ສະເຫຼີມສະຫຼອງວັນຊາດຈີນ ຄົບຮອບ 72 ປີ

    ພິທີສະເຫຼີມສະຫຼອງແບບທາງໄກ ເນື່ອງໃນໂອກາດຄົບຮອບ 72 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໄດ້ຈັດຂຶ້ນໃນວັນທີ 28 ກັນຍາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ຈ່ຽງ ຈາຍ ຕຸ່ງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທ ແຫ່ງ ສປປ ລາວ ພ້ອມນີ້ ກໍມີບັນດາແຂກທີ່ຖືກເຊີນ ຄົນເຊື້ອຊາດຈີນ ແລະ ຄົນຈີນຕ່າງດ້າວທີ່ອາໄສຢູ່ ສປປ ລາວ ແລະ ພະນັກງານທີ່ກ່ຽວຂ້ອງ.

    ໃນໂອກາດນີ້ ສະຫາຍລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ພັກ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຜົນສໍາເລັດອັນໃຫຍ່ຫຼວງ ທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ຕະຫຼອດໄລຍະ 72 ປີ ຜ່ານມາ ພາຍໃຕ້​ການຊີ້ນຳ-​ນຳພາ​ອັນ​ຖືກຕ້ອງ ​ແລະ ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູນິດຈີນ ປະຊາຊົນ​ຈີນ​ອ້າ​ຍ ນ້ອງ ​ສາມາດ​ຍາດ​ມາໄດ້ຜົນ​ສຳ​ເລັດອັນ​ໃຫຍ່​ຫຼວງຢ່າງ​ຮອບດ້ານ ໃນການ​ສ້າງສັງຄົມ​ນິຍົມທີ່ທັນສະໄໝ ຕາມ​ສີສັນ​ພິເສດ ຂອງ​ຈີນ ​ເຮັດ​ໃຫ້ ສປ ​ຈີນ ມີຄວາມ​ກ້າວໜ້າ​ທາງ​ດ້ານເສດຖະກິດ ວິທະຍາສາດ- ເຕັກໂນໂລຊີ​ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ​ໄດ້​ຮັບ​ການ​ພັດທະນາໃຫ້ດີ​ຂຶ້ນ​​ເປັນກ້າວໆ ເຫດການທີ່ພົ້ນເດັ່ນກໍຄື ການປະກາດຜົນສໍາເລັດໃນການຫຼຸດພົ້ນອອກຈາກຄວາມທຸກຍາກຂອງ ສປ ຈີນ ໃນຕົ້ນປີ 2021 ຜ່ານມາ ຊຶ່ງໃນນັ້ນ ປະຊາຊົນເກືອບ 100 ລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຊຶ່ງຖືເປັນເຫດການອັນມະຫັດສະຈັນໜຶ່ງ ອັນໄດ້ເຮັດໃຫ້ຖານະບົດບາດຂອງ ສປ ຈີນ ໄດ້ສູງເດັ່ນຂຶ້ນຢ່າງປະຈັກຕາໃນເວທີພາກພື້ນ ແລະ ສາກົນ ແລະ ໄດ້ກາຍເປັນແບບຢ່າງອັນດີເດັ່ນໃຫ້ແກ່ບັນດາປະເທດທີ່ກຳລັງພັດທະນາໃນໂລກ. ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ໃຫ້ຄວາມສຳຄັນເປັນພິເສດ ຕໍ່ການພົວພັນຮ່ວມມືກັບລັດຖະບານ ແລະ ປະຊາຊົນ ສປ ຈີນ ຊຶ່ງການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ໄດ້ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືໃນໄລຍະໃໝ່ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ ແລະ ຈີນ ໃຫ້ນັບມື້ນັບຫຼາຍຂື້ນ.

