໂດຍສາມາດກວດເຊື້ອໄດ້ 720 ຕົວຢ່າງຕໍ່ວັນ ຍ້ອນການສະໜັບສະໜູນຂອງພະແນກສາທາລະນະສຸກແຂວງສະຫວັນນະເຂດ ພະນັກງານ ແລະ ຜູ້ຮັບເໝົາຂອງ LXML ກວ່າ 5.000 ຄົນ (99% ຂອງແຮງງານ) ໄດ້ຮັບການສັກວັກຊີນຕ້ານພະຍາດໂຄວິດ-19 ຄົບໂດສ ແລະ ໃບຢັ້ງຢືນການສັກວັກຊີນ ກໍເປັນເງື່ອນໄຂຈຳເປັນເພື່ອເຂົ້າພາກສະໜາມເຊໂປນ ຫ້ອງການ LXML ຢູ່ນະຄອນຫຼວງວຽງຈັນ ແລະ ສະຫວັນນະເຂດ LXML ມີຄວາມມຸ່ງໝັ້ນສະໜັບສະໜູນລັດຖະບານລາວ ໃນວຽກງານປ້ອງກັນ ແລະ ຮັບມືກັບການລະບາດຂອງພະຍາດໂຄວິດ-19.
# ຂ່າວ – ພາບ : ສະບາໄພ