ທູດ ສປປ ລາວ ປະຈຳ ສສ ຫວຽດນາມ ຕ້ອນຮັບທູດ ສ ອັງໂກລາ ເຂົ້າຍື່ນສານຕາຕັ້ງ

    ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ສປປ ລາວ ປະຈຳ ສສ ຫວຽດນາມ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານ AGOSTINHO ANDRÉ DE CARVALHO FERNANDES ວັນທີ 23 ກັນຍາ 2021 ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສ ອັງໂກລາ ປະຈໍາ ສປປ ລາວ ໂດຍມີສຳນັກງານສະຖານທູດຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ.

    ພາຍຫຼັງສໍາເລັດການຍື່ນສານຕາຕັ້ງ ທັງສອງຝ່າຍກໍໄດ້ພົບປະ ແລະ ແລກປ່ຽນຄຳຄິດເຫັນ ໂດຍທ່ານເອກອັກຄະລັດຖະທູດ ສ ອັງໂກລາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ເຂົ້າຍື່ນສານຕາຕັ້ງຜ່ານທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອຍື່ນຕໍ່ໄປຍັງທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ຢູ່ນະຄອນຫຼວງວຽງຈັນ ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງຢືນຢັນຈະທຸ່ມເທທຸກຄວາມພະຍາຍາມ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສ ອັງໂກລາ ແລະ ສປປ ລາວ ໃຫ້ມີການຂະຫຍາຍຕົວເພີ່ມສູງຂຶ້ນ.

   ໂອກາດນີ້ ທ່ານ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ AGOSTINHO ANDRÉ DE CARVALHO FERNANDES ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສ ອັງໂກລາ ປະຈຳ ສປປ ລາວ ພ້ອມທັງສະແດງຄວາມຍິນດີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ອັງໂກລາ ທີ່ມີບາດກ້າວຂະຫຍາຍຕົວ ເຊິ່ງສອງຝ່າຍໄດ້ມີການພົວພັນອັນດີນຳກັນ ໂດຍມີການແລກປ່ຽນສານອວຍພອນ ແລະ ຊົມເຊີຍ ເນື່ອງໃນ​ໂອ​ກາດວັນສຳຄັນຕ່າງໆ

    ນອກນີ້ທັງສອງຝ່າຍ ຍັງໄດ້ເຫັນດີຈະປະສານສົມທົບກັນຢ່າງໃກ້ຊິດ ເພື່ອສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ກໍຄືສອງສຳນັກງານຕາງໜ້າການທູດໃຫ້ມີບາດ ກ້າວຂະຫຍາຍຕົວ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດໃຫ້ເພີ່ມສູງຂຶ້ນເລື້ອຍໆ ສປປ ລາວ ແລະ ສ ອັງໂກລາ ສ້າງຕັ້ງສາຍພົວພັນການທູດນຳກັນ ວັນທີ 11 ກໍລະກົດ 1980.

   # ຂ່າວ – ພາບ :  ສະບາໄພ

error: Content is protected !!