    ປີ 2021 ບໍ່ພຽງແຕ່ເປັນປີທີ່ມີຄວາມໝາຍປະຫວັດສາດສໍາລັບພັກກອມມູນິິດຈີນ ແລະ ປະຊາຊົນຈີນ ທີ່ສະເຫຼີມສະ ຫຼອງ 100 ປີ ຂອງການສ້າງຕັ້ງພັກກອມມູນິດຈີນເທົ່ານັ້ນ ແຕ່ຍັງເປັນປີທີ່ມີຄວາມໝາຍສໍາຄັນລະຫວ່າງ ສປປ ລາວ ແລະ ສປ ຈີນ ຊຶ່ງເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ເປັນປີມິດຕະພາບ ລະຫວ່າງ ລາວ-ຈີນ. ຕະຫຼອດໄລຍະ 6 ທົດສະວັດທີ່ຜ່ານມາ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນອ້າຍນ້ອງ ໄດ້ເພີ່ມທະວີ ຄວາມຮັກແພງສາມັກຄີ ນັບມື້ນັບເລິກເຊິ່ງ ຈາກໄລຍະການຕໍ່ສູ້ກູ້ຊາດເພື່ອຄວາມເປັນເອກະລາດແຫ່ງຊາດ ຈົນຮອດໄລ ຍະປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ໃນປັດຈຸບັນ ການພົວພັນຮ່ວມມືສອງຝ່າຍ ໄດ້ຮັບການຍົກສູງຂຶ້ນເປັນກ້າວໆມາ ທັງໃນລວງກວ້າງ ແລະ ລວງເລິກ ຈາກການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ກ້າວຂຶ້ນ ສູ່ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ. ການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໄດ້ຮັບການຂະຫຍາຍຕົວຢ່າງ ກວ້າງຂວາງ ຊຶ່ງໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫຼວງມາສູ່ປະຊາຊົນສອງຊາດ ລາວ-ຈີນ. ໃນນີ້ ສິ່ງທີ່ເອກອ້າງ ແລະ ພູມໃຈເປັນ ພິເສດກໍຄືຜົນສໍາເລັດຂອງການສ້າງເສັ້ນທາງດ່ວນລົດໄຟ ລາວ- ຈີນ ຊຶ່ງຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2021 ນີ້ ອັນຈະເປັນໂຄງການສັນຍະລັກຂອງການຮ່ວມມືຕົວຈິງລະຫວ່າງສອງຊາດ ລາວ- ຈີນ ແລະ ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດ ແລະ ໂຄງການດັ່ງກ່າວຍັງເປັນຕົວແບບໃນການປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ປະທານ ສີ ຈິ້ນຜິງ ທີ່ພວກເຮົາສາມາດເຫັນໄດ້ຢ່າງປະຈັກຕາ ແລະ ມີຄວາມໝາຍສຳຄັນທາງປະຫວັດສາດ.

    ພ້ອມດຽວກັນນີ້ ສະຫາຍລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ຖືໂອກາດນີ້ສະແດງຄວາມຂອບໃຈຢ່າງຈິງໃຈ ທີ່ຕະຫຼອດໄລຍະຜ່ານມາ ພັກ-ລັດ ແລະ ປະຊາຊົນຈີນ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງຫຼວງຫຼາຍ ພິເສດແມ່ນການຊ່ວຍເຫຼືອອັນລໍ້າຄ່າດ້ານການແພດ ການສົ່ງຊ່ຽວຊານມາຊ່ວຍເຫຼືອໃນໄລຍະການແຜ່ລະພາບຂອງພະຍາດໂຄວິດ-19 ການຊ່ວຍເຫຼືອໃນການສະໜອງວັກຊິນຕ້ານໂຄວິດ-19 ຈໍານວນຫຼາຍລ້ານໂດສ ອັນໄດ້ ປະກອບສ່ວນສໍາຄັນເຂົ້າໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ.

    ໃນໂອກາດດຽວກັນນີ້ ສະຫາຍເອກອັກຄະລັດຖະທູດ ຈ່ຽງ ຈາຍ ຕຸ່ງ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນມາຍັງພັກ ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍໃຫ້ຄວາມສໍາຄັນພິເສດຕໍ່ການພົວພັນຮ່ວມມື ຈີນ-ລາວ. ພ້ອມນັ້ນ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈໃນການຮ່ວມຈັດພິທີສະເຫຼີມສະຫຼອງຄົບຮອບ 72 ປີ ແຫ່ງການສະຖາປະນາ ສປ ຈີນ ແບບທາງໄກໃນຄັ້ງນີ້ ແລະ ໄດ້ຕີລາຄາສູງຕໍ່ທັດສະນະຂອງຝ່າຍລາວ ພ້ອມທັງຍິນດີທີ່ຈະສືບຕໍ່ໃຫ້ການຮ່ວມມືກັບພັກ ລັດ ແລະ ປະຊາຊົນລາວອ້າຍນ້ອງ ໂດຍຖືເອົາການສ້າງສາຍພົວພັນການທູດລະຫວ່າາງ ຈີນ-ລາວ ຄົບຮອບ 60 ປີ ແລະ ປີມິດຕະພາບຈີນ-ລາວ ເປັນກາລະໂອກາດໃນການເພິ່ມທະວີຄວາມສາມັກຄີ ແລະ ເປີດກວ້າງການຮ່ວມມືກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ລາວ-ຈີນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ນຳເອົາສິດຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຈີນ- ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.

 ຈາກ: ກົມຂ່າວ ກະຊວງການຕ່າງປະເທດ

error: Content is protected !!