ລັດຖະບານ ແລະ ປະຊາຊົນລາຊະອານາຈັກກໍາປູເຈຍ ໄດ້ມອບວັກຊິນຍີ່ຫໍ້ ຊີໂນແວັກ (Sinovac) ຈໍານວນ 200.000 ໂດສ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ສປປ ລາວ.

ພິທີມອບ-ຮັບ ໄດ້ມີຂຶ້ນວັນທີ 28 ກັນຍາ 2021 ທີ່ດ່ານຊາຍແດນສາກົນ ໜອງນົກຂຽນ-ຕຣາປຽງ ກຣຽນ ຕາງໜ້າໃຫ້ແກ່ລັດຖະບານແຫ່ງລາຊະອານາຈັກກໍາປູເຈຍ ກ່າວມອບໂດຍທ່ານ ອຸດ ບໍຣິດ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຮອງລັດຖະມົນຕີ ຜູ້ປະຈໍາການກະຊວງການຕ່າງປະ ເທດແຫ່ງລາຊະອານາຈັກກໍາປູເຈຍ ແລະ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ກ່າວຮັບໂດຍ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ພ້ອມທັງ ຄະນະນໍາ ແລະ ວິຊາການທີ່ກ່ຽວຂ້ອງຈຳນວນໜຶ່ງຂອງທັງສອງຝ່າຍ.

ການຊ່ວຍເຫຼືອຈາກລັດຖະບານແຫ່ງລາຊະອານາຈັກກຳປູເຈຍໃນຄັ້ງນີ້ ໄດ້ຮັບການຕີລາຄາສູງ ແລະ ການຂອບໃຈຢ່າງຈິງໃຈຈາກລັດຖະບານ ແລະ ປະຊາຊົນລາວ ເພາະເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ບິແບ່ງການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຍາມທີ່ສອງປະເທດພວມປະເຊີນໜ້າກັບການລະບາດຂອງພະຍາດໂຄວິດ-19 ທັງຍັງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງສອງປະເທດ ລາວ ແລະ ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກ ຜົນຍິ່ງໆຂຶ້ນ.